ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທົ່ວກົມໃຫຍ່ການເມືອງກອງທັບມີ 899 ສະຫາຍໄດ້ຮັບການປະດັບຫຼຽນກາລະນຶກ 70 ປີກອງທັບ
ເວລາອອກຂ່າວ: 2018-12-21 09:59:42 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 239838324 | ຄວາມນິຍົມ:



ໃນວັນທີ 20 ທັນວາ 2018 ນີ້ ຫ້ອງການເມືອງກົມໃຫຍ່ການ ເມືອງກອງທັບ ໄດ້ຈັດພິທີປະດັບ ຫຼຽນກາລະນຶກ 70 ປີ ໃຫ້ແກ່ພະ ນັກງານນາຍທະຫານທົ່ວກົມ ໃຫຍ່ການເມືອງກອງທັບ ໃນໂອ ກາດສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບ ຄົບຮອບ 70 ປີ ໂດຍ ການເປັນປະທານຂອງທ່ານ ພົນ ຈັດຕະວາ ວັນທອງ ກອງມະນີ ກຳ ມະການຄະນະພັກກະຊວງ, ຮອງ ຫົວໜ້າກົມໃຫຍ່ການເມືອງກອງ ທັບ ມີຄະນະພັກຄະນະບັນຊາ ກົມ ນ້ອຍ, ຫ້ອງການ, ກອງທີຂຶ້ນກັບ ເຂົ້າຮ່ວມ. ໂດຍອີງຕາມຂໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນ ປະເທດວ່າດ້ວຍການປະດັບ ຫຼຽນກາລະນຶກ 70 ປີ ໃຫ້ແກ່ ນາຍ ແລະ ພົນພະຫານກົມ ໃຫຍ່ການເມືອງກອງທັບ ໃນ ໂອກາດສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບຄົບຮອບ 70 ປີ ເພື່ອເປັນການຢັ້ງຢືນຕໍ່ຜົນງານ, ຄຸນງາມຄວາມດີຂອງພະນັກ ງານ ນາຍທະຫານກອງທັບປະ ຊາຊົນລາວທີ່ໄດ້ອຸທິດຕົ້ນປະ ກອບສ່ວນເຂົ້າໃນພາລະກິດປົດ ປ່ອຍຊາດ ແລະ ປົກປັກຮັກ ສາ, ສ້າງສາພັດພະນາປະເທດ ຊາດໃນໄລຍະຜ່ານມາເວົ້າ ລວມ, ເວົ້າສະເພາະແມ່ນເປັນ ການຍ້ອງຍໍສັນລະເສີນໝາກຜົນ ອັນດີຂອງພະນັກງານນາຍທະ ຫານທົ່ວກົມໃຫຍ່ເມືອງກອງທັບ ໃຫ້ມີຄວາມໝາຍເລີກເຊິ່ງ ແລະ ມີບັນຍາກາດຟົດຟື້ນ, ມີ ເນື້ອໃນອັນເລິກເຊິ່ງ ແລະ ມີ ຄວາມໝາຍສຳຄັນ ໃນນີ້ທົ່ວກົມ ໃຫຍ່ການເມືອງກອງທັບແມ່ນ ໄດ້ຮັບການປະດັບຫຼຽນກາລະ ນຶກ 70 ປີ ແມ່ນຈຳນວນທັງໝົດ 899 ສະຫາຍ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ