ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບົດບາດພັກກອມມູນິດຫວຽດນາມໃນເວທີສາກົນ
ເວລາອອກຂ່າວ: 2021-02-05 10:02:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1357 | ຄວາມນິຍົມ:



ນະໂຍບາຍການຕ່າງປະເທດ ຂອງພັກກອມມູນິດຫວຽດນາມໄດ້ປະກອບສ່ວນຍົກສູງກຽດສັກ ສີ, ຖານະບົດບາດແລະຖານະ ຂອງຫວຽດນາມເປັນໜ້າຍົກ ຍ້ອງໃນເວທີສາກົນ. ບົດລາຍ ງານການເມືອງຂອງພັກຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ປີ 2020, ຫວຽດນາມໄດ້ປະຕິ ບັດສຳເລັດຫລາຍພາລະບົດບາດ, ໃນນັ້ນມີການເປັນປະທານອາ ຊຽນ, ປະທານສະພາລັດຖະສະ ພາລະຫວ່າງຊາດອາຊຽນຄັ້ງ ທີ 41, ສະມາຊິກບໍ່ຖາວອນຂອງ ສະພາຄວາມໝັ້ນຄົງສະຫະປະ ຊາຊາດ, ຫວຽດນາມໄດ້ປະກອບ ສ່ວນກັບ 10 ປະເທດສະມາຊິກ ອາຊຽນ ແລະ 5 ປະເທດຄູ່ຮ່ວມ ມືໄດ້ລົງນາມຢ່າງເປັນທາງ ການໃນການຮ່ວມມືດ້ານເສດ ຖະກິດຮອບດ້ານໃນພາກພື້ນ (RCEP); ໃນຂະນະນັ້ນ, ຫວຽດນາມ ມີສອງສັນຍາການ ຄ້າເສລີທີ່ສຳຄັນກວ່າອີກກັບ ສະຫະພາບ ເອີຣົບ (EVFTA) ກັບອັງກິດ ແລະ ອຽກລັງເໜືອ (UKVFTA). ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ເລືອກຕັ້ງການນຳຊຸດໃໝ່ ໃນການບໍລິຫານປະເທດສູ່ເປົ້າ ໝາຍຂອງມະຕິກອງປະຊຸມໃນ ການສ້າງອະນາຄົດຂອງຊາດ ເພື່ອເຮັດໃຫ້ຫວຽດນາມກາຍເປັນ ປະເທດພັດທະນາໃນປີ 2045 ແລະ ເພີ່ມທະວີການພົວພັນກັບບັນ ດາປະເທດ ແລະ ອົງການຈັດຕັ້ງ ສາກົນຫຼາຍຝ່າຍ. ສາມາດເວົ້າໄດ້ວ່າຫວຽດນາມຈະສືບຕໍ່ມີບົດບາດສຳຄັນໃນເວທີສາກົນ. ພັກກອມມູນິດຫວຽດນາມຍາມໃດກໍປະກອບສ່ວນອັນລໍ້າຄ່າໃຫ້ແກ່ ປະເທດຊາດຂອງຕົນແລະສາກົນ ນັບແຕ່ເຂົ້າເປັນສະມາຊິກອາ ຊຽນໃນປີ 1995, ຫວຽດນາມແມ່ນໜຶ່ງໃນບັນດປະເທດທີ່ມີພື້ນຖານເສດຖະກິດຂະຫຍາຍຕົວໄວທີ່ສຸດໃນອາຊີຕາເວັນອອກສ່ຽງ ໃຕ້. ເມື່ອຫວຽດນາມເປັນປະທານ ອາຊຽນໃນປີ 2020, ດ້ວຍການ ນຳພາຂອງຫວຽດນາມ, 10 ປະເທດອາຊຽນແລະ 5 ປະເທດ ຄູ່ຮ່ວມມືໄດ້ລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ໃນພາກພື້ນ (RCEP), ສ້າງ ເຂດການຄ້າເສລີທີ່ໃຫຍ່ທີ່ສຸດໃນໂລກ. ຫວຽດນາມໄດ້ມີບົດບາດ ທີ່ມີລັກສະນະສ້າງສັນໃນເວທີ ສາກົນເມື່ອປະຕິບັດນະໂຍບາຍ ການຕ່າງປະເທດໂດຍສັນຕິວິທີ, ເຊິ່ງຫວຽດນາມແມ່ນເພື່ອນມິດ ຂອງທຸກໆປະເທດ”. ໃນປີ 2020, ເຖິງວ່າຈະມີການລະບາດທີ່ສັບ ສົນຂອງພະຍາດໂຄວິດ-19 ໃນ ຖານະທີ່ເປັນປະທານອາຊຽນ, ຫວຽດນາມ ກໍໄດ້ຈັດກອງປະຊຸມ ລະດັບສູງຫຼາຍສິບຄັ້ງຜ່ານສື່ ສັງຄົມ online. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າຫວຽດນາມໄດ້ ປະກອບສ່ວນຊ່ວຍໃຫ້ອາຊຽນ ປັບຕົວເຂົ້າກັບສະພາບການທີ່ ຫຍຸ້ງຍາກສະແດງໃຫ້ເຫັນຜົນ ປະໂຫຍດທີ່ເປັນເອກະພາບ ແລະ ວິທີການຮ່ວມມືຂອງອາຊຽນ. ການປະກອບສ່ວນຂອງຫວຽດ ນາມໃນປີອາຊຽນ 2020 ແລະ ໃນສະພາຄວາມໝັ້ນຄົງສະຫະ ປະຊາຊາດໃນປີທີ່ຜ່ານມາແມ່ນ ການພິສູດໃຫ້ເຫັນນະໂຍບາຍ ການຕ່າງປະເທດທີ່ມີປະສິດທິ ຜົນຂອງພັກ . ໂດຍອີງໃສ່ເປົ້າ ໝາຍການພັດທະນາຂອງປະ ເທດທີ່ພັກກອມມູນິດຫວຽດນາມ ໄດ້ກຳນົດ, ຫວຽດນາມຈະມີບົດບາດສຳຄັນຍິ່ງໃນຂົງເຂດການ ຮ່ວມມືສາກົນ., ຫວຽດນາມຈະ ສືບຕໍ່ເພີ່ມທະວີການພົວພັນກັບບັນ ດາປະເທດ, ບໍ່ພຽງແຕ່ກັບບັນດາປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ, ຫາກຍັງກັບບັນດາປະເທດ ໃຫຍ່ຄື: ຣັດເຊຍຫລືຈະສົ່ງເສີມ ຢ່າງແຂງແຮງການພົວພັນກັບ ບັນດາປະເທດສະມາຊິກຂອງ ສະຫະພາບເອີຣົບ (EU) ໃນອະ ນາຄົດອັນໃກ້ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ