ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 5 ກວດກາການກໍ່ສ້າງກອງວັດທະນະທຳ - ນັກຮົບວັດທະນະທຳ ຢູ່ກອງພັນ 429, 23 ແລະ 10
ເວລາອອກຂ່າວ: 2021-02-19 08:58:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ໃນລະຫວ່າງວັນທີ 16-17 ກຸມພາ 2021 ນີ້, ໜ່ວຍງານ ກວດກາຊຸກຍູ້ຂະບວນການສ້າງ ກອງວັດທະນະທຳ-ນັກຮົບວັດ ທະນະທຳ, ກອງພົນທີ 5 ໄດ້ລົງ ເຄື່ອນໄຫວຊຸກຍູ້ບັນດາກົມກອງທີ່ ເປັນເປົ້າໜາຍຈະສ້າງເປັນກອງ ວັດທະນະທຳ ແລະ ກົມກອງທີ່ ເປັນກອງວັດທະນະທຳແລ້ວ, ເຊິ່ງນຳໂດຍ ສະຫາຍ ພັນໂທ ສຳລີ ຈັນທະວົງ ຮອງຫົວໜ້າ ຫ້ອງການເມືອງກອງພົນທີ 5 ພ້ອມດ້ວຍພະແນກໂຄສະນາ, ພະ ແນກແຜນການ, ພະແນກອົບຮົມ ແລະ ອົງການຈັດຕັ້ງມະຫາຊົນ ລົງຊຸກຍູ້ວຽກງານການສ້າງກອງ ວັດທະນະທຳ-ນັກຮົບວັດທະນະ ທຳ ຢູ່ກອງພັນ 429, ກອງພັນ 23 ແລະ ກອງພັນ 10 ທີ່ຂຶ້ນກັບ ກອງພັນໃຫຍ່ 501 ໂດຍໄດ້ຮັບການຕ້ອນຮັບຈາກຄະນະພັກ-ຄະນະບັນຊາ, ພະນັກງານ-ນັກ ຮົບພາຍໃນກົມກອງດ້ວຍຄວາມ ອົບອຸ່ນ. ໃນການລົງກວດກາຄັ້ງນີ້ ບັນດາຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ກໍໄດ້ລາຍງານ ຄືນຜ່ານການຈັດຕັ້ງປະຕິບັດ ແຜນການສ້າງກອງວັດທະນະ ທຳ-ນັກຮົບວັດທະນະທຳ ທີ່ກົມ ໂຄສະນາ-ອົບຮົມ ກົມໃຫຍ່ການ ເມືອງກອງທັບວາງອອກ ກໍຄື: ແຈ້ງການຂອງພະແນກໂຄສະນາ ອົບຮົມ ຫ້ອງການເມືອງ ກອງພົນ ທີ 5 ໄດ້ແຈ້ງການແນະນຳເນື້ອ ໃນບັນດານິຕິກຳກ່ຽວກັບວຽກ ງານການສ້າງກອງວັດທະນະ ທຳ-ນັກຮົບວັດທະນະທຳ ເພື່ອ ເປັນທິດນຳໃຫ້ຄະນະພັກ-ຄະນະ ບັນຊານຳມາຈັດຕັ້ງຜັນຫຍາຍ ເຂົ້າໃນວຽກງານລວມຂອງກົມ ກອງໂດຍ ຕິດພັນກັບການປະຕິ ບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກ, ຂະບວນການ ສ້າງກອງ 3 ປອດຄື:(ປອດໃສ ປອດໄພ ປອດຄະດີ ), ຂະບວນ ການສ້າງກອງປອດໃສ ເຂັ້ມແຂງ ໜັກແໜ້ນ ໄປພ້ອມໆກັບການປະ ຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເຊິ່ງບັນດາກົມກອງໄດ້ ພ້ອມກັນຈັດຕັ້ງປະຕິບັດຢ່າງ ຕັ້ງໜ້າ. ເຊິ່ງຜ່າມາເຫັນວ່າພະ ນັກງານ-ນັກຮົບພາຍໃນກົມ ກອງມີຄວາມສະດຸ້ງໄວ ຕື່ນຕົວ ປະກອບສ່ວນເຂົ້າໃນຂະບວນ ການຢ່າງສຸດກົກສຸດປາຍເຮັດ ໃຫ້ກົມກອງມີການພັດທະນາ ເປັນກ້າວໆ ຈາກນັ້ນບັນດາພະ ແນກການທີ່ກ່ຽວຂ້ອງກໍໄດ້ລົງ ກວດກາ ຊີ້ນຳຂົງເຂດວຽກງານ ທີ່ກົມກອງສ້າງມາໄດ້ໃນໄລຍະ ຜ່ານມາ. ໂອກາດດັ່ງກ່າວ, ສະຫາຍ ພັນໂທ ສຳລີ ຈັນທະວົງ ຜູ້ຊີ້ນຳ ວຽກງານການສ້າງກອງວັດທະ ນະທຳ ກໍໄດ້ຊີ້ນຳບາງບັນຫາ ກ່ຽວກັບການສ້າງກອງວັດທະ ນະທຳ-ນັກຮົບວັດທະນະທຳເປັນ ຕົ້ນແມ່ນ ຂັ້ນຕອນໃນການຄົ້ນ ຄວ້າປະຫວັດມູນເຊື້ອຂອງກົມ ກອງໃນແຕ່ລະໄລຍະ , ການປັບ ປຸງບັນດາ ພື້ນຖານໂຄງລ່າງຂອງ ກົມກອງ, ການສ້າງເສດຖະກິດ, ການປະດັບປະດາຕິດທຸງຊາດ ທຸງທິວ ປ້າຍຄຳຂວັນ, ລະບົບ ເຮືອນນອນ, ເຮືອນກິນເຂົ້າ,ລະ ບົບຫ້ອງນ້ຳ, ສະຖານທີ່ທຳການ ຜະລິດ, ຫ້ອງອ່ານ ຕ້ອງຈັດສັນ ຖືກຕາມຂັ້ນເທິງໄດ້ກຳນົດ ທັງນີ້ກໍເປັນການປັບປຸງກໍ່ສ້າງກົມກອງ ຂອງຕົນໃຫ້ກາຍເປັນກົມກອງ ວັດທະນະທຳ-ນັກຮົບວັດທະນະ ທຳໃຫ້ໄດ້ຕາມລະດັບຄາດໝາຍ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ