ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງທັບປະຊາຊົນລາວເປັນທີ່ເພິ່ງຂອງປະຊາຊົນດ້ວຍດີຕະຫຼອດມາ
ເວລາອອກຂ່າວ: 2021-01-27 08:30:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 62 | ຄວາມນິຍົມ:



ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ, ທ່ານ ສາຄອນ ຈັນທະວົງສາ ຮອງຫົວໜ້າຫ້ອງການອຸດສາຫະກໍາ ການຄ້າເມືອງບໍລິຄັນ ແຂວງ ບໍລິຄໍາໄຊ ໄດ້ສະແດງຄວາມຮູ້ສຶກຂອງ ຕົນເອງວ່າ: ໃນນາມສ່ວນຕົວ ຂ້າພະເຈົ້າມີຄວາມພາກພູມໃຈເປັນ ຢ່າງຍິ່ງ ທີ່ເຫັນກໍາລັງປ້ອງກັນຊາດ ມີຄວາມເຕີບໃຫຍ່ຂະຫຍາຍຕົວ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນບັນດາ ເຜົ່າຢ່າງໜັກແໜ້ນ, ມີນໍ້າໃຈຕໍ່ສູ້ພິລະອາດຫານກ້າແກ່ນແໜ້ນໜຽວ ແລະ ໄຫວພິກ, ມີຫົວຄິດປະດິດສ້າງດີຕະຫຼອດມາ, ມີນໍ້າໃຈດຸໝັ່ນຂະຫຍັນພຽນໃນວຽກງານເພີ່ມພູນຜະລິດຜົນສ້າງຄວາມເຂັ້ມແຂງດ້ວຍ ຕົນເອງຈົນມາເຖິງປັດຈຸບັນກອງທັບປະຊາຊົນລາວ ຍາມໃດກໍຮັກສາໄດ້ມູນເຊື້ອຄວາມຈົງ ຮັກພັກດີຕໍ່ພັກຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ ເຊິ່ງໄລຍະຜ່ານມາ ປະຊາຊົນລາວ ຍາມໃດກໍໃຫ້ຄວາມເຊື່ອໝັ້ນຕໍ່ກອງທັບປະຊາຊົນ ລາວ ເວົ້າລວມ, ເວົ້າສະເພາະ ກອງພັນໃຫຍ່ 642 ແລະ ກໍາລັງ ກົມກອງທະຫານຕ່າງໆ ມີບົດບາດສໍາຄັນຫຼາຍໃນການປົກປັກ ຮັກສາປະເທດຊາດ ຍາມໃດກໍເປັນຫວ່ງເປັນໄຍຕໍ່ການດຳລົງຊີວິດ ຂອງພໍ່ແມ່ປະຊາຊົນ ໂດຍສະເພາະກໍຄືເຮັດໃຫ້ສະພາບຢູ່ເມືອງບໍລິຄັນມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນມີຄວາມອຸ່ນໃຈ ແລະ ທໍາມາຫາກິນດ້ວຍຄວາມສະດວກສະບາຍ. ສະນັ້ນຂ້າພະເຈົ້າຂໍສະ ແດງຄວາມຊົມເຊີຍ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ພັກລັດກໍຄຶກໍາ ລັງປະກອບອາວຸດເປັນຫ່ວງເປັນໄຍຕໍ່ເມືອງບໍລິຄັນ ເຮັດໃຫ້ສະພາບ ພື້ນຖານມີຄວາມສະຫງົບ, ເສດຖະກິດວັດທະນະທໍາມີຄວາມຂະ ຫຍາຍຕົວຢ່າງແຂງແຮງປະຊາຊົນມີຄວາມສາມັກຄີປອງດອງ ແລະ ຈະເລີນກ້າວໜ້າຂຶ້ນເລື້ອຍໆ. ທ້າຍນີ້, ຂ້າພະເຈົ້າຂອບໃຈ ແລະ ອວຍພອນໄຊໃຫ້ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ທີ່ໜູນວຽນມາອີກວາລະໜຶ່ງ ຖືໂອກາດນີ້ອວຍພອນໄຊແດ່ນາຍ ແລະ ພົນທະຫານທຸກໆ ທ່ານຈົ່ງມີສຸຂະພາບເຂັ້ມແຂງຈະເລີນກ້າວ ໜ້າໃນໜ້າທີ່ການງານຂອງທ່ານທຸກປະການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ