ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍປະເທດສົ່ງສານອວຍພອນ ແລະ ບັນດານັກຊ່ຽວຊານສາກົນຕີລາຄາສູງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
ເວລາອອກຂ່າວ: 2021-01-29 09:25:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XIII ຂອງພັກກອມ ມູນິດຫວຽດນາມ ໄດ້ຮັບສານ ອວຍພອນ 215 ສະບັບ ຈາກ 105 ພັກ, 4 ອົງການຈັດຕັ້ງລະດັບພາກ ພື້ນ ແລະ ສາກົນ, 76 ອົງການ ມິດຕະພາບ, 15 ຄະນະທູຕານຸທູດ ແລະ 15 ສ່ວນບຸກຄົນຈາກ 79 ປະເທດ. ນີ້ແມ່ນແຫຼ່ງລະດົມກຳ ລັງໃຈຢ່າງໃຫຍ່ຫຼວງຕໍ່ພາລະກິດ ແຫ່ງການປ່ຽນແປງໃໝ່ຂອງປະ ຊາຊົນຫວຽດນາມ ໂດຍພັກກອມ ມູນິດ ຫວຽດນາມ ລິເລີ່ມນຳພາ ແລະ ກໍແມ່ນປະກົດການທີ່ມີຊີວິດ ຊີວາຂອງການພົວພັນທີ່ນັບມື້ນັບ ເລິກເຊິ່ງຂອງພັກກອມມູນິດ ຫວຽດນາມ ກັບ ອົງການຈັດຕັ້ງ ພັກ ແລະ ເພື່ອນມິດສາກົນ. ກ່າວຄຳເຫັນທີ່ພິທີໄຂກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີXIII ຂອງພັກກອມມູນິດ ຫວຽດນາມ ເຊິ່ງດຳເນີນໃນຕອນ ເຊົ້າວັນທີ 26 ມັງກອນ, ປະທານ ສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕາງໜ້າໃຫ້ ຄະນະປະທານ ກອງປະຊຸມໃຫຍ່, ສະແດງຄວາມຂອບອົກຂອບໃຈ ຕໍ່ໄມຕີຈິດມິດຕະພາບ, ການຮ່ວມ ມື, ລະດົມກຳລັງໃຈ, ການສະ ໜັບສະໜູນ ແລະ ຊ່ວຍເຫຼືອອັນລ້ຳ ຄ່າຂອງບັນດາພັກການເມືອງ, ອົງການຈັດຕັ້ງຕ່າງໆ ແລະ ເພື່ອນ ມິດສາກົນທີ່ມີຕໍ່ພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ. ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມຢັ້ງຢືນ ຈະສືບຕໍ່ປະ ຕິບັດແນວທາງການຕ່າງປະ ເທດສະເໝີຕົ້ນສະເໝີປາຍ ເຊິ່ງ ພັກໄດ້ວາງອອກນັ້ນແມ່ນເພີ່ມ ທະວີການພົວພັນຮ່ວມມືມິດຕະ ພາບກັບບັນດາປະເທດ, ບັນດາ ພັກການເມືອງ, ອົງການຈັດຕັ້ງ ແລະ ເພື່ອນມິດສາກົນ, ປະກອບ ສ່ວນເຂົ້າໃນພາລະກິດສ້າງສັນຕິ ພາບ, ເອກະລາດແຫ່ງຊາດ, ປະ ຊາທິປະໄຕ ແລະ ຄວາມກ້າວໜ້າ ທາງສັງຄົມໃນໂລກ. ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນການຕ່າງ ປະເທດສູນກາງພັກປະຊາຊົນປະ ຕິວັດລາວ ໄດ້ຕີລາຄາສູງການນຳ ພາຂອງພັກກອມມູນິດຫວຽດ ນາມ ຕໍ່ກິດຈະການສ້າງສາ ແລະ ພັດທະນາປະເທດຊາດຂອງປະ ຊາຊົນຫວຽດນາມ, ກໍຄືການ ພົວພັນພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງ ປະເທດລາວ - ຫວຽດນາມ. ອາດ ເວົ້າໄດ້ວ່າ, ທຸກຜົນງານ, ທຸກບາດ ກ້າວເດີນຂອງປະຊາຊົນຫວຽດ ນາມ ແລະ ຂອງການປະຕິວັດ ຫວຽດນາມ ກໍລ້ວນແຕ່ອີງໃສ່ ການຊີ້ນຳ-ນຳພາຂອງພັກກອມ ມູນິດຫວຽດນາມ. ໃນໄລຍະໃໝ່, ພັກກອມມູນິດຫວຽດນາມ ສືບຕໍ່ ນຳພາປະຊາຊົນໃນການສ້າງສາ ປະເທດຊາດໃຫ້ນັບມື້ນັບຮັ່ງມີ ເຂັ້ມແຂງ ແລະ ມີບົດບາດນັບມື້ນັບສຳຄັນໃນເວທີພາກພື້ນ ແລະ ສາກົນ. ຫວ່າງມໍ່ໆມານີ້, ສື່ມວນຊົນ ຈີນ ໄດ້ລົງຂ່າວເປັນປະຈຳກ່ຽວ ກັບກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XIII ຂອງພັກກອມ ມູນິດຫວຽດນາມ, ໃນນັ້ນໄດ້ຢັ້ງ ຢືນວ່າ: 5 ປີຜ່ານມາ ຫວຽດນາມ ໄດ້ສ້າງຜົນງານມະຫັດສະຈັນ ໃໝ່ຢູ່ອາຊີ. ບັນດາສຳນັກຂ່າວ ສານໃຫຍ່ຂອງຈີນ ໄດ້ອັບເດດບັນ ດາຂໍ້ມູນຂ່າວສານ ແລະ ຮູບພາບ ກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດ ນາມຢ່າງຕໍ່ເນື່ອງ. ຜົນສຳເລັດ ຂອງຫວຽດນາມ ໃນການຕໍ່ສູ້ ກັບພະຍາດລະບາດໂຄວິດ-19, ການເຕີບໂຕ GDP ປີ 2020 ບັນລຸ 2,9% ນັ້ນ, ເປັນໜຶ່ງໃນຕົວ ເລກທີ່ໜ້າປະທັບໃຈ ແລະ ສູງທີ່ ສຸດໃນໂລກໃນຈຸດເວລາເກີດ ໂລກລະບາດໂຄວິດ-19. ຫວຽດ ນາມມີທ່າສະດວກ ແລະ ກຳລັງ ແຮງ ເພື່ອພັດທະນາເສດຖະກິດ ຢ່າງແຮງກວ່າອີກ ແລະ ຍັງແມ່ນ ຕະຫຼາດທີ່ດູດດື່ມ ເພື່ອລົງທຶນ ຍ້ອນພື້ນຖານເສດຖະກິດພວມ ພັດທະນາ. ເພື່ອບັນລຸໄດ້ບັນດາ ຜົນງານດັ່ງກ່າວກໍ່ຍ້ອນການນຳ ພາຂອງພັກກອມມູນິດຫວຽດ ນາມ, ການບໍລິຫານຢ່າງຂ້ຽວ ຂາດ, ມີປະສິດທິຜົນຂອງລັດຖະ ບານ, ຄວາມເຫັນດີເຫັນພ້ອມສູງ ຂອງທັງລະບົບການເມືອງ ແລະ ປະຊາຊົນ. ທ່ານນາງ ກີຕັນ ຫົວໜ້າຜູ້ຕາງ ໜ້າອົງການ ສປຊ ເພື່ອການພັດ ທະນາປະຈຳຫວຽດນາມ ໄດ້ຢັ້ງ ຢືນວ່າ: ຈະຮ່ວມມືຢ່າງແໜ້ນແຟ້ນ ແລະ ປະກອບສ່ວນເຂົ້າໃນການ ສ້າງສາ, ປະຕິບັດຍຸດທະສາດ ແລະ ແຜນການພັດທະນາເສດ ຖະກິດ, ສັງຄົມຂອງຫວຽດ ນາມ. ຖືວ່າວຽກງານກະກຽມ ບັນດາເອກະສານກອງປະຊຸມ ໃຫຍ່ຄັ້ງທີ XIII ຂອງພັກ, ພິເສດ ແມ່ນຍຸດທະສາດ ແລະ ແຜນການ ພັດທະນາເສດຖະກິດ, ສັງຄົມ ໄດ້ຮັບການຕີລາຄາສູງ. ທ່ານສາດສະດາຈານ ໂທມັດ ສັງກັດມະຫາວິທະຍາໄລ ຮຳບຸ ແລະ ທ່ານ ມູນເດີ ນັກຊ່ຽວ ຊານດ້ານເສດຖະກິດຂອງສະມາ ຄົມວິສາຫະກິດເຢຍລະມັນປະ ຈຳ ອາຊີ - ປາຊີຟິກ (OAV), ໄດ້ ໃຫ້ຂໍ້ສັງເກດວ່າ: ບັນດາປັດໄຈ ຫຼັກແຫຼ່ງທີ່ສ້າງເປັນຜົນສຳເລັດ ຂອງພັກກອມມູນິດຫວຽດນາມ ແມ່ນການສົມທົບກັນລະຫວ່າງ ການກະທຳມຸ່ງໄປສູ່ອະນາຄົດ ແລະ ມີເປົ້າໝາຍ, ມີລັກສະນະ ຕົວຈິງ ແລະ ຍາມໃດກໍ່ສະເໝີຕົ້ນ ສະເໝີປາຍ. ຜົນສຳເລັດອັນໃຫຍ່ທີ່ສຸດແມ່ນໃນຂົງເຂດເສດຖະກິດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ