ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແມ່ຍິງໂຮງຮຽນກໍ່ສ້າງນາຍສິບເລກ I ສະຫຼຸບຖອດຖອນບົດຮຽນວຽກງານກອງທຶນ
ເວລາອອກຂ່າວ: 2021-01-26 10:00:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 228 | ຄວາມນິຍົມ:



ວັນທີ 12 ມັງກອນ 2021 ນີ້, ພະແນກສະຫະພັນແມ່ຍິງ ໂຮງຮຽນກໍ່ສ້າງນາຍສິບເລກ I ໄດ້ໄຂກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານກອງ ທຶນພັດທະນາແມ່ຍິງ ປະຈຳປີ 2020 ແລະ ວາງທິດທາງແຜນ ການ ປີ 2021 ຢູ່ທີ່ສະໂມ ສອນໂຮງຮຽນ, ໂດຍການເຂົ້າ ຮ່ວມຂອງສະຫາຍ ພັນເອກ ບຸນຈັນ ໂສລາວັນ ຫົວໜ້າຫ້ອງ ການເມືອງພ້ອມດ້ວຍຄະນະພັກ -ຄະນະບັນຊາ 5 ຫ້ອງ 4 ກອງ ພັນ ຕະຫຼອດຮອດສະມາຊິກກອງ ທຶນແມ່ຍິງເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ຟອງຄຳ ອະພົງສັກ ຫົວໜ້າພະແນກສະ ຫະພັນແມ່ຍິງ ໄດ້ຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານກອງ ທຶນພັດທະນາແມ່ຍິງ ປະຈຳປີ 2020, ກອງທຶນໄດ້ມີສະມາຊິກ ທັງໝົດ 502 ສະຫາຍ, ມີເງິນ ທ້ອນທັງໝົດ 460.363.000 ກີບ, ຜ່ານມາແມ່ນໄດ້ອີງໃສ່ບັນ ດາຂໍ້ກຳນົດການຄຸ້ມຄອງກອງ ທຶນຂອງຫ້ອງການສະຫະພັນແມ່ ຍິງກອງທັບວາງອອກ ໃນນີ້ສຳ ລັບການຝາກເງິນໄດ້ກຳນົດ ເງິນທ້ອນໃຫ້ສະມາຊິກຕໍ່າສຸດ 10.000 ກີບຕໍ່ ເດືອນ, ສູງສຸດ 50.000 ກີບຕໍ່ ເດືອນ, ກຳນົດ ອັດຕາດອກເບ້ຍໃຫ້ສະມາຊິກ ກູ້ຢືມ 2,6% ເພື່ອໃຫ້ສະມາຊິກ ກູ້ຢືມໄປແກ້ໄຂຊີວິດການເປັນ ຢູ່ຂອງຕົນໃນເວລາມີຄວາມຈຳ ເປັນ. ນອກນີ້ພະແນກສະຫະພັນແມ່ຍິງກໍໄດ້ສ້າງກິດຈະກຳສ່ຽງໂຊກຈົກສະ ຫຼາກເອົາລາງວັນ, ລວມມີ 3 ລາງວັນ ຄື: ລາງວັນທີ 1 ເງິນສົດ 50.000 ກີບ, ມີ 10 ລາງວັນ, ລາງວັນທີ 2 ເງິນສົດ 20.000 ກີບ, ມີ 30 ລາງວັນ, ລາງວັນທີ 3 ເງິນສົດ 10.000 ກີບ, ມີ 30 ລາງວັນ. ໂອກາດນີ້, ສະຫາຍ ພັນເອກ ບຸນຈັນ ໂສລາວັນ ໄດ້ຮຽກຮ້ອງ ໃຫ້ຍົກສູງຄວາມຮັບຜິດຊອບຕໍ່ ໜ້າທີ່ວຽກງານວິຊາສະເພາະ ຂອງສະມາຊິກກອງທຶນແຕ່ລະ ສະຫາຍໃຫ້ມີສະຕິຕື່ນຕົວໃນ ການອອມເງິນ, ພາກສ່ວນທີ່ກູ້ ຢືມ ຕ້ອງຊຳລະດອກເບ້ຍທຸກໆ ເດືອນບໍ່ໃຫ້ຂາດ ສະມາຊິກແຕ່ລະ ສະຫາຍຕ້ອງມີຄວາມສາມັກຄີ ຮັກແພງກັນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ສືບຕໍ່ພັດທະນາເງິນ ກອງທຶນແມ່ຍິງໃຫ້ເຕີບໃຫຍ່ຂະ ຫຍາຍຕົວກວ້າງອອກ. ໂດຍ: ນາງ ລອຍ ພຸດທະວົງໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ