ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຄື່ອນໄຫວລົງເກັບກຳຂໍ້ມູນໄພພິບັດຢູ່ບ້ານຄອງ
ເວລາອອກຂ່າວ: 2021-01-27 08:50:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ໃນວັນທີ 21 ມັງກອນ 2021 ທ່ານ ຄຳພູ ຈັນທະວົງ ຫົວໜ້າ ຫ້ອງວ່າການປົກຄອງແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງຂັ້ນແຂວງ ແລະ ເມືອງ ລົງ ເກັບກຳຂໍ້ມູນເນື້ອທີ່ນາເສຍ ຫາຍ ຈາກພະຍຸນົກເຕັນໃນໄລຍະຜ່ານ ມາຕາມການສະເໜີຂອງປະຊາ ຊົນຢູ່ຄຸ້ມເມືອງປາງ ບ້ານຄອງ ເມືອງແປກເຊິ່ງມີຜູ້ເສຍຫາຍ 9 ຄອບຄົວ 4,7 ເຮັກຕາດິນນາ ຖືກທັບຖົມມີ 1,8 ເຮັກຕາ. ນອກນັ້ນແມ່ນຮ່ອງເໝືອງຖືກ ເຊາະເຈື່ອນ ແລະ ຝາຍເປ່ເພ ຜ່ານການສຳຫຼວດເກັບກຳຂໍ້ມູນ ເຫັນວ່າດິນນາໄດ້ຮັບຄວາມ ເສຍຫາຍເນື່ອງມາຈາກຝົນຕົກ ລິນຕິດຕໍ່ກັນຫຼາຍມື້ຜົນມາຈາກ ພະຍຸນົກເຕັນ ແລະ ການກໍ່ສ້າງ ເສັ້ນທາງຈຳນວນໜຶ່ງນາເປັນ ນາເປີດໃໝ່ ຢູ່ຕິດກັບຫ້ວຍໃນ ຮ່ອມພູເລິກລະດັບນາກັບ ຫ້ວຍ ມີຄວາມສູງໃກ້ກັນສົ່ງຜົນໃຫ້ ເນື້ອທີ່ນາຮັບຜົນກະທົບຈາກ ໄພພິບັດໃນນອກນີ້, ຢູ່ເຂດດັ່ງ ກ່າວນໍ້າຫ້ວຍໄດ້ໄຫຼເຂົ້າຖໍ້າເຮັດ ໃຫ້ນໍ້າຖ້ວມ ຖ້າມີຝົນຕົກໜັກຕິດ ຕໍ່ກັນຫຼາຍມື້ ເນື່ອງຈາກນໍ້າໄຫຼ ອອກບໍ່ທັນ. ໂອກາດນີ້, ທ່ານຫົວໜ້າ ຫ້ອງວ່າການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງ ແລະ ເມືອງໄດ້ແລກ ປ່ຽນຄຳຄິດເຫັນກັບປະຊາຊົນ ໃຫ້ປະຊາຊົນສັບຊ່າວດິນນາຄືນ ບໍ່ລໍຖ້າແຕ່ຂັ້ນເທິງ ຫຼື ການຊ່ວຍ ເຫຼືອຈາກພາກສ່ວນຕ່າງໆ,ການ ລົງເກັບກຳຂໍ້ມູນຄັ້ງນີ້ແມ່ນຈະໄດ້ ສະເໜີຂັ້ນເທິງຄົ້ນຄວ້າເພື່ອມີ ທິດຊີ້ນຳແກ້ໄຂສ່ວນບໍລິສັດທີ່ກໍ່ ສ້າງເສັ້ນທາງແມ່ນໄດ້ຊ່ວຍເຫຼືອ ມາຄັ້ງໜຶ່ງແລ້ວ ແລະ ຍັງຈະໄດ້ ຊ່ວຍໃນການສັບຊ່າວດິນນາຈຳ ນວນໜຶ່ງຕາມຄວາມເໝາະສົມ. ໂດຍ: ບຸນມີ ແສງທຸມມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ