ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງໄຊສົມບູນຈັດ ພິທີມອບ-ຮັບໜ້າທີ່ເລຂາພັກແຂວງຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2018-12-21 10:05:52 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 399297336 | ຄວາມນິຍົມ:



ພິທີມອບ-ຮັບໜ້າທີ່ເລຂາພັກ ແຂວງ, ເຈົ້າແຂວງໄຊສົມບູນ ຜູ້ ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນຢ່າງ ເປັນທາງການໃນຕອນເຊົ້າຂອງ ວັນທີ 20 ທັນວາ 2018 ນີ້ ທີ່ ສະໂມສອນເມືອງອະນຸວົງ ໂດຍ ການເຂົ້າຮ່ວມເປັນປະທານຂອງ ທ່ານ ຈັນສີ ໂພສີຄຳ ກຳມະການ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວ ໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະນຳຈາກສູນກາງ, ຄະ ນະປະຈຳພັກແຂວງ, ກຳມະ ການພັກແຂວງ, ຫົວໜ້າພະແນກ ການ, ອົງການ, ກົມກອງອ້ອມ ຂ້າງແຂວງເຂົ້າຮວມ. ໃນພິທີ ທ່ານ ທອງຈັນ ໂຂງ ພູມຄຳ ຮອງເລຂາພັກ, ຮອງຫົວ ໜ້າຄະນະຈັດຕັ້ງສູນກາງພັກ ໄດ້ ຂຶ້ນຜ່ານຄຳສັ່ງຂອງກົມການ ເມືອງສູນກາງພັກວ່າດ້ວຍການ ຍົກຍ້າຍພະນັກງານການນຳຂັ້ນ ສູງ ຍົກຍ້າຍ ທ່ານ ພົນຕີ ປອ ທອງລອຍ ສິລິວົງ ເລຂາພັກ ແຂວງ, ເຈົ້າແຂວງໄຊສົມບູນ ຜູ້ ເກົ່າ ໄປຮັບໜ້າທີ່ໃໝ່ ແລະ ຜ່ານມະຕິຕົກລົງຂອງກົມການ ເມືອງສູນກາງພັກວ່າດ້ວຍການ ແຕ່ງຕັ້ງ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເປັນເລຂາພັກ ແຂວງ, ຮັກສາການເຈົ້າແຂວງ ໄຊສົມບູນ ຜູ້ໃໝ່. ໂອກາດນີ້ ທ່ານ ພົນຕີ ປອ ທອງລອຍ ສິ ລິວົງ ເຈົ້າແຂວງໄຊສົມບູນ ຜູ້ ເກົ່າ ໄດ້ຜ່ານບົດສະຫຼຸບຫຍໍ້ໃນ ການຊີ້ນຳ-ນຳພາວຽກງານຕະ ຫລອດໄລຍະທີ່ທ່ານດຳລົງຕຳ ແໜ່ງເກືອບ 3 ປີ ຜ່ານມາ ພ້ອມ ທັງກ່າວມອບໜ້າທີ່ໃຫ້ເຈົ້າ ແຂວງໄຊສົມບູນຜູ້ໃໝ່. ຈາກນັ້ນ ເລຂາພັກແຂວງ, ເຈົ້າແຂວງ ໄຊສົມບູນຜູ້ໃໝ່ໄດ້ຂຶ້ນກ່າວຮັບ ໜ້າທີ່ ພ້ອມທັງໃຫ້ຄຳໝັ້ນສັນ ຍາວ່າຈະສືບຕໍ່ເຈຕະລົມຂອງ ທ່ານເຈົ້າແຂວງຜູ້ເກົ່າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ແກ້ໄຂປາກົດການ ຫຍໍ້ທໍ້ໃນສັງຄົມ ລວມທັງແກ້ໄຂ ຄວາມທຸກຍາກຂອງປະຊາຊົນ. ຫລັງຈາກນັ້ນກໍໄດ້ມີພິທີເຊັນບົດ ບັນທຶກມອບ-ຮັບໜ້າທີ່ລະ ຫວ່າງ ທ່ານ ພົນຕີ ປອ ທອງ ລອຍ ສິລິວົງ ເຈົ້າແຂວງໆໄຊ ສົມບູນຜູ້ເກົ່າ ທ່ານ ພົນຕີ ຄຳ ລຽງ ອຸທະໄກສອນ ເປັນເລຂາ ພັກແຂວງ, ຮັກສາການເຈົ້າ ແຂວງໆໄຊສົມບູນຢ່າງເປັນ ທາງການ. ໃນໂອກາດດຽວກັນ ທ່ານ ຈັນສີ ໂພສີຄຳ ກຳມະການກົມ ການເມືອງສູນກາງພັກ, ຄະນະ ເລຂາທິການສູນກາງພັກ, ຫົວ ໜ້າຄະນະຈັດຕັ້ງສູນກາງພັກ ໄດ້ ມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ໃນການພັດທະນາແຂວງໄຊສົມ ບູນໃນໄລຍະຜ່ານມາ ໂດຍສະ ເພາະກໍແມ່ນການຊີ້ນຳ-ນຳພາ ຂອງ ທ່ານ ພົນຕີ ປອ ທອງລອຍ ສິລິວົງ ເຈົ້າແຂວງໆໄຊສົມບູນ ຜູ້ເກົ່າ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ເຖິງຄວາມຈຳເປັນໃນການສັບ ຊ້ອນພະນັກງານການນຳຂັ້ນສູງ ໃນຄັ້ງນີ້ໂດຍອີງໃສ່ໜ້າທີ່ຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ວຽກງານໃນໄລຍະໃໝ່ ແລະ ທ່ານໄດ້ຮຽກຮອງໃຫ້ເຈົ້າ ແຂວງຜູ້ໃໝ່ ຈົ່ງສືບຕໍ່ພັດທະນາ ແຂວງໄຊສົມບູນ ແລະ ເພີ່ມທະ ວີຄວາມສາມັກຄີໃຫ້ເປັນເອກະ ພາບໃນການນຳພາໝູ່ຄະນະ, ປັບປຸງແບບແຜນການນຳພາ ແລະ ເສີມຂະຫຍາຍມູນເຊື້ອທີ່ ດີຂອງແຂວງເພື່ອນຳພາ ແລະ ປຸກລະດົມກຳລັງແຮງຂອງສັງ ຄົມ ພ້ອມກັນສ້າງສາພັດທະນາ ແຂວງໄຊສົມບູນໃຫ້ມີຄວາມຈະ ເລີນກ້າວໜ້າຂຶ້ນເລື້ອຍໆ. ຂ່າວ: ພຸດທະສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ