ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະເມີນຜົນຄວາມພ້ອມການເປີດຮຽນຫຼັກສູດປະລິນຍາໂທ ສາຂາວິຊາເສນາ - ພະລາ
ເວລາອອກຂ່າວ: 2021-01-24 17:13:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 49 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ວິທະຍາ ຄານພະລາທິການກອງທັບ ໄດ້ ຈັດຕັ້ງພິທີຕ້ອນຮັບການລົງ ເຄື່ອນໄຫວຂອງສະຫາຍ ຮສຈ ປອ ສາຍຂອງ ສາຍນາສິນ ຫົວ ໜ້າກົມການສຶກສາຊັ້ນສູງກະ ຊວງສຶກສາທິການ ແລະ ກີລາ ພ້ອມ ຄະນະ ເພື່ອກວດກາປະເມີນ ຄວາມພ້ອມໃນການກະກຽມເປີດ ການຮຽນ-ການສອນຫຼັກສູດ ປະລິນຍາໂທ ສາຂາວິຊາເສນາ-ພະລາ ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ປອ ບົວ ເຮືອງ ສົມຟອງບຸດຕາຂັນ ຫົວ ໜ້າການທະຫານວິທະຍາຄານ ພະລາທິການກອງທັບ ເຊິ່ງມີ ບັນດາອະນຸກໍາມະການສ້າງໂຄງການຫຼັກສູດປະລິນຍາໂທສາຂາ ວິຊາດັ່ງກ່າວເຂົ້າຮ່ວມ. ໃນພິທີສະຫາຍ ພົນຈັດຕະວາ ປອ ບົວເຮືອງ ສົມຟອງບຸດຕາຂັນ ກໍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາແຫ່ງການສ້າງຕັ້ງວິທະຍາຄານພະລາທິການກອງທັບ ລວມທັງທີ່ຕັ້ງ, ພາລະບົດບາດ, ໜ້າທີ່ຂອງວິທະຍາຄານໃນການ ເປັນສະຖາບັນຊຸບຫຼໍ່ກໍ່ສ້າງພະນັກ ງານພະລາທິການໃຫ້ແກ່ກອງ ທັບປະຊາຊົນລາວ ແລະ ຜ່ານຈຸດ ປະສົງ, ຄາດໝາຍ ແລະ ແຜນການ ສ້າງໂຄງການຫຼັກສູດປະລິນຍາ ໂທສາຂາວິຊາ ເສນາ-ພະລາ ໃຫ້ ຄະນະຈາກກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຊາບ, ຈາກນັ້ນ ສະຫາຍ ຮສຈ ປອ ສາຍຂອງ ສາຍນາສິນ ກໍໄດ້ສະແດງຄວາມ ຂອບໃຈຕໍ່ຄະນະອໍານວຍການ ວິທະຍາຄານພະລາທິການກອງ ທັບ ທີ່ໃຫ້ການຕ້ອນຮັບດ້ວຍໄມ ຕີຈິດມິດຕະພາບທີ່ແສນອົບອຸ່ນ ແລະ ຍ້ອງຍໍຊົມເຊີຍຕໍ່ຄະນະຮັບ ຜິດຊອບສ້າງໂຄງການຫຼັກສູດ ປະລິນຍາໂທນີ້ ເຊິ່ງເປັນບາດ ກ້າວອັນສໍາຄັນ, ເປັນໃບໜ້າອັນໃໝ່ໃນການພັດທະນາກອງທັບ ປະຊາຊົນລາວ. ເພື່ອຮັບປະກັນເຮັດໃຫ້ຫຼັກ ສູດມີຄຸນນະພາບ, ຄະນະວິຊາ ການທັງສອງຝ່າຍໄດ້ແລກປ່ຽນ ປະສົບການ ແລະ ບົດຮຽນເຊິ່ງກັນ ແລະ ກັນໂດຍສະເພາະແມ່ນບັນ ຫາວຽກງານຮັບປະກັນຕ່າງໆຕ້ອງມີຄວາມພ້ອມຮອບດ້ານ, ການຄັດເລືອກເອົານັກສຶກສາ ຕ້ອງຄັດເລືອກເອົາຜູ້ທີ່ຈົບລະ ດັບປະລິນຍາຕີດ້ານວິຊາສະເພາະ ນັ້ນແທ້ ເພື່ອເຮັດໃຫ້ນັກສຶກສາ ເຂົ້າໃຈຄົ້ນຄວ້າຕໍ່ຍອດກັບບົດ ຮຽນຜ່ານມາ, ສ່ວນຄູອາຈານ ຕ້ອງແນະນໍາແຫຼ່ງຂໍ້ມູນ ແລະ ເນັ້ນ ໜັກໃຫ້ນັກສຶກສາລົງມືປະຕິບັດ ຄົ້ນຄວ້າດ້ວຍຕົນເອງໃຫ້ຫຼາຍທີ່ສຸດ. ຈາກນັ້ນ, ກໍໄດ້ນໍາພາຄະນະ ລົງກວດກາສະຖານທີ່ຕ່າງໆ ເຊັ່ນ: ຫໍສະໝຸດ, ຫ້ອງຮຽນ, ຫ້ອງຄອມ ພິວເຕີ, ຫ້ອງການຄູ-ອາຈານ, ຫ້ອງທົດລອງ ແລະ ອື່ນໆ. ທັງນີ້ກໍເພື່ອແນ່ໃສ່ປັບປຸງກໍ່ ສ້າງກໍາລັງປ້ອງກັນຊາດ ໃຫ້ມີບຸກ ຄະລາກອນທີ່ມີຄວາມຮູ້ຄວາມ ສາມາດ, ປັບປຸງແບບແຜນການ ຮຽນ-ການສອນໃນຖັນແຖວ ກອງທັບ ໃຫ້ທຽບເທົ່າ ແລະ ສອດຄ່ອງກັບມາດຖານຂອງກະ ຊວງສຶກສາທິການ ແລະ ກີລາ ວາງອອກ, ເປັນບາດກ້າວກະໂດດ ທີ່ເຂັ້ມແຂງໜັກແໜ້ນຂອງການ ເຕີບໃຫຍ່ຂະຫຍາຍຕົວຂອງກອງ ທັບປະຊາຊົນລາວ ແລະ ເປັນຂີດ ໝາຍອັນສໍາຄັນຂອງການພັດ ທະນາເຫຼົ່າຮົບພະລາທິການ ກໍ ຄື ກອງທັບປະຊາຊົນໃຫ້ກາຍ ເປັນກອງທັບທີ່ມີແບບແຜນທັນ ສະໄໝ. ໂດຍ: ພອນດາລັດ ດວງປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ