ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຮາກຖານກອງພັນຂົນສົ່ງ 401 ຈັດຕັ້ງດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ
ເວລາອອກຂ່າວ: 2018-12-20 09:48:54 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ຫວ່າງມໍ່ໆນີ້ີ້, ຄະນະພັກ ຮາກຖານກອງພັນຂົນສົ່ງ 401 ທີ່ຂຶ້ນກັບກົມຂົນສົ່ງ ກົມໃຫຍ່ພະ ລາທິການກອງທັບ ໄດ້ສຳເລັດ ກອງປະຊຸມໃຫຍ່ຂັ້ນຂອງຕົນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພົນຈັດຕະວາ ປອ ວົງສັກ ພັນທະວົງ ກຳມະການຄະນະພັກ ກະຊວງ,​ ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບ,​ ມີຄະນະ ພັກຮາກຖານ, ສະມາຊິກສົມບູນ- ສຳຮອງ ແລະ ແຂກຮັບເຊີນເຂົ້າ ຮ່ວມ. ພັນໂທ ຄຳສອນ ຂັນທະຈັກ ເລຂາຄະນະພັກຮາກຖານ,​ ຫົວ ໜ້າການເມືອງກອງພັນຂົນສົ່ງ 401 ໄດ້ຂຶ້ນຜ່ານບົດລາຍງານ ການເມືອງທັງສອງພາກ ເຊິ່ງໄດ້ ຍົກໃຫ້ເຫັນການຊີ້ນຳ-ນຳພາ ຂອງຄະນະພັກ-ຄະນະບັນຊາ ໃນໄລຍະຜ່ານມາເຫັນວ່າ: ໄດ້ ເອົາໃຈໃສ່ສຳຄັນໃນການສຶກສາ ອົບຮົມການເມືອງນຳພາແນວ ຄິດໃຫ້ພະນັກງານ-ສະມາຊິກພັກ ທຸກຄົນໄດ້ຮັບຮູ້ເຂົ້າໃຈແຈ້ງກຳ ແໜ້ນຕໍ່ແນວທາງນະໂຍບາຍ ຂອງພັກ ບັນດາມະຕິ, ຄຳສັ່ງ, ຂໍ້ ກຳນົດກົດລະບຽບຂອງພັກ, ກົດ ໝາຍຂອງລັດ ປະຕິບັດຕໍ່ກົດລະ ບຽບຂອງກອງທັບວາງອອກ ຢ່າງເຂັ້ມງວດ ແລະ ສະມາຊິກ ພັກທຸກຄົນມີຄຸນທາດການເມືອງ ໜັກແໜ້ນ, ມີຄວາມຄິດອຸ່ນອຽນ ທຸ່ນທ່ຽງເຊື່ອໝັ້ນຕໍ່ການຊີ້ນຳ-ນຳ ພາຂອງພັກ-ລັດ ຕັ້ງໜ້າປະຕິບັດ ໜ້າທີ່ວິຊາສະເພາະ ກໍຄືໜ້າທີ່ ການເມືອງຂອງກົມກອງ ໂດຍ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງຄະນະພັກກະຊວງປ້ອງ ກັນປະເທດດ້ວຍຄວາມຮັບຜິດ ຊອບສູງ, ນອກຈາກຈະປະຕິບັດ ໜ້າທີ່ວິຊາສະເພາະຂອງຕົນໃນ ການຄຸ້ມຄອງພາຫະນະເຕັກນິກ ການຂົນສົ່ງຮັບປະກັນໄດ້ 100% ແລ້ວ. ຄະນະພັກຮາກຖານ, ພະ ນັກງານສະມາຊິກພັກແຕ່ລະສະ ຫາຍໄດ້ເອົາໃຈໃສ່ການຊີ້ນຳ-ນຳ ພາປັບປຸງກໍ່ສ້າງພັກພວກເຮົາ ໄດ້ຖືເອົາຄຸນະພາບເປັນກົກໃນ ການກໍ່ສ້າງພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ໂດຍຍຶດໝັ້ນ 5 ຫຼັກການ 3 ທິດນຳຂອງພັກ,​ ຕິດ ພັນກັບການກໍ່ສ້າງກອງ 3 ປອດ ເຊິ່ງໄລຍະຜ່ານມາສາມາດຕີລາ ຄາແບ່ງປະເພດສະມາຊິກພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ກວມເອົາ 93,75% ແລະ ແຂງ 1,56%, ວຽກງານຮັບປະກັນຊີ ວິດການເປັນຢູ່ພາຍໃນກົມກອງກໍ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນ ການປູກຝັງ-ລ້ຽງສັດຕາມທິດ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ ຕາມທິດນຳທີ່ວ່າ 4 ປູກ 4 ລ້ຽງຂອງກົມໃຫຍ່ພະລາທິການ ກອງທັບວາງອອກ ເຊິ່ງແຕ່ປີ 2015 ເຖິງປັດຈຸບັນໄດ້ຂາຍຢາງ ພາລາ 10.311 ກິໂລ ລວມເປັນ ເງິນ 119.140.000 ກີບ, ລ້ຽງ ໝູ 150 ໂຕ, ລ້ຽງໄກ່ 2.000 ໂຕ, ລ້ຽງປາ 220.000 ໂຕ ແລະ ປູກ ພືດຜັກຊະນິດຕ່າງໆໄດ້ 2.255 ກິໂລ ລວມເປັນເງິນລາຍຮັບທັງ ໝົດ 299.352.000 ກວ່າກີບ. ໃນພິທີຍັງໄດ້ປະກອບຄຳຄິດຄຳ ເຫັນໃສ່ບົດສະຫຼຸບຢ່າງກົງໄປກົງ ມາ ແລະ ໄດ້ປ່ອນບັດຄັດເລືອກ ເອົາຄະນະພັກຮາກຖານຊຸດໃໝ່ ໄດ້ຕາມຄາດໝາຍ 100%. ໃນຕອນທ້າຍພິທີ ຍັງໄດ້ຮັບ ຟັງການໂອ້ລົມຂອງ ທ່ານ ພົນຈັດ ຕະວາ ປອ ວົງສັກ ພັນທະວົງ ເຊິ່ງ ກ່ອນອື່ນທ່ານໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ໝາກຜົນສຳ ເລັດທີ່ທາງຄະນະພັກ-ຄະນະບັນ ຊາ ກໍຄືພະນັກງານສະມາຊິກພັກ ຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນໃຫ້ຄະນະພັກຮາກຖານ ຊຸດໃໝ່, ກໍຄືຄະນະພັກ-ຄະນະບັນ ຊາທຸກຂັ້ນ ຈົ່ງສືບຕໍ່ເຊີດຊູ ແລະ ຮັກສາຜົນງານອັນດີງາມຂອງ ຕົນ ເພື່ອພ້ອມກັນເຮັດສຳເລັດ ໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບ ໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ