ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເປີດງານວາງສະແດງສິນຄ້າ ແລະ ຕັ້ງກອງບຸນທີ່ຫໍຈາລຶກ 21 ມີນາ
ເວລາອອກຂ່າວ: 2021-02-18 09:21:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 68 | ຄວາມນິຍົມ:



ງານວາງສະແດງສິນຄ້າ ແລະ ຕັ້ງກອງບຸນ ທີ່ຫໍຈາລຶກເຫດ ການປະຫວັດສາດບັ້ນຮົບປ້ອງ ກັນຕົວເມືອງທ່າແຂກ 21 ມີນາ 1946 ໄດ້ເປີດຂຶ້ນໃນວັນທີ 15 ກຸມພາ 2021, ໂດຍການເຂົ້າຮ່ວມ ຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ, ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າ ເມືອງໆທ່າແຂກ, ທ່ານ ວັນນະ ລັກ ພົມມະວົງສາ ປະທານບໍລິ ສັດ ໄຮໂດຼ ພາວເວີ ຈຳກັດ ພ້ອມ ດ້ວຍບັນດາການນຳຂອງແຂວງ, ຄະນະພະແນກການ, ຂະແໜງ ການອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງໆທ່າແຂກ ທັງເປັນປະທານຈັດງານ ໄດ້ຂຶ້ນ ກ່າວຕໍ່ພິທີເປີດງານດັ່ງກ່າວວ່າ: ເພື່ອເປັນການລະນຶກເຖິງມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານ ບໍ່ຍອມຈຳນົນຂອງບັນພະບູລຸດ ພວກເຮົາໄດ້ພ້ອມກັນຈັດງານ ດັ່ງກ່າວຂຶ້ນ ເພື່ອອຸທິດຫາດວງວິນ ຍານຂອງນັກຮົບປະຕິວັດ ແລະ ປະຊາຊົນບັນດາເຜົ່າ ຊາວເມືອງ ທ່າແຂກ ທີ່ເສຍສະຫຼະເລືອດເນື້ອ ອັນສູງສົ່ງ ເພື່ອປ້ອງກັນຕົວເມືອງ ທ່າແຂກ( 21 ມີນາ 1946) ຕິດ ພັນກັບການສົ່ງເສີມ, ຊຸກຍູ້ຂະ ບວນການຜະລິດເປັນສິນຄ້າ ແລະ ຊຸກຍູ້ການທ່ອງທ່ຽວພາຍ ໃນໃຫ້ມີການຂະຫຍາຍຕົວຄຽງ ຄູ່ກັບການຊຸກຍູ້ເສດຖະກິດຕິດ ພັນກັບການສ້າງຂະບວນການ ເຮັດໃຫ້ເມືອງທ່າແຂກມີບັນຍາ ກາດທີ່ຟົດຟື້ນ. ເຊິ່ງງານດັ່ງກ່າວ ໄດ້ເລີ່ມແຕ່ວັນທີ 15-19 ກຸມພາ 2021, ພາຍໃນງານໄດ້ມີການຕັ້ງ ກອງບຸນຈຳນວນ 02 ກອງຢູ່ໃນ ຫໍຈາລຶກ 21 ມີນາ ແລະ ບໍລິເວນ ອ້ອມຂ້າງດ້ານນອກກໍມີຮ້ານຄ້າ ເຂົ້າຮ່ວມວາງສະແດງ ແລະ ຈຳ ໜ່າຍສິນຄ້າທັງໝົດ 68 ຮ້ານ. ໃນນັ້ນ, ຮ້ານຜະລິດຕະພັນສິນຄ້າ ໂອດ໋ອບ ຂອງແຂວງຈຳນວນ 3 ຮ້ານ, ຈາກຕ່າງແຂວງ 17 ຮ້ານ ແລະ ຮ້ານຄ້າ ຈາກຫົວໜ່ວຍ ທຸລະກິດ 48 ຮ້ານ. ນອກຈາກ ການວາງສະແດງສິນຄ້າແລ້ວ ໃນຍາມຄໍ່າຄືນຍັງມີການສະແດງ ສີລະປະທີ່ມາຈາກສູນກາງໃນ ແຕ່ລະຄືນ ແລະ ໃນຕອນເຊົ້າຂອງ ວັນທີ 19 ກຸມພາ ຈະມີການໃສ່ ບາດຖວາຍສັງຄະທານ ເພື່ອອຸທິດສ່ວນບຸນກຸສົນເຖິງດວງວິນຍານຂອງນັກຮົບປະຕິວັດ ແລະ ປະຊາຊົນບັນດາເຜົ່າຊາວເມືອງ ທ່າແຂກ ທີ່ເສຍສະຫຼະເລືອດເນື້ອ ເພື່ອປ້ອງກັນຕົວເມືອງທ່າແຂກ ໃນເຫດການ 21 ມີນາ ປີ 1946. ໂອກາດດັ່ງກ່າວ ບັນດາຄະ ນະ ປະທານ ແລະ ແຂກທີ່ເຂົ້າຮ່ວມ ພາຍໃນງານກໍໄດ້ຮ່ວມຕັດແຖບ ຜ້າ ເພື່ອເປີດງານຢ່າງເປັນທາງ ການພ້ອມທັງຊົມການວາງສະ ແດງສິນຄ້າປະເພດຕ່າງໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ