ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເມືອງພູວົງ ຈູດທຳລາຍສິນຄ້າເສື່ອມຄຸນນະພາບ ແລະ ໝົດອາຍຸ
ເວລາອອກຂ່າວ: 2021-02-18 09:30:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 80 | ຄວາມນິຍົມ:



ເຈົ້າໜ້າທີ່ເມືອງພູວົງ ແຂວງ ອັດຕະປື ໄດ້ຈູດທຳລາຍສິນ ຄ້ານອກລະບົບ, ສິນຄ້າເສື່ອມ ຄຸນນະພາບ ແລະ ສິນຄ້າໝົດອາຍຸ ຫຼາຍລາຍການ, ລວມມູນຄ່າ 39 ລ້ານກວ່າກີບ, ເຊິ່ງພິທີຈູດທໍາ ລາຍໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມາ ນີ້, ທີ່ຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ, ໂດຍການເຂົ້າ ຮ່ວມທ່ານ ທິດສະຫັວນ ໄຊຍະ ແສງ ຮອງເຈົ້າເມືອງໆພູວົງ, ມີ ທ່ານ ພູໄຊ ວໍລະລາດ ຮອງຫົວ ໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງອັດຕະປື, ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ວິໄລວັນ ໄຊຍະບຸນຮາຍ ຫົວໜ້າຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງພູວົງ ໄດ້ກ່າວ ວ່າ: ສິນຄ້າທີ່ນຳມາທຳລາຍຄັ້ງນີ້ ເປັນສິນຄ້າທີ່ເຈົ້າໜ້າທີ່ກວດກາ ການຄ້າ ເມືອງພູວົງ ໄດ້ລົງກວດ ກາພົບຢູ່ບັນດາຫົວໜ່ວຍທຸລະກິດ ຫ້າງຮ້ານຂາຍຍົກ-ຂາຍຍ່ອຍ ຕາມຕະຫຼາດໃນຂອບເຂດທົ່ວ ເມືອງ ເຊິ່ງໄດ້ເຄື່ອນໄຫວ 45 ຄັ້ງ, ມີ 270 ເທື່ອຄົນ, ໄດ້ສ້າງບົດບັນ ທຶກຕັກເຕືອນຫົວໜ່ວຍທຸລະ ກິດ ມີ 12 ຄັ້ງ, ມີ 55 ສະບັບ, ໄດ້ຍຶດ ສິນຄ້າ ມີ 22 ລາຍການ, ລວມ ມູນຄ່າ 44 ລ້ານກວ່າກີບ. ໃນນີ້, ສິນຄ້າໝົດອາຍຸການນຳໃຊ້ໝວດ ສະບຽງອາຫານ ມີ 10 ລາຍ ການ ລວມມູນຄ່າ 22 ລ້ານກວ່າ ກີບ, ໝວດເຄື່ອງໃຊ້ ມີ 6 ລາຍການ ມູນຄ່າ 8 ລ້ານກວ່າກີບ, ສິນ ຄ້ານອກລະບົບ, ເກືອດຫ້າມນຳ ເຂົ້າ ແລະ ຫ້າມນຳເຂົ້າ ມີ 6 ລາຍການ ມູນຄ່າ 13 ລ້ານກວ່າ ກີບ, ສ່ວນປະເພດໄມ້ແມ່ນບໍ່ໄດ້ ທຳລາຍ .



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ