ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບ້ານ ໂນນສະຫວັນ ເພີ່ມທະວີການຮັກສາຄວາມສະຫງົບເພື່ອຮັບປະກັນໃຫ້ບັ້ນເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II
ເວລາອອກຂ່າວ: 2021-02-17 08:55:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 81 | ຄວາມນິຍົມ:



ເພື່ອຮັບປະກັນຄວາມສະ ຫງົບປອດໄພໃຫ້ແກ່ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາ ຊົນແຂວງ ຊຸດທີ II ອໍານາດການ ປົກຄອງບ້ານໂນນສະຫວັນ ເມືອງ ໄຊເຊດຖາ ນະຄອນຫຼວງວຽງ ຈັນ ໄດ້ເພີ່ມທະວີມາດຕະການ ຮັກສາຄວາມສະຫງົບຂອງບ້ານ ດ້ວຍຄວາມຮັບຜິດຊອບສູງ. ທ່ານ ສະໄຫວ ສີຫາລາດ ເລ ຂາພັກນາຍບ້ານໆ ໂນນສະຫວັນ ເມືອງ ໄຊເສດຖາ ແຂວງ ນະຄອນ ຫຼວງວຽງຈັນໄດ້ໃຫ້ສໍາພາດເມື່ອ ບໍ່ດົນນີ້ວ່າ: ຫຼັງຈາກໄດ້ຮັບທິດຊີ້ ນໍາຈາກຄະນະກໍາມະການເລືອກ ຕັ້ງຂັ້ນເມືອງ ໃນການເພີ່ມທະວີ ການຮັກສາຄວາມສະຫງົບໃຫ້ ແກ່ບັ້ນເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ແລະ ສະພາປະຊາຊົນ ແຂວງ ທາງຄະນະພັກອໍານາດ ການປົກຄອງບ້ານ ໂນນສະຫວັນ ກໍໄດ້ອອກຂໍ້ຕົກລົງໃຫ້ກໍາລັງ ປກສ-ປກຊ ບ້ານ ເພີ່ມທະວີການ ເຮັດໜ້າທີ່ຮັກສາຄວາມສະຫງົບ ພາຍໃນບ້ານແຕ່ຫົວທີ ພ້ອມທັງ ໄດ້ອອກສາລະເວນ ເວນຍາມໃນ ແຕ່ລະຄືນ ເພື່ອກວດກາການສັນ ຈອນໄປມາ-ເຂົ້າອອກພາຍໃນ ບ້ານ, ໂດຍສະກັດກັ້ນການສັນ ຈອນ ໄປມາບໍ່ໃຫ້ກາຍເວລາ 23:00 ໂມງຂຶ້ນໄປ, ເພື່ອຮັບປະ ກັນຄວາມສະຫງົບ, ຄຽງຄູ່ກັນ ນັ້ນກໍໄດ້ເກັບກໍາສະຖິຕິພົນລະ ເມືອງຂອງບ້ານຢ່າງລະອຽດ. ທ່ານ ສະໄຫວ ສີຫາລາດ ຍັງ ໄດ້ກ່າວຕື່ມວ່າ: ນອກຈາກວຽກ ງານຮັກສາຄວາມສະຫງົບໃຫ້ ແກ່ບັ້ນເລືອກຕັ້ງແລ້ວອໍານາດ ການປົກຄອງບ້ານ ຍັງໄດ້ປຸກລະ ດົມພໍ່ແມ່ປະຊາຊົນພາຍໃນບ້ານ ສ້າງຂະບວນການຕ້ອນຮັບວັນ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ຊຸດທີ IX ແລະ ສະມາຊິກສະ ພາປະຊາຊົນຂັ້ນແຂວງຊຸດທີ II ດ້ວຍການອະນາໄມຕາມຖະ ໜົນຫົນທາງ, ບ້ານເຮືອນ ແລະ ສະຖານທີ່ສໍາ ຄັນຕ່າງໆຂອງ ບ້ານ ເພື່ອສ້າງຄວາມສະອາດ ຈົບງາມ ແລະ ຄວາມເປັນລະບຽບ ຮຽບຮ້ອຍ. ສໍາລັບຢູ່ບ້ານໂນນ ສະຫວັນຜູ້ທີ່ມີສິດປ່ອນບັດເລືອກ ຕັ້ງທີ່ມີອາຍຸ 18 ປີ ຂຶ້ນມີທັງໝົດ 850 ຄົນ ມີຫີບບັດ 1 ຫີບ ໂດຍ ກໍານົດເອົາຈຸດໂຮງຮຽນປະຖົມ ຂອງບ້ານເປັນຈຸດປ່ອນບັດ ໂດຍ: ຈັນທະວົງ ອຸ່ນວິໄລ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ