ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດແຕ່ງຕັ້ງຄະນະໜ່ວຍພັກ-ຄະນະບັນຊາກອງຮ້ອຍຮັບປະກັນ ຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2021-01-27 08:44:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1255 | ຄວາມນິຍົມ:



ວັນທີ 21 ມັງກອນ 2021 ນີ້, ຫ້ອງການບໍລິຫານ ກົມໃຫຍ່ ການເມືອງກອງທັບ ໄດ້ປະກາດ ແຕ່ງຕັ້ງຄະນະໜ່ວຍພັກ-ຄະນະ ບັນຊາກອງຮ້ອຍຮັບປະກັນ ຫ້ອງ ການບໍລິຫານ ກົມໃຫຍ່ການ ເມືອງກອງທັບ ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພັນເອກ ສິງຄຳ ພິມມະວົງ ເລຂາຄະນະ ພັກຮາກຖານ, ຫົວໜ້າຫ້ອງການ ບໍລິຫານ ກົມໃຫຍ່ການເມືອງ ກອງທັບ, ມີຄະນະໜ່ວຍພັກ-ຄະນະບັນຊາກອງຮ້ອຍຮັບປະ ກັນ ແລະ ພະນັກງານ-ນັກຮົບ ພາຍໃນກົມກອງເຂົ້າຮ່ວມ. ສະຫາຍ ພັນໂທ ຄຳອອນ ຫຼ້າຈັນທອນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະ ໜ່ວຍພັກ-ຄະນະບັນຊາກອງຮ້ອຍ ຮັບປະກັນ ຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບ ປັບປຸງ) ວ່າດ້ວຍ ການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູ ລະນະກົງຈັກການຈັດຕັ້ງນຳ ພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນ ເພື່ອເຮັດສຳເລັດໜ້າທີ່ປົກປັກ ຮັກສາ ແລະ ພັດທະນາປະເທດ ຊາດ, ອີງຕາມໜັງສືສະເໜີຂອງ ຫ້ອງການບໍລິຫານ ກົມໃຫຍ່ ການເມືອງກອງທັບ. ກົມໃຫຍ່ ການເມືອງກອງທັບ ຕົກລົງແຕ່ງ ຕັ້ງຫົວໜ້າ ແລະ ບັນດາຮອງ ຫົວໜ້າກອງຮ້ອຍຮັບປະກັນ ຫ້ອງການບໍລິຫານ ກົມໃຫຍ່ ການເມືອງກອງທັບ ຄື: ສະຫາຍ ພັນຕີ ນາງ ຈັນທອນ ອ່ອນຕາຄຳ ເປັນເລຂາໜ່ວຍພັກ ຫົວໜ້າ ການເມືອງ, ສະຫາຍ ພັນຕີ ນາງ ອ້ອມ ສຸຕະນາ ເປັນຮອງ ເລຂາໜ່ວຍພັກ ຮອງຫົວໜ້າ ການເມືອງ, ສະຫາຍ ພັນຕີ ທິບພາວັນ ໄຊຍະການ ເປັນກຳ ມະການກວດກາໜ່ວຍພັກ ຮັບຜິດຊອບວຽກງານພະລາ ທິການ, ສະຫາຍ ພັນຕີ ນາງ ດາວັນ ມະນີທອງ ຮັບຜິດຊອບ ວຽກງານບໍລິຫານ. ມອບໃຫ້ ອົງການຈັດຕັ້ງ, ກົມກອງ ແລະ ບັນດາສະຫາຍທີ່ກ່ຽວຂ້ອງຮັບ ຮູ້, ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ເຂັ້ມງວດ. ໂດຍ: ຈັນທະພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ