ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫໍສະໝຸດກອງທັບຈັດກິດຈະກຳແຂ່ງຂັນຖາມ-ຕອບຄວາມຮູ້ຮອບຕົວ
ເວລາອອກຂ່າວ: 2018-12-21 15:16:32 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ຫໍສະໜຸດກອງທັບໄດ້ຈັດກິດ ຈະກໍາແຂ່ງຂັນຖາມ-ຕອບຄວາມ ຮູ້ຮອບຕົວ ໃນວັນທີ 19 ທັນວາ 2018 ນີ້ ຢູ່ທີ່ສະໂມສອນກົມ ໃຫຍ່ການເມືອງກອງທັບ ໂດຍ ການເຂົ້າຮ່ວມເປັນປະທານຂອງ ພັນເອກ ສີພອນ ແກ້ວສະໄໝ ຮອງຫົວໜ້າກົມໂຄສະນາອົບ ຮົມກົມໃຫຍ່ການເມືອງກອງ ທັບ, ມີ ພັນໂທ ພິມພາ ປັນຍາຮັກ ອໍານວຍການຫໍສະໝຸດກອງທັບ, ມີຄະນະພັກ-ຄະນະບັນຊາພະ ນັກງານ-ນັກຮົບ ຈາກ 16 ຫົວ ໜ່ວຍກົມກອງເຂົ້າຮ່ວມ. ພັນໂທ ພິມພາ ປັນຍາ ຮັກ ໄດ້ຂຶ້ນກ່າວມີຄໍາເຫັນວ່າ: ການ ຈັດກິດຈະກໍາຖາມ-ຕອບຄວາມ ຮູ້ຮອບຕົວໃນຄັ້ງນີ້ ເປັນການ ສ້າງຂະບວນການຂໍ່ານັບຮັບ ຕ້ອນ ວັນສ້າງຕັ້ງກອງທັບປະ ຊາຊົນລາວຄົບຮອບ 70 ປີ, ວັນ ຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ ໃຫ້ມີ ບັນຍາກາດເບີກບານມ່ວນຊື່ນ ຟົດຟື້ນແຂງແຮງ, ທັງເປັນການ ທົບທວນຫວນຄືນມູນເຊື້ອວີລະ ກໍາອັນລໍ້າເລີດຂອງບັນພະບູ ລຸດລາວແຕ່ລະຍຸກແຕ່ລະສະໄໝ ທີ່ໄດ້ນໍາພາປວງຊົນລາວຕໍ່ສູ້ກູ້ ຊາດ ດ້ວຍມະນະຈິດສູ້ຮົບທີ່ບໍ່ມີ ວັນຍອມຈໍານົນໃຫ້ແກ່ຈັກກະພັດ ຜູ້ຮຸກຮານ, ມັນໄດ້ຖືກບັນທຶກໄວ້ ໃນປຶ້ມປະຫວັດສາດສຳຄັນຂອງ ຊາດລາວ ຈາກຜົນງານດັ່ງກ່າວ ໄດ້ກາຍມາເປັນມູນເຊື້ອຜົນ ງານອັນສະຫງ່າງາມປະດັບໄວ້ ໃນຜືນແຜ່ນດິນນີ້ບໍ່ມີວັນສູນຫາຍ ໃຫ້ລູກຫລານລາວໄດ້ສຶກສາ ຮຽນຮູ້ ໂດຍສະເພາະແມ່ນພະ ນັກງານ-ນັກຮົບ ໃນກອງທັບ ປະຊາຊົນລາວ ພ້ອນກັນ ຈົດຈໍາ ລໍ້າລຶກວັນສໍາຄັນອັນເປັນມູນ ເຊື້ອທາງດ້ານປະຫວັດສາດ ແລະ ພ້ອມກັນຮໍ່າຮຽນເອົາແບບ ຢ່າງຄຸນງາມຄວາມດີຂອງເພິ່ນ ມາໝູນໃຊ້ເຂົ້າໃນໜ້າທີ່ການ ເມືອງຂອງກົມກອງ, ພ້ອມນັ້ນ ກໍເປັນການກະຕຸກຊຸກຍູ້ວຽກ ງານຫ້ອງສະໝຸດຂອງກົມກອງ ໃຫ້ມີການຂະຫຍາຍຕົວໄດ້ ເຄື່ອນໄຫວຕິດພັນໄປກັບຂະ ບວນການວຽກງານດ້ານຕ່າງໆ ຂອງກົມກອງຕົນໃຫ້ເກີດດອກ ອອກຜົນຢ່າງເປັນຮູບປະທໍາ. ການແຂ່ງຂັນຖາມ-ຕອບ ຄວາມຮູ້ຮອບຕົວຄັ້ງນີ້ ມີ 16 ຫົວໜ່ວຍກົມກອງຢູ່ອ້ອມຂ້າງກະ ຊວງເຂົ້າຮ່ວມ, ຜ່ານການແຂ່ງ ຂັນຖາມ-ຕອບຕົວຈິງລາງວັນ ຊະນະເລີດແມ່ນວິທະຍາຄານ ເຕັກນິກການທະຫານ,ທີ 2 ກອງ ພັນໃຫຍ່ 11 ແລະ ກອງພັນໃຫຍ່ 641 ແລະ ທີ 3 ກອງພັນໃຫຍ່ 703, ກອງບັນຊາການທະຫານ ນະຄອນຫລວງວຽງຈັນ,ກົມ ໃຫຍ່ ເສນາທິການກອງທັບ ແລະ ໄດ້ຮັບລາງວັນຊົມເຊີຍມີ 10 ຫົວໜ່ວຍກົມກອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ