ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫະພັນກຳມະບານລາວນັບມື້ມີຄວາມເຕີບໃຫຍ່ຂະຫຍາຍຕົວ
ເວລາອອກຂ່າວ: 2021-01-26 10:05:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 57 | ຄວາມນິຍົມ:



ສະຫາຍ ພັນໂທ ບຸນຄ່ອງ ອຸດ ທະຈັນດີ ຫົວໜ້າຫ້ອງການກໍາ ມະບານກອງທັບໃຫ້ສໍາພາດຕໍ່ ນັກຂ່າວໜັງສືພິມກອງທັບ ໃນໂອ ກາດຂໍ່ານັບຮັບຕ້ອນວັນສ້າງ ຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ ວ່າ: ໃນໄລຍະປີ 1956-1965: ພາຍຫຼັງສ້າງຕັ້ງ ພັກປະຊາຊົນລາວ ເກືອບ 1 ປີ, ມາເຖິງວັນທີ 1 ກຸມພາ 1956 ສູນກາງພັກ ໄດ້ມີມະຕິຕົກລົງ ສ້າງຕັ້ງກໍາມະບານລາວຂຶ້ນຢ່າງ ເປັນທາງການ, ຢູ່ເຂດທີ່ໝັ້ນ ແຂວງຫົວພັນ ແລະ ໄດ້ມອບ ໝາຍໃຫ້ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບ ຜິດຊອບ, ໂດຍພາຍໃຕ້ການຊີ້ນໍາຂອງຄະ ນະນໍາສູນກາງພັກ, ຈຸດປະສົງ ເພື່ອໂຄສະນາຂົນຂວາຍ, ເຕົ້າ ໂຮມກໍາມະກອນ, ຊາວຜູ້ອອກ ແຮງງານລາວບັນດາເຜົ່າໃຫ້ມີ ຄວາມຕື່ນຕົວປະຕິວັດ, ມີນໍ້າໃຈ ຮັກຊາດ, ມີທັດສະນະຊົນຊັ້ນກໍາ ມະກອນ, ມີຄວາມຕື່ນຕົວທາງ ດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມ ຂະຫຍາຍປະຊາທິປະໄຕ, ມີລະ ບຽບແບບແຜນ, ເປັນພົນລະເມືອງ ດີຂອງຊາດ, ສົ່ງເສີມການມີວຽກ ເຮັດງານທໍາ ແລະ ເປັນຕົວແທນ ແກ່ຜົນປະໂຫຍດອັນຊອບທໍາ ຂອງກໍາມະກອນ, ຊາວຜູ້ອອກ ແຮງງານລາວບັນດາເຜົ່າ, ກາຍ ເປັນກໍາລັງແຮງເຂົ້າຮ່ວມຢ່າງ ຕັ້ງໜ້າ ແລະ ເປັນເຈົ້າການໃນ ການຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດ ຊາດຕາມເສັ້ນທາງກ້າວຂຶ້ນສັງ ຄົມນິຍົມ. ຜ່ານຂະບວນວິວັດແຫ່ງ ການຕໍ່ສູ້ພາຍໃຕ້ຄັນທຸງເອກະ ລາດ ແລະ ປະຊາທິປະໄຕຂອງ ພັກ, ຂອງຊາດອົງການຈັດຕັ້ງກໍາ ມະບານລາວນັບແຕ່ໄດ້ຮັບການ ສ້າງຕັ້ງຂຶ້ນໄດ້ຕັ້ງໜ້າເຄື່ອນ ໄຫວ, ກໍ່ສ້າງ, ປັບປຸງບູລະນະການ ຈັດຕັ້ງຂອງຕົນໃຫ້ມີຄວາມເຕີບ ໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ໄລຍະແຕ່ ປີ 1966-1978: ສູນກາງພັກໄດ້ຕົກລົງປັບປຸງການຈັດຕັ້ງກໍາມະບານລາຕື່ມອີກ ແລະ ໄດ້ມອບໝາຍໃຫ້ ສະ ຫາຍ ໜູຮັກ ພູມສະຫັວນ ເປັນຜູ້ ຮັບຜິດຊອບ, ໂດຍພາຍໃຕ້ການ ຊີ້ນໍາຂອງຄະນະນໍາສູນກາງພັກ, ເພື່ອສືບຕໍ່ເສີມຂະຫຍາຍສິດເປັນ ເຈົ້າຂອງມະຫາຊົນ, ປະກອບ ສ່ວນໃນພາລະກິດຕໍ່ສູ້ປະຕິວັດ ເພື່ອກໍ່ສ້າງເຂດປົດປ່ອຍເປັນລັດໜຶ່ງ, ກຽມທຸກເງື່ອນໄຂເພື່ອປົດປ່ອຍປະເທດຊາດຢ່າງສົມບຸນ. ຢູ່ເຂດປົດປ່ອຍເກົ່າໃນເວລານັ້ນ ພັກໄດ້ເອົາໃຈໃສ່ຊີ້ນໍາກໍ່ສ້າງເສດຖະກິດຢ່າງເປັນລະບົບສ້າງໂຮງຈັກ, ໂຮງງານຈໍານວນໜຶ່ງເຊັ່ນ: ໂຮງງານຕີເຫຼັກ, ໂຮງງານຕໍ່າ ແຜ່ນ, ໂຮງງານປຸງແຕ່ງສະບຽງ ອາຫານ, ໂຮງພິມ, ໄປສະນີ, ສື່ ສານ, ການກໍ່ສ້າງຖະໜົນຫົນທາງ ແລະ ອື່ນໆ ອັນໄດ້ເຮັດໃຫ້ກໍາມະ ກອນນັບມື້ໄດ້ເພີ່ມຂຶ້ນ, ອົງການ ກໍາມະບານກໍໄດ້ສ້າງຕັ້ງຮາກ ຖານຂຶ້ນຢູ່ແຕ່ລະຫົວໜ່ວຍການ ຜະລິດ, ແຕ່ລະສໍານັກງານອົງ ການຂອງລັດ, ໂຮງຮຽນ, ໂຮງໝໍ ໜ້າທີ່ຕົ້ນຕໍຂອງກໍາມະບານຖືເອົາ ວຽກງານໂຄສະນາການປະຕິບັດ ແນວທາງນະໂຍບາຍຂອງພັກແຕ່ ລະໄລຍະເປັນເນື້ອໃນໃຈກາງ ຂອງການເຄື່ອນໄຫວສ້າງຂະ ບວນການຕ່າງໆ, ທຸກສິ່ງທຸກຢ່າງ ເພື່ອຮັບໃຊ້ແນວໜ້າ, ຕີເອົາຊະ ນະສັດຕູ ແລະ ປົກປັກຮັກສາເຂດ ປົດປ່ອຍໃຫ້ເຂັ້ມແຂງ, ສຶກສາອົບ ຮົມມະຫາຊົນ, ເຮັດຫຼ້ອນໜ້າທີ່ວິ ຊາສະເພາະ, ລົງຂົນຂວາຍກໍ່ສ້າງ ຮາກຖານ, ເຂົ້າຮ່ວມການກໍ່ສ້າງ ກໍາລັງໃນກົມກອງທ້ອງຖິ່ນ ຕ່າງໆ, ປຸກລະດົມຊຸກຍູ້ຂະບວນ ການຕໍ່ສູ້ຂອງມະຫາຊົນໃຫ້ຟົດ ຟື້ນຢ່າງຕໍ່ເນື່ອງໂດຍຍຶດໝັ້ນແນວ ທາງນະໂຍບາຍຂອງພັກ: “ ສັນ ຕິພາບ, ເອກະລາດ, ປະຊາທິ ປະໄຕ ແລະ ເອກະພາບ ” ເພື່ອສໍາ ເລັດໄລຍະການປະຕິວັດຊາດປະ ຊາທິປະໄຕ ທົ່ວປະເທດໃນ ປີ 1972 ກອງປະຊຸມໃຫ່ຍ ຄັ້ງທີ II ຂອງພັກ ໄດ້ໄຂຂຶ້ນ ແລະ ພັກໄດ້ ວາງແນວທາງນະໂຍບາຍຕໍ່ສູ້ກັບ ຈັກກະພັດອາເມຣິກາ ແລະ ລູກ ມືຂອງພວກເຂົາ; ປີ 1973 ຍ້ອນ ຖືກໂຈມຕີຢ່າງແຂງແຮງ, ຈັກກະ ພັດອາເມຣິກາ ແລະ ລູກມືຈໍາຕ້ອງ ໄດ້ຍອມເຊັນສັນຍາວຽງຈັນກ່ຽວ ກັບການຟື້ນຟູສັນຕິພາບ ແລະ ປະຕິບັດຄວາມຖືກຕ້ອງປອງດອງຊາດຢູ່ໃນລາວ ຄັ້ງທີ III ໃນວັນທີ 21 ທັນວາ 1973. ສັນຍາດັ່ງກ່າວນັ້ນ ເປັນຂີດໝາຍ ແຫ່ງການປະລາໄຊຢ່າງສິ້ນເຊິງ ໃນສົງຄາມຮຸກຮານລ່າເມືອງຂຶ້ນ ແບບໃໝ່ຂອງຈັກກະພັດອາເມ ຣິກາຕໍ່ປະເທດລາວ, ຄໍາສັ່ງຢຸດຍິງຢູ່ທົ່ວດິນແດນລາວໄດ້ມີຜົນ ສັກສິດນັບແຕ່ວັນທີ 22 ທັນວາ 1973 ເປັນ ຕົ້ນໄປ. ເຊິ່ງໄຊຊະນະ ດັ່ງກ່າວເປັນໄຊຊະນະອັນໃຫຍ່ ຫຼວງທີ່ສຸດ, ໄດ້ສ້າງເງື່ອນໄຂ ໃໝ່ທີ່ເປັນພື້ນຖານເພື່ອພາການ ປະຕິວັດປະເທດເຮົາກ້າວຂຶ້ນ ຍາດເອົາໄຊ ຊະນະຢ່າງສົມບູນ; ປີ 1974-1975 ເປັນໄລຍະຕໍ່ສູ້ເພື່ອ ສໍາເລັດການປະຕິວັດຊາດປະຊາ ທິປະໄຕ ໃນທົ່ວປະເທດ. ພາຍໃຕ້ ການນໍາພາຂອງພັກ, ມະຫາຊົນ, ຊັ້ນຄົນຕ່າງໆຢູ່ໃນເຂດປົກຄອງ ຂອງສັດຕູ ແລະ ໃນເຂດເປັນ ກາງເປັນຕົ້ນແມ່ນກໍາມະກອນ, ຊາວນາ, ນັກຮຽນ, ນັກສຶກສາ ໄດ້ພ້ອມກັນລຸກຮືຂຶ້ນ ແລະ ເຂົ້າ ຮ່ວມຂະບວນການຕໍ່ສູ້ນັບມື້ນັບ ຫຼາຍ, ນັບມື້ນັບຟົດຟື້ນແຂງແຮງ ເຊັ່ນ: ການລຸກຮືຂຶ້ນຂອງກໍາມະ ກອນໄຟຟ້າວຽງຈັນ; ການລຸກ ຮືຂຶ້ນຢ່າງ ໝັ້ນໜຽວທົນທານຕະ ຫຼອດ 42 ວັນ ແລະ ຄືນຂອງ ກໍາມະກອນ ແລະ ປະຊາຊົນຊາວ ເມືອງໜອງບົກ ແຂວງຄໍາມ່ວນ; ການລຸກຮືຂຶ້ນແຍກຕົວຂອງ ກອງພັນ 102 ຂອງຝ່າຍວຽງ ຈັນ; ພ້ອມກັນນັ້ນກໍມີຂະບວນ ການຕໍ່ສູ້ຂອງຊາວໜຸ່ມ, ນັກ ຮຽນ, ນັກສຶກສາຢູ່ໃນຕົວເມືອງ ຕ່າງໆເຊັ່ນ: ວຽງຈັນ; ປາກເຊ ແລະ ສະຫວັນນະເຂດ, ດ້ວຍເງື່ອນ ໄຂອໍານວຍຄວາມສະດວກແກ່ ການປະຕິວັດລາວ, ໂດຍກໍາແໜ້ນ ເອົາກາລະໂອກາດ ປະຫວັດສາດ “ພັນປີມີເທື່ອໜຶ່ງ” ພັກໄດ້ຕົກ ລົງລຸກຮືຂຶ້ນຍຶດອໍານາດໃນ ຕົ້ນເດືອນ 5 ພຶດສະພາ 1975 ດ້ວຍທ່າສະໜາມທັງ 3 ເຂດ (ເຂດປົດປ່ອຍ, ເຂດກວດກາ ຂອງຝ່າຍກົງກັນຂ້າມ ແລະ ເຂດເປັນກາງ), ນໍາພາຍຶດອໍາ ນາດດ້ວຍ 3 ບາດຄ້ອນຍຸດທະ ສາດໂດຍບໍ່ເສຍເລືອດເນື້ອແບບ “ ບົວບໍ່ໃຫ້ຊ້ໍາ, ນໍ້າບໍ່ ໃຫ້ຂຸ່ນ“ ຄື: ການລຸກຮືຂຶ້ນຂອງປະຊາຊົນ, ການໜູນໜີບຂອງກໍາລັງປະກອບ ອາວຸດປະຕິວັດ ແລະ ການລຸກ ຮືຂຶ້ນແຍກຕົວອອກຂອງທະຫານ ຝ່າຍລາຊະອານາຈັກມາຮ່ວມ ກັບກໍາລັງປະຕິວັດ, ປະສານສົມ ທົບກັບຂະບວນການຂອງມະ ຫາຊົນ, ໄດ້ເຂົ້າຍຶດເອົາບັນດາ ທີ່ຕັ້ງສໍາຄັນຂອງຝ່າຍກົງກັນ ຂ້າມນັບທັງຢູ່ປາກເຊ, ສະຫວັນ ນະເຂດ ເຊິ່ງເປັນເຂດໃຈກາງ ບັງຄັບບັນຊາຂອງສັດຕູ ແບບ ສາຍຟ້າແມບ ເຮັດໃຫ້ເຂົາເຈົ້າ ຮັບມືບໍ່ທັນສ້າງຄວາມວຸ້ນວາຍ ແກ່ພວກເຂົາ. ເລີ່ມແຕ່ເວລາ 00:00 ຂອງວັນທີ 23 ສິງຫາ 1975 ບັນດາກ້ອນກໍາລັງຈາກ ພາກສ່ວນຕ່າງໆ ໃນນະຄອນ ຫຼວງວຽງຈັນ ແລະ ມາຈາກ ແຂວງວຽງຈັນພາກັນຫຼັ່ງໄຫຼອອກມາສູ່ທ້ອງຖະໜົນຫຼວງ, ຈັດຕັ້ງເປັນກ້ອນກໍາລັງໃຫຍ່, ນ້ອຍຊູປ້າຍຄໍາຂວັນທີ່ເຕັມໄປ ດ້ວຍເນື້ອໃນ ແລະ ສີສັນ, ຢູ່ເນື້ອ ໃນຄໍາຂວັນທີ່ໃຫຍ່ກວ່າໝູ່ແມ່ນ: “ໂຄນລົ້ມອໍານາດການປົກຄອງ ເກົ່າທີ່ເນົ່າເໝັນ” ສ້າງຕັ້ງອໍານາດ ການປົກຄອງປະຕິວັດປະຊາຊົນ ຂຶ້ນ, ຕໍ່ມາໃນເວລາ 5 ໂມງເຊົ້າ ຂອງວັນດຽວກັນ, ກ້ອນກໍາລັງ ທັງໝົດໄດ້ມາເຕົ້າໂຮມຢູ່ເດີ່ນ ທາດຫຼວງ ເພື່ອຈັດຕັ້ງງານໂຮມ ຊຸມນຸມມິດຕິງໃຫຍ່, ເພື່ອປະກາດ ລຶບລ້າງອໍານາດການປົກຄອງ ເກົ່າທັງໝົດ, ແລ້ວສ້າງຕັ້ງອໍາ ນາດການປົກຄອງປະຕິວັດຂຶ້ນ ແທນໃນຂອບເຂດທົ່ວປະເທດ; ໃນວັນຊາດທີ 2 ທັນວາ 1975 ໄດ້ປະກາດສ້າງຕັ້ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂຶ້ນຢ່າງເປັນທາງການ. ໄລຍະ 1975-1978: ພາຍຫຼັງສ້າງຕັ້ງລະບອບໃໝ່, ກົມການເມືອງສູນກາງພັກໄດ້ສືບຕໍ່ຊີ້ນໍາໆພາການເຄື່ອນໄຫວ ຂອງອົງການຈັດຕັ້ງກໍາມະບານ ລາວໃຫ້ມີຄວາມໜັກແໜ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ໂດຍເຊື່ອມຊຶມແນວ ທາງ, ທິດທາງ, ໜ້າທີ່ໃໝ່ທີ່ພັກ ວາງອອກ ແລະ ເຫັນແຈ້ງພາລະ ກໍາປະຫວັດສາດຂອງຊົນຊັ້ນ ກໍາມະກອນໃນໄລຍະໃໝ່ຂອງ ການປະຕິວັດ, ອົງການກໍາມະ ບານລາວ ໄດ້ອອກແຮງເພີ່ມທະ ວີການສຶກສາອົບຮົມກໍາມະກອນ, ລັດຖະກອນໃຫ້ມີຄວາມຕື່ນຕົວ ທາງຊົນຊັ້ນ, ຕື່ນຕົວທາງສັງ ຄົມນິຍົມ, ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນນັບມື້ສູງຂຶ້ນ ເລື້ອຍໆ, ພ້ອມທັງເອົາໃຈໃສ່ບໍາ ລຸງຍົກລະດັບການເມືອງ-ແນວ ຄິດ, ວັດທະນະທໍາ ແລະ ວິຊາ ສະເພາະທີ່ຈໍາເປັນ, ສ້າງແບບ ແຜນດໍາລົງຊີວິດແບບໃໝ່; ພ້ອມ ກັນນັ້ນ, ກໍໄດ້ປຸກລະດົມ ແລະ ຈັດຕັ້ງການແຂ່ງຂັນສັງຄົມນິຍົມ ຢ່າງຟົດຟື້ນພາຍໃຕ້ຄໍາຂວັນ: “ ທຸກສິ່ງທຸກ ຢ່າງເພື່ອປົກປັກ ຮັກສາປະເທດຊາດ ແລະ ກໍ່ສ້າງ ສັງຄົມນິຍົມ, ທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນເຜົ່າຕ່າງໆ “ ໂດຍແນ ໃສ່ 3 ຈຸດໝາຍຄື: ໜຶ່ງ: ຍົກສູງ ຜະລິດຕະພາບຂອງງານ; ສອງ: ຍົກສູງຄຸນນະພາບຂອງການຜະ ລິດຕະພັນ ແລະ ປະສິດທິຜົນຂອງ ວຽກງານ ແລະ ສາມ: ປະຢັດ ແລະ ເສີມຂະຫຍາຍຫົວຄິດປະດິດ ສ້າງ. ໃນ ສະພາບເງື່ອນໄຂຕົວຈິງ ຂອງປະເທດເຮົາໄລຍະນັ້ນ, ສະ ຫະພັນກໍາມະບານລາວໄດ້ຮັບ ການປັບປຸງການຈັດຕັ້ງເປັນ ລະບົບແຕ່ສູນກາງລົງຮອດຮາກ ຖານໃນທົ່ວປະເທດ, ຊົນຊັ້ນ ກໍາມະກອນລາວກໍໄດ້ເຕົ້າໂຮມ ຖັນແຖວຂອງຕົນເຂົ້າເປັນເອກະ ພາບຢູ່ໃນການຈັດຕັ້ງກໍາມະ ບານອັນດຽວ, ພາຍໃຕ້ການ ນໍາພາຂອງພັກ, ເຊິ່ງໃນເວລາ ນີ້ສາມາດເວົ້າໄດ້ວ່າ: ທຸກໆສໍາ ນັກງານ, ອົງການ ຂອງພັກ ແລະ ລັດ, ເກືອບທຸກໂຮງຈັກໂຮງງານ, ບໍລິສັດວິສາຫະກິດ, ນິຄົມລ້ວນ ແຕ່ມີພື້ນຖານກໍາມະບານ; ເຊິ່ງ ໄດ້ມີຈໍານວນກໍາມະກອນ, ລັດຖະກອນໃນທົ່ວປະເທດ 100.000 ກວ່າຄົນ ໃນນັ້ນ, ມີສະ ມາຊິກກໍາມະບານທັງໝົດຫຼາຍ ກວ່າ 5 ສິບພັນກວ່າຄົນ, ກວມ ເອົາກວ່າ 50%. ໄລຍະ 1979-1982: ເພື່ອກະກຽມໃຫ້ແກ່ການ ດໍາເນີນກອງປະຊຸມໃຫຍ່ຜູ້ແທນ ກໍາມະບານລາວທົ່ວປະເທດ ຄັ້ງ ທີ I ສູນກາງພັກໄດ້ແຕ່ງຕັ້ງຄະ ນະຂົນຂວາຍ, ປັບປຸງການຈັດ ຕັ້ງກໍາມະບານລາວຂຶ້ນປະກອບມີ 5 ສະຫາຍ ໂດຍແມ່ນ ສະຫາຍ ສະນັ່ນ ສຸດທິຈັກ ກໍາມະການສູນ ກາງພັກເປັນປະທານ, ສະຫາຍ ບຸນທໍາ ຂຸນລັບວິເສດອາຄົມ ແລະ ສະຫາຍ ສະຫວ່າງ ຈັນເທ ພາ ເປັນຮອງຄະນະ. ມາເຖິງ ວັນທີ 14-16 ທັນວາ 1983 ກອງປະຊຸມໃຫຍ່ຜູ້ແທນກໍາມະ ບານລາວທົ່ວປະເທດ ຄັ້ງທີ I ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ນະຄອນຫຼວງວຽງຈັນ, ເປັນ ກຽດເຂົ້າຮ່ວມ ແລະ ໂອ້ລົມໂດຍ ສະຫາຍ ໄກສອນ ພົມວິຫານ, ກອງປະຊມໃຫຍ່ກໍາມະບານ ລາວຄັ້ງປະຫັວດສາດໄດ້ໄຂຂຶ້ນ ໃນຂະນະທີ່ຊົນຊັ້ນກໍາມະກອນ ແລະ ປະຊາຊົນທົ່ວທັງປະເທດ ພວມອອກແຮງສູ້ຊົນປະຕິບັດຈຸດ ໝາຍໃຫຍ່ທາງເສດຖະກິດ-ສັງຄົມ ສໍາລັບຊຸມປີ 80 ທີ່ໄດ້ ກໍານົດໄວ້ໃນມະຕິຂອງກອງປະ ຊຸມໃຫ່ຍ ຄັ້ງທີ III ຂອງພັກປະ ຊາຊົນປະຕິວັດລາວ, ໃນນັ້ນ, ໄດ້ ເນັ້ນໃຫ້ອອກແຮງແຂ່ງຂັນທໍາ ການຜະລິດ, ປະຢັດເພື່ອສໍາເລັດ ແຜນການປີ 1983 ເຊິ່ງເປັນປີທີ 3 ຂອງການປະຕິບັດແຜນການ 5 ປີ ແຫ່ງລັດ ຄັ້ງທີ I. ກອງປະຊຸມ ໃຫຍ່ກໍາມະບານລາວທົ່ວປະເທດ ຄັ້ງທີ I ແມ່ນຍອດສູງຂອງການ ດໍາເນີນຊີວິດການເມືອງອັນ ກວ້າງໃຫຍ່ຂອງຊົນຊັ້ນກໍາມະ ກອນ, ເຊິ່ງໄດ້ດໍາເນີນຕັ້ງແຕ່ຂັ້ນ ພື້ນຖານ, ເມືອງ, ຂະແໜງການ, ແຂວງຕ່າງໆໃນທົ່ວປະເທດ ໂດຍ ມີຜູ້ແທນສົມບູນເຂົ້າຮ່ວມ ຈໍາ ນວນ 182 ສະຫາຍ ທີ່ເປັນຕົວແທນ ແກ່ສະມາຊິກກໍາມະບານທົ່ວປະ ເທດຈໍານວນ 50.000 ກວ່າ ສະຫາຍ, ກວມເອົາ ຈໍານວນ ກໍາມະກອນ-ລັດຖະກອນໃນທົ່ວ ປະເທດຫຼາຍກວ່າ 50 %, ມີກໍາ ມະບານຮາກຖານ 1.424 ແຫ່ງ. ໃນໄລຍະປິຜ່ານມາ, ຊົນ ຊັ້ນກໍາມະກອນ ແລະ ຊາວຜູ້ອອກ ແຮງງານໄດ້ເຕີບໃຫຍ່ຂະຫຍາຍ ຕົວ ແລະ ເປັນກໍາລັງແຮງຫຼັກ ແຫຼ່ງຕົ້ນຕໍແຫ່ງການຜະລິດຂອງ ລະບອບໃໝ່ ເຊິ່ງພວກເຮົາໄດ້ມີໝາກຜົນທີ່ປະຈັກຕາໃນຫຼາຍ ດ້ານ ເປັນຕົ້ນແມ່ນຜົນສໍາເລັດ ຂອງວຽກງານໂຄສະນາສຶກສາອົມຮົມການເມືອງ-ແນວຄິດສະ ຫະພັນກໍາມະບານແຕ່ລະຂັ້ນໄດ້ ຖືເປັນວຽກງານສໍາຄັນ, ເປັນ ວຽກກົກແຫ່ງການນໍາພາຂອງ ພັກຕໍ່ທຸກຂົງເຂດຊີວິດສັງຄົມ, ໄດ້ສຶກສາອົບຮົມໃຫ້ແກ່ຖັນແຖວພະນັກງານ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກ ແຮງງານລາວໃຫ້ເຂົ້າໃຈ, ເຊື່ອມ ຊຶມກໍາແໜ້ນ, ປະຕິບັດແນວທາງ ນະໂຍບາຍຂອງພັກ, ກົດໝາຍ ຂອງລັດໃຫ້ກາຍເປັນອັນລະອຽດ ໃນພາກປະຕິບັດຕົວຈິງໂດຍ ສອດຄ່ອງກັບກົດເກນພາວະວິໄສ ແຕ່ລະໄລຍະ; ເພີ່ມທະວີພັດທະນາຊົນຊັ້ນກໍາມະກອນດ້ານສີມືແຮງງານ, ວິທະຍາສາດ, ເຕັກ ໂນໂລຊີທີ່ກໍາລັງຂະຫຍາຍຕົວ ຕິດພັນກັບການເຕີບໃຫຍ່ຂະ ຫຍາຍຕົວກໍາລັງການຜະລິດ ຂອງຊາດ, ຍົກສູງລະດັບຄວາມ ຮູ້, ຄວາມສາມາດຂອງສະມາ ຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານໃຫ້ສູງຂຶ້ນ ສາມາດປະກອບເຂົ້າໃນຕໍາແໜ່ງ ງານຕ່າງໆ ເພ່ີມຂຶ້ນຫຼາຍກວ່າ ເກົ່າ; ສະຫະພັນກໍາມະບານແຕ່ ລະຂັ້ນໄດ້ສຸມໃສ່ປັບປຸງລະບົບ ການຈັດຕັ້ງຂອງຕົນຕິດພັນກັບ ວຽກງານ 3 ສ້າງ, ຕິດພັນກັບ ການຂະຫຍາຍຕົວຂອງການ ຈັດຕັ້ງພັກ-ລັດ ແລະ ບັນດາ ຫົວໜ່ວຍຕ່າງໆທັງ ພາກລັດ ແລະ ເອກະຊົນ, ໄດ້ເຮັດໃຫ້ ລະບົບການຈັດຕັ້ງ ແລະ ການ ຄຸ້ມຄອງວຽກງານກໍາມະບານ ເຂົ້າສູ່ລະບົບນັບມື້ດີຂຶ້ນ, ການ ຈັດຕັ້ງ ແລະ ສະມາຊິກກໍາມະ ບານໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງປະກອບ ມີ 18 ສະຫະພັນກໍາ ມະບານ ນະຄອນຫຼວງ, ແຂວງ, ມີ 36 ສະຫະພັນກໍາມະບານ ກະ ຊວງ ແລະ ອົງການ, ມີ 148 ສະຫະພັນກໍາມະບານເມືອງ, 20 ສະຫະພັນກໍາມະບານຂະ ແໜງການ 3.797 ຮາກຖານ, 6.789 ໜ່ວຍ, ມີກໍາມະບານ ອາຊີບ 1.142 ສະຫາຍ, ກໍາມະ ບານແຕ່ລະຂັ້ນຍັງໄດ້ເຄື່ອນໄຫວ ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທໍາຖືກຕ້ອງຕາມກົດ ໝາຍໃຫ້ລັດຖະກອນ, ສະມາ ຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານບັນດາ ເຜົ່າມີຫຼາຍດ້ານພົ້ນເດັ່ນຄື: ເຂົ້າ ຮ່ວມກັບອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນອື່ນໆ ຄົ້ນຄວ້າປະກອບ ຄໍາຄິດຄໍາເຫັນ ຕໍ່ການກໍານົດແນວທາງນະໂຍບາຍຂອງພັກໃນແຕ່ລະໄລຍະ, ບັນດາຮ່າງກົດໝາຍ, ດໍາລັດ, ລະບອບນະໂຍບາຍຕ່າງໆ, ການ ເຈລະຈາຕໍ່ລອງ ແລະ ສ້າງສັນ ຍາແຮງງານລວມໝູ່ລະຫວ່າງ ຜູ້ອອກແຮງງານ ແລະ ຜູ້ໃຊ້ ແຮງງານໃນຂົງເຂດລັດວິສາຫະ ກິດ ແລະ ວິສາຫະກິດເອກະຊົນ, ການໃຫ້ຄໍາປຶກສາແກ່ຜູ້ອອກ ແຮງງານ, ການຂຶ້ນທະບຽນກໍາ ມະກອນ, ການໂຄສະນາກ່ຽວກັບ ວຽກງານຄວາມປອດໄພແຮງ ງານ, ການສະເໜີຂຶ້ນຄ່າແຮງ ງານຂັ້ນຕໍ່າແກ່ຜູ້ອອກແຮງງານ ແລະ ຜົນງານຫຼາຍດ້ານຕື່ມອີກ; ສະຫະພັນກໍາມະບານແຕ່ລະ ຂັ້ນໄດ້ເອົາໃຈໃສ່ຫັນລົງຮາກ ຖານຊຸກຍູ້ຂະບວນການແຂ່ງ ຂັນ 2 ດີ 5 ເປັນເຈົ້າຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ, ຕິດພັນກັບວຽກງານ 3 ສ້າງຂອງກໍາມະບານ, ເຊິ່ງຂະ ບວນການດັ່ງກ່າວໄດ້ເປັນການ ສົ່ງເສີມຫົວຄິດປະດິດສ້າງເຮັດ ໃຫ້ພະນັກງານ, ສະມາຊິກກໍາມະ ບານ, ກໍາມະກອນ ແລະ ຊາວຜູ້ ອອກແຮງງານເຊື່ອໝັ້ນຕໍ່ການ ນໍາພາຂອງພັກຕໍ່ອົງການຈັດຕັ້ງ ຂອງກໍາມະບານ; ກໍາມະບານ ລາວຍັງໄດ້ເພີ່ມທະວີການພົວພັນ ຮ່ວມມືກັບອົງການຈັດຕັ້ງກໍາ ມະບານປະເທດເພື່ອນມິດຍຸດ ທະສາດ, ອົງການຈັດຕັ້ງສາ ກົນ, ພາກພື້ນ ແລະ ບັນດາປະ ເທດອື່ນໆ ສາມາດຍາດແຍງເອົາ ການສະໜັບສະໜູນຊ່ວຍເຫຼືອ ທາງດ້ານທຶນຮອນ, ວັດຖຸອຸປະ ກອນເຕັກນິກ ແລະ ບັນດາບົດ ຮຽນຈໍານວນໜຶ່ງແກ່ການພັດທະ ນາວຽກງານກໍາມະບານລາວ. ສັງລວມ: ຕະຫຼອດໄລະຍະແຫ່ງການປະກອບສ່ວນພັດທະ ນາສ້າງສາປະເທດຊາດມານີ້, ຍາມໃດກົມການເມືອງສູນກາງ ພັກ, ຄະນະເລຂາທິການສູນກາງ ພັກກໍໄດ້ເອົາໃຈໃສ່ໃກ້ຊິດຕິດ ແທດ ແລະ ຕີລາຄາສູງຕໍ່ການຈັດ ຕັ້ງເຄື່ອນໄຫວຂອງອົງການຈັດ ຕັ້ງກໍາມະບານລາວໃນນາມເປັນ ຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ, ເພື່ອ ເຮັດສໍາເລັດຄາດໝາຍສູ້ຊົນມະຕິກອງປະຊຸມໃຫຍ່ ຄັ້ງທີ X ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ຫາກໍສໍາເລັດຜົນຕາມຈຸດປະສົງ ແລະ ຄາດໝາຍວາງໄວ້, ສູ້ຊົນນໍາ ພາປະເທດຊາດໃຫ້ຫຼຸດພົ້ນອອກ ຈາກຄວາມດ້ອຍພັດທະນາ.. ຢາກ ປະຕິບັດໄດ້ຄືແນວນັ້ນ ກໍາລັງ ແຮງທີ່ແໜ້ນແກ່ນ ແລະ ກວມຈໍາ ນວນພົນຫຼາຍກວ່າໝູ່ກໍຍັງແມ່ນ ຄວາມຮັບຜິດຊອບຂອງສະມາ ຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ໃນທົ່ວປະເທດ, ທັງແມ່ນຜູ້ເຮັດ ການຜະລິດ, ທຸລະກິດ, ການບໍລິ ການ ແລະ ວຽກງານວິຊາສະເພາະ ທາງດ້ານຮ່າງກາຍ ແລະ ມັນສະ ໝອງ, ເປັນຜູ້ສ້າງຜະລິດຕະ ພັນໃໝ່ແກ່ສັງຄົມ, ເປັນຜູ້ປະ ກອບການໂດຍກົງເຮັດໃຫ້ມີການ ພັດທະນາເສດຖະກິດ-ສັງຄົມມີ ການເຕີບໃຫຍ່ຂະຫຍາຍຕົວ, ສ້າງຄວາມຮັ່ງມີເຂັ້ມແຂງແກ່ ປະເທດຊາດ ແລະ ເປັນຜູ້ສ້າງ ລາຍຮັບຕົວຈິງແກ່ຕົນເອງ ແລະ ປະເທດຊາດທັງເປັນຜູ້ປະກອບ ສ່ວນຕົວຈິງໃນການຄຸ້ມຄອງ ລັດ, ຄຸ້ມຄອງເສດຖະກິດ-ສັງ ຄົມ. ດ້ວຍເຫດນັ້ນ, ພັກຍາມໃດ ກໍຖືຊົນຊັ້ນກໍາມະກອນ ແລະ ຊາວ ຜູ້ອອກແຮງງານເປັນກໍາລັງແຮງ ຍຸດທະສາດຂອງຕົນ, ຍາມໃດ ພັກກໍເອົາໃຈໃສ່ສ້າງຊົນຊັ້ນກໍາ ມະກອນ ແລະ ຊາວຜູ້ອອກແຮງ ງານໃຫ້ມີຄວາມສາມາດທັນກັບ ທ່າອ່ຽງຂອງຍຸກສະໄໝ, ເປັນ ຊົນຊັ້ນທີ່ກ້າວໜ້າກວ່າ, ປະຕິວັດ ກວ່າຊົນຊັ້ນອື່ນ, ເປັນຊົນຊັ້ນຕັດ ສິນຊີ້ຂາດຕໍ່ການເຕີບໃຫຍ່ຂະ ຫຍາຍຕົວຂອງປະເທດຊາດ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ