ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປກສ ເມືອງຕົ້ນເຜີ້ງສະກັດຈັບລົດຂົນຢາເສບຕິດລາຍໃຫຍ່
ເວລາອອກຂ່າວ: 2021-01-22 10:55:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ເຈົ້າໜ້າທີ່ ປກສ ເມືອງຕົ້ນ ເຜິ້ງ, ແຂວງບໍ່ແກ້ວ ໄດ້ສືບຮູ້ເສັ້ນ ທາງການເຄື່ອນໄຫວຂອງກຸ່ມຄົນ ບໍ່ດີລັກລອບຂົນສົ່ງ ແລະ ເຄື່ອນ ຍ້າຍ ຢາເສບຕິດລາຍໃຫຍ່ 2 ລາຍ. ດັ່ງ ນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຕັ້ງດ່ານ ສະກັດການຂົນສົ່ງ ພາຍໃນ 2 ວັນ ສາມາດຈັບຜູ້ຖືກຫາໄດ້ 5 ຄົນ ພ້ອມຂອງກາງຢາເສບຕິດປະ ເພດ ຢາບ້າ 5.400.000 ເມັດ ແລະ ຢາໄອສ໌ 400 ກິໂລກຼາມ. ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ເປີດເຜີຍວ່າ: ໄດ້ສືບຮູ້ການເຄື່ອນ ໄຫວຂອງກຸ່ມຄົນບໍ່ດີຈະຂົນສົ່ງ ແລະ ເຄື່ອນຍ້າຍຢາເສບຕິດລາຍ ໃຫຍ່ຈໍານວນ 2 ລາຍ, ລາຍທີ 1 ໄດ້ຂົນສົ່ງ ແລະ ເຄື່ອນຍ້າຍ ໃນວັນ ທີ 14 ມັງກອນ 2021 ດັ່ງນັ້ນ ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ຈຶ່ງໄດ້ຕັ້ງດ່ານສະກັດ 2 ຈຸດ ຄື: ຈຸດທີ 1 ປະຈໍາປ້ອມສາມແຍກ ເຂົ້າເມືອງຕົ້ນເຜິ້ງ ແລະ ຈຸດທີ 2 ທາງເຂົ້າສະໜາມຂີ້ເຫຍື້ອທັງ 2 ຈຸດແມ່ນເປັນເສັ້ນທາງທີ່ຈະຂົນ ສົ່ງ ແລະ ເຄື່ອນຍ້າຍຢາເສບຕິດ ຂອງກຸ່ມຄົນບໍ່ດີ, ມາຮອດເວລາ ປະມານ 12:50 ໂມງ ໃນຂະນະ ທີ່ເຈົ້າໜ້າທີ່ປະຕິບັດໜ້າທີ່ຢູ່ຈຸດທີ 2 ໄດ້ພົບເຫັນລົດກະບະວີໂກ້ສີ ປອນທອງ ໝາຍເລກທະບຽນ ກກ 0863 ບໍ່ແກ້ວ ເປັນລົດຄັນທີ່ແຫຼ່ງຂ່າວແຈ້ງໃຫ້ຮູ້ກ່ອນໜ້ານັ້ນ ເຈົ້າໜ້າທີ່ ຈຶ່ງສັນຍານລົດຄັນດັ່ງ ກ່າວຈອດເພື່ອກວດກາ. ໃນຂະ ນະນັ້ນ, ຜູ້ຂັບຂີ່ລົດຄັນດັ່ງກ່າວມີ ພິລຸດຢ້ານກົວ ເຈົ້າໜ້າທີ່ຈິ່ງສົງ ໄສວ່າຕ້ອງມີສິ່ງຜິດກົດໝາຍ ຊຸກເຊື່ອງຢູ່ພາຍໃນລົດ ຈຶ່ງໄດ້ ຄວບຄຸມຕົວ ແລະ ນໍາເອົາລົດ ຄັນດັ່ງກ່າວມາກວດກາຢູ່ກອງ ບັນຊາການເມືອງຕົ້ນເຜິ້ງ ຈຶ່ງ ພົບເຫັນຢາ ໄອສ໌ ຈໍານວນ 400 ຫໍ່ ນ້ໍາໜັກ 400 ກິໂລກຼາມ, ເຊິ່ງຜູ້ຂັບຂີ່ ຊື່ ທ້າວ ວາເລົາ ອາຍຸ 39 ປີ, ຢູ່ບ້ານນ້ໍາສະໜອກເໜືອ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ. ຕໍ່ມາໃນວັນທີ 15 ມັງກອນ 2021 ເຈົ້າໜ້າທີ່ ປກສ ເມືອງ ຕົ້ນເຜິ້ງ ໄດ້ນໍາກໍາລັງວິຊາສະເພາະຕັ້ງ ດ່ານສະກັດຈັບລົດເປົ້າໝາຍ ລາຍ ທີ 2 ພາຍຫຼັງເຈົ້າໜ້າທີ່ໄດ້ສືບ ຮູ້ຂໍ້ມູນຈະມີການຂົນສົ່ງຢາເສບ ຕິດຈາກເມືອງຕົ້ນເຜິ້ງ ຫາ ເມືອງ ຫ້ວຍຊາຍ ຢູ່ເສັ້ນທາງເຂດບ້ານ ໃຫຍ່ຕົ້ນເຜິ້ງ ຜູ້ຖືກຫາໄດ້ນໍາໃຊ້ ລົດໃຫຍ່ 2 ຄັນ ເຊິ່ງສາມາດກັກ ຕົວໄດ້ທັງໝົດ ຈໍານວນ 4 ຄົນ ຄື: ທ້າວ ຕົງເຮີ ອາຍຸ 22 ປີ, ທ້າວ ຊົ່ວ ວາ ອາຍຸ 24 ປີ, ທ້າວ ດົງເຮີ ອາຍຸ 19 ປີ ທັງສາມຢູ່ບ້ານຈຽງຕອງ, ເມືອງ ປາກທາ ແລະ ທ້າວ ໄຊທໍ່ ອາຍຸ 19 ປີ ຢູ່ບ້ານອຸດົມ, ເມືອງ ຫ້ວຍຊາຍ ທັງໝົດຢູ່ແຂວງບໍ່ ແກ້ວ, ພ້ອມຂອງກາງຢາເສບ ຕິດ ປະເພດຢາບ້າ ຈໍານວນ 55 ເປົາ, ມີ 2.737 ມັດ ເທົ່າກັບ 5.474.000 ເມັດ, ປືນສັ້ນ 1 ກະບອກ ພ້ອມລູກປືນ 15 ລູກ. ຕໍ່ກັບຄະດີດັ່ງກ່າວເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ໄດ້ມອບໃຫ້ ປກສ ແຂວງສືບຕໍ່ຂະຫຍາຍຜົນ ຊອກຫາຜູ້ຮ່ວມຂະບວນການມາ ດໍາເນີນຄະດີຕາມລະບຽບກົດ ໝາຍ. ຂໍ້ມູນຈາກ: ໜັງສືພິມ ປກສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ