ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານແຂວງຫຼວງນໍ້າທາ ຄັດເລືອກທະຫານໃໝ່ ປະຈໍາປີ 2020
ເວລາອອກຂ່າວ: 2021-01-27 08:44:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 716 | ຄວາມນິຍົມ:



v ວັນທີ 14 ມັງກອນ 2021 ນີ້, ກອງບັນຊາການທະຫານ ແຂວງຫຼວງນໍ້າທາ, ໄດ້ກວດ ກາຄັດເລືອກເອົາທະຫານ ໃໝ່ ສົກປີ 2020, ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພັນເອກ ບຸນເພັງ ເທບພະພອນ ຮອງ ຫົວໜ້າກົມກຳລັງພົນ ກົມໃຫຍ່ ເສນາທິການກອງທັບ, ມີພະ ນັກງານວິຊາການຈາກກົມ ກຳລັງພົນ, ອະນຸກຳມະການ ຈາກພະແນກການກຳລັງພົນ, ພະແນກກວດກາ, ພະແນກ ປ້ອງກັນພາຍໃນ, ພະນັກງານ ວິຊາສະເພາະທີ່ກ່ຽວຂ້ອງພ້ອມ ດ້ວຍຜູ້ທີ່ສະໝັກໃຈເຂົ້າເປັນທະ ຫານໃໝ່ເຂົ້າຮ່ວມ, ການລົງກວດກາຄັດເລືອກ ທະຫານໃໝ່ໃນຄັ້ງນີ້, ໄດ້ກວດ ກາທາງດ້ານມາດຖານເງື່ອນໄຂ ຜູ້ທີ່ຈະສະໝັກເຂົ້າເປັນທະຫານ ໃໝ່ ຕ້ອງເປັນຄົນລາວ, ສັນຊາດ ລາວ ມີອາຍຸ 18-30 ປີ, ການສຶກ ສາຕ້ອງຈົບມັດທະຍົມຕອນປາຍ ຂຶ້ນໄປ, ຖ້າຈົບວິຊາສະເພາະ ຕ້ອງແມ່ນວິຊາສະເພາະທີ່ກອງທັບຕ້ອງການ ເຊັ່ນ: ປຸງແຕ່ງ, ກະສິກໍາ, ວິໄຈເຄມີ, ແພດ, ເຕັກນິກກົນຈັກ ແລະ ເຄຫາ, ຄະແນນເສັງຈົບຕ້ອງແມ່ນເກດ A, ເກດ B ແລະ ຖ້າເປັນຕົວ ເລກແມ່ນ ຄະແນນ 8 ຂຶ້ນໄປ ຈຶ່ງພິຈາລະນາ, ດ້ານສຸຂະພາບ ຕ້ອງແຂງແຮງດີ, ບໍ່ສັກລາຍ, ລວງສູງເພດຊາຍ 1,60 ແມັດ ຂຶ້ນໄປ, ນ້ຳໜັກບໍ່ໃຫ້ຫຼຸດ 60 ກິໂລ, ເພດຍິງລວງສູງ 1,55 ແມັດ, ນໍ້າໜັກບໍ່ຫຼຸດ 50 ກິໂລ, ປະຫວັດຕ້ອງຈະແຈ້ງ, ຕ້ອງ ເປັນຊາຍໂສດ, ຍິງໂສດ, ບໍ່ເຄີຍ ເປັນທະຫານ ຫຼື ຕຳຫຼວດມາ ກ່ອນ ແລະ ຕ້ອງປະຕິບັດຕາມ ການສັບຊ້ອນຂອງການຈັດຕັ້ງ. ການກວດກາທະຫານໃໝ່ໃນ ຄັ້ງນີ້ ແມ່ນຂັ້ນຕອນສຸດທ້າຍ ເຊິ່ງຈະໄດ້ກວດທາງດ້ານເອ ກະສານ, ປະຫວັດ, ສຸຂະພາບ, ນໍ້າໜັກ, ລວງສູງ, ກວດນໍ້າປັດ ສະວະ, ກວດຮ່າງກາຍ, ສໍາພາດ ແລະ ສະແກນລາຍມື. ໃນປີ 2020 ນີ້, ມີຜູ້ທີ່ສະໝັກເຂົ້າທະ ຫານໃໝ່ຈໍານວນ 138 ຄົນ, ຍິງ 5 ຄົນ. ໂດຍ: ສົມສະນຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ