ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຜູ້ແທນຈາກກອງທັບປະຊາຊົນຫວຽດນາມລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ
ເວລາອອກຂ່າວ: 2021-02-03 11:47:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1148 | ຄວາມນິຍົມ:



ຕອນເຊົ້າວັນທີ 27 ມັງກອນ, ທ່ານ ພົນໂທ ຟານວັນຢາງ, ກຳ ມະການສູນກາງພັກ, ກຳມະການ ຄະນະພັກການທະຫານສູນກາງ, ຫົວໜ້າເສນາທິການກອງທັບ ປະຊາຊົນຫວຽດນາມ, ຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດໄດ້ກ່າວຄຳປາໄສໃນກອງ ປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ຄອມມູນິດຫວຽດນາມ ໃນນັ້ນ, ຄະນະຜູ້ແທນກອງທັບໄດ້ສະແດງ ຄວາມເຫັນດີເປັນເອກະພາບລາຍ ງານການເມືອງຕໍ່ກອງປະຊຸມ ໃຫຍ່ ຂອງພັກ, ຮ່າງບົດລາຍ ງານການເມືອງມີເນື້ອໃນສົມບູນ ແລະ ຮອບດ້ານຕິດພັນຢ່າງແໜ້ນ ແຟ້ນລະຫວ່າງທິດສະດີ ແລະ ພຶດ ຕິກຳຕົວຈິງ, ສະແດງໃຫ້ເຫັນ ຄວາມມຸ່ງມາດປາຖະໜາຂອງ ພັກທົ່ວກອງທັບເພື່ອເປັນເຈົ້າ ການໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ເສີມຂະຫຍາຍທ່າແຮງປ້ອງ ກັນຊາດທົ່ວປວງຊົນ, ສືບຕໍ່ກໍ່ສ້າງ ກອງທັບປະຊາຊົນປະຕິວັດກ້າວ ຂຶ້ນທັນສະໄໝ ໃນ 5 ປີທີ່ຜ່ານມາ, ສະພາບ ການຂອງໂລກ ແລະ ພາກພື້ນ ໄດ້ພັດທະນາຢ່າງວ່ອງໄວ ແລະ ສັບສົນ ການແຂ່ງຂັນດ້ານຍຸດທະ ສາດລະຫວ່າງບັນດາປະເທດ ໃຫຍ່ໄດ້ມີຄວາມຮຸນແຮງ ສິ່ງ ທ້າທາຍດ້ານຄວາມປອດໄພ ທີ່ບໍ່ແມ່ນແບບດັ້ງເດີມແມ່ນນັບ ມື້ນັບຮຸນແຮງຂຶ້ນ. ວຽກງານປົກ ປັກຮັກສາປະເທດຊາດ, ພິເສດ ແມ່ນສິດອະທິປະໄຕເຂດທະເລ, ໝູ່ເກາະ, ປະສົບກັບຄວາມຫຍຸ້ງ ຍາກແລະສິ່ງທ້າທາຍຫຼາຍຢ່າງ. ສະພາບການນັ້ນ ຄະນະບໍ ລິຫານງານສູນກາງ, ກົມການ ເມືອງ, ຄະນະເລຂາທິການໄດ້ ຊີ້ນຳໃຫ້ກຳແໜ້ນ, ປະຕິບັດພາລະ ກິດການທະຫານປ້ອງກັນຊາດ ຢ່າງມີປະສິດທິຜົນຕາມມະຕິກອງ ປະຊຸມໃຫຍ່ຄັ້ງທີ XII ຂອງພັກ; ສຸມໃສ່ຮັດແໜ້ນ ແລະ ເສີມຂະ ຫຍາຍທ່າປ້ອງກັນຂອງທົ່ວປວງ ຊົນ, ກໍ່ສ້າງກອງທັບປະຊາຊົນ ປະຕິວັດກ້າວຂື້ນທັນສະໄໝ, ຮັກສາ ແລະ ສົ່ງເສີມທຳມະຊາດ ແລະ ຮີດຄອງປະເພນີຂອງກອງ ທັບວິລະຊົນໃຫ້ມີປະສິດທິຜົນ, ຕັ້ງ ໜ້າຜັນຂະຫຍາຍມູນເຊື້ອ ແລະ ກໍ່ສ້າງກອງທັບຕາມທິດຊີ້ນໍາ ຂອງພັກຢ່າງມີຫົວຄິດປະດິດ ສ້າງ, ດຸໝັ່ນຂະຫຍັນພຽນ, ຄົບ ຖ້ວນສົມ ບູນ, ສຳເລັດໜ້າທີ່ຕາມ ທີ່ພັກ-ລັດມອບໝາຍໃຫ້ເປັນ ຢ່າງດີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ