ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຖອດຖອນບົດຮຽນການປ້ອງກັນພະຍາດໂຄວິດ -​ 19 ແລະ ສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ
ເວລາອອກຂ່າວ: 2021-02-04 09:53:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ວັນທີ 2 ກຸມພາ 2021, ທີ່ໂຮງ ແຮມພູແມນ ແຂວງຫຼວງພະບາງ, ກະຊວງສາທາລະນະສຸກ ຮ່ວມ ກັບ ກະຊວງພາຍໃນ ແລະ ສຳນັກ ງານນາຍົກລັດຖະມົນຕີ ໄດ້ຈັດ ກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດໂຄງການ ສ້າງຄວາມພ້ອມ ແລະ ສ້າງຄວາມ ເຂັ້ມແຂງໃຫ້ທ້ອງຖິ່ນ ໃນການ ປ້ອງກັນ, ຄວບຄຸມ ແລະ ໂຕ້ຕອບ ພະຍາດໂຄວິດ-19, ເຊິ່ງໄດ້ຮັບ ການສະໜັບສະໜູນ ໂດຍອົງ ການອະນາໄມໂລກ (WHO) ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP). ໂດຍພາຍໃຕ້ການຮ່ວມເປັນປະ ທານຂອງ ທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະ ຊວງສາທາລະນະສຸກ, ທ່ານ ຄຳ ມູນ ວິພົງໄຊ ຮອງລັດຖະມົນຕີ ກະຊວງພາຍໃນ ແລະ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງ ລັດຖະມົນຕີ, ຮອງຫົວໜ້າຫ້ອງ ການສຳນັກງານນາຍົກລັດຖະມົນ ຕີ ແລະ ທ່ານ ວົງສະຫວັນ ເທບ ພະຈັນ ຮອງເລຂາພັກແຂວງ ຫຼວງພະບາງ ເຊິ່ງມີຜູ້ເຂົ້າຮ່ວມ ຈາກບັນດາກະຊວງ, ສະຖາບັນ ໃນຂັ້ນສູນກາງ, ແຂວງຫຼວງພະ ບາງ, 4 ແຂວງເປົ້າໝາຍ (ບໍ່ແກ້ວ, ຫຼວງນ້ຳທາ, ໄຊຍະບູລີ ແລະ ຈຳ ປາສັກ) ແລະ ຄູ່ຮ່ວມພັດທະນາ. ທ່ານ ຮສ. ດຣ ພູທອນ ເມືອງ ປາກ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນປັບປຸງການບໍລິການຂອງລັດ ເພື່ອກຽມຄວາມພ້ອມການປ້ອງ ກັນ, ຄວບຄຸມ ແລະ ໂຕ້ຕອບພະ ຍາດ ໂຄວິດ-19 ໃນຂັ້ນທ້ອງ ຖິ່ນ, ສ້າງຄວາມເຂັ້ມແຂງໃຫ້ແກ່ ຊຸມຊົນເພື່ອປ້ອງກັນ, ຄວບຄຸມ ແລະ ໂຕ້ຕອບກັບພະຍາດ ໂຄ ວິດ-19 ຢ່າງພ້ອມພຽງ ແລະ ມີ ປະສິດທິພາບ ແລະ ສ້າງຄວາມ ເຂັ້ມແຂງໃນການບໍລິການສາ ທາລະນະສຸກຂັ້ນພື້ນຖານ ທັງ ໃນໄລຍະການລະບາດຂອງ ພະ ຍາດ ໂຄວິດ-19 ແລະ ໃນອະນາ ຄົດ ເພື່ອໃຫ້ທຸກຄົນເຂົ້າເຖິງ ການບໍລິການດ້ານສາທາລະນະ ສຸກ ແລະ ສູ້ຊົນບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ. ປັດ ຈຸບັນທົ່ວໂລກມີຜູ້ຕິດເຊື້ອເກືອບ 74 ລ້ານຄົນ, ເສຍຊິວິດໄປແລ້ວ ເກືອບ 2 ລ້ານຄົນ, ປິ່ນປົວຫາຍດີ ເກືອບ 52 ລ້ານຄົນ, ເຊິ່ງໃນບັນ ດາປະເທດທີ່ຕິດເຊື້ອຫຼາຍກວ່າ ໝູ່ຍັງແມ່ນສະຫະລັດອາເມຣິກາ, ຮອງລົງມາແມ່ນປະເທດອິນ ເດຍ. ສຳລັບ, ສປປ ລາວ ມີຜູ້ຕິດ ເຊື້ອໂຄວິດ ທັງໝົດ 41 ຄົນ ປິ່ນ ປົວຫາຍດີ ແລະ ອອກໂຮງໝໍແລ້ວ 36 ຄົນ. ສໍາລັບ ການຈັດຕັ້ງປະ ຕິບັດຜ່ານມາ ໄດ້ຈັດຕັ້ງຢູ່ໃນ 4 ແຂວງ ໃນ 7 ເມືອງ ຄື: ແຂວງບໍ່ ແກ້ວ ມີເມືອງຜາອຸດົມ ແລະ ເມືອງຫ້ວຍຊາຍ; ແຂວງຫຼວງ ນໍ້າທາມີເມືອງຫຼວງນໍ້າທາ; ແຂວງໄຊຍະບູລີ ມີເມືອງເງິນ ແລະ ເມືອງແກ່ນທ້າວ ແລະ ແຂວງຈໍາປາສັກ ມີເມືອງອຸທຸມ ພອນ ແລະ ເມືອງປາກເຊ. ກິດຈະກໍາຕົ້ນຕໍແມ່ນການປະເມີນຄວາມຕ້ອງການໃນສູນຈໍາກັດບໍລິເວນ ແບບເລັ່ງດ່ວນ ແລະ ແບບລະອຽດ, ການສະໜັບສະ ໜູນ-ປັບປຸງໃຫ້ແກ່ສູນຈໍາກັດບໍ ລິເວນ 7 ເມືອງ, ຈັດກອງປະຊຸມ ສ້າງຄວາມເຂັ້ມແຂງໃຫ້ແກ່ ອົງການປົກຄອງທ້ອງຖິ່ນກ່ຽວ ກັບການກະກຽມຄວາມພ້ອມ ເພື່ອປ້ອງກັນ, ຄວບຄຸມ ແລະ ໂຕ້ ຕອບການລະບາດພະຍາດ ໂຄ ວິດ-19 ແລະ ສ້າງຖານສັງລວມ ຂໍ້ມູນໃນແຂວງເປົ້າໝາຍ. ນອກ ນີ້, ຍັງໄດ້ສະໜັບສະໜູນອຸປະ ກອນປ້ອງກັນ ແລະ ອະນາໄມ- ຂ້າເຊື້ອພະຍາດ, ອຸປະກອນຮັບ ໃຊ້ຫ້ອງການ ເປັນຕົ້ນແມ່ນ ຄອມ ພິວເຕີ, ໂທລະສັບ ແລະ ໂຕະຕັ່ງຕູ້, ສ້າງປັບປຸງຫ້ອງພັກ, ເຮືອນຄົວ, ຫ້ອງນໍ້າ ແລະ ອຸປະກອນທີ່ຈໍາ ເປັນຕໍ່ການດໍາລົງຊີວິດຕື່ມອີກ.ລວມມູນຄ່າໃນການຈັດຕັ້ງປະ ຕິບັດໂຄງການ 200.000 ກວ່າ ໂດລາສະຫະລັດ, ເຊິ່ງເລີ່ມແຕ່ ເດືອນກໍລະກົດ ຮອດ ເດືອນທັນວາ 2020 ຜ່ານມາ. ວາລະກອງປະຊຸມ ຜູ້ເຂົ້າ ຮ່ວມໄດ້ຮັບຟັງການລາຍງານ ສະພາບປັດຈຸບັນຂອງໂລກ ແລະ ຂອງປະເທດໃນການໂຕ້ຕອບ ພະຍາດໂຄວິດ-19, ການບໍລິການ ດູແລສຸຂະພາບທີ່ຈຳເປັນຂອງ ປະຊາຊົນຢູ່ທ້ອງຖິ່ນ ແລະ ການ ຮັກສາສຸຂະພາບຂັ້ນຕົ້ນ, ຮັບ ຟັງການລາຍງານໂດຍຫຍໍ້ກ່ຽວ ກັບການສ້າງຄວາມເຂັ້ມແຂງ ໃຫ້ແກ່ອົງການປົກຄອງທ້ອງຖິ່ນ, ລະບົບການຄຸ້ມຄອງຂໍ້ມູນສະ ຖານທີ່ຈຳກັດບໍລິເວນ ຢູ່ ສປປ ລາວ. ນອກນີ້, ໄດ້ສຸມໃສ່ບັນຫາ ທີ່ຍັງຄົງຄ້າງ ເພື່ອສືບຕໍ່ຈັດຕັ້ງ ປະຕິບັດ ເປັນຕົ້ນແມ່ນສ້າງຄວາມ ເຂັ້ມແຂງໃຫ້ກັບບັນດາກຸ່ມທີ່ມີຄວາມສ່ຽງໃນການກວດກາຕິດຕາມ, ປ້ອງກັນ, ຄວບຄຸມ ແລະ ໂຕ້ຕອບພະຍາດໂຄວິດ-19 ແລະ ພ້ອມກັນ ຄົ້ນຄວ້າປຶກສາຫາລື ເພື່ອວາງແຜນການສ້າງຄວາມ ເຂັ້ມແຂງໃນການກຽມຄວາມ ພ້ອມ ເພື່ອປ້ອງກັນ ແລະ ໂຕ້ຕອບ ການລະບາດຂອງພະຍາດໂຄ ວິດ-19 ແລະ ວຽກງານອື່ນທີ່ ກ່ຽວຂ້ອງ ແນໃສ່ຮັບປະກັນ ແລະ ສ້າງທຸກເງື່ອນໄຂໃນປ້ອງກັນ, ຄວບຄຸມ ແລະ ໂຕ້ຕອບພະຍາດ ດັ່ງກ່າວບໍ່ໃຫ້ກັບຄືນມາລະບາດ ຮອບໃໝ່. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ