ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈົ່ງໃຊ້ສິດ ແລະ ປະຕິບັດພັນທະຂອງພົນລະເມືອງຕໍ່ການເລືອກຕັ້ງເອົາ ສສຊ - ສສຂ
ເວລາອອກຂ່າວ: 2021-02-19 09:44:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ວັນທີ 21 ກຸມພາ 2021 ຈະ ເປັນມື້ເລືອກຕັ້ງເອົາສະມາຊິກສະ ພາແຫ່ງຊາດ ( ສຊຊ ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ແຂວງ ( ສສຂ ), ນະຄອນຫຼວງ ວຽງຈັນ ຊຸດທີ II ນັບວ່າເປັນມື້ ທີ່ມີຄວາມສຳຄັນຫຼາຍຕໍ່ກັບ ປະຊາຊົນລາວບັນດາເຜົ່າ ໂດຍ ສະເພາະແມ່ນຕໍ່ກັບຜູ້ທີ່ມີສິດ ເຂົ້າຮ່ວມການປ່ອນບັດເລືອກ ຕັ້ງ ເຊິ່ງຈະໄດ້ມີໂອກາດໃຊ້ສິດ ຂອງຕົນເອງໃນການເລືອກເອົາ ຜູ້ທີ່ດີ, ຜູ້ທີ່ມີຄວາມຮູ້, ຄວາມມາດ ເຂົ້າໃນສະພາ. ທ່ານ ກອງມາລາ ພົມມະໄລ ປະທານບໍລິສັດເຄແອນບີເຟີນິ ເຈີ, ຮອງປະທານສະມາຄົມເຟີ ນິເຈີລາວ, ຢູ່ບ້ານບໍ່ນາງົວ ເມືອງ ຈັນທະບຸລີ,ນະຄອນຫຼວງວຽງ ຈັນ ໄດ້ ສະແດງຄວາມຮູ້ສືກ ແລະ ທັດ ສະນະວ່າ: ມີຄວາມຮູ້ສຶກດີໃຈ ຫຼາຍທີ່ຈະມີການເລືອກຕັ້ງເອົາ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາ ຊົນແຂວງ, ນະຄອນຫຼວງວຽງ ຈັນ ຊຸດທີ II ສ່ວນຕົວຂ້າພະເຈົ້າແມ່ນ ຈະເລືອກເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ, ເປັນຜູ້ທີ່ມີ ຄວາມໜ້າເຊື່ອຖືໄດ້ໃນການເປັນ ຕົວແທນແຫ່ງສິດຜົນປະໂຫຍດ ອັນຊອບທຳໃຫ້ກັບປະຊາຊົນ ລາວບັນດາເຜົ່າ, ສະນັ້ນ, ຖືໂອ ກາດນີ້ເຖິງຜູ້ທີ່ມີສິດປ່ອນບັດ ໃນແຕ່ລະເຂດໂດຍສະເພາະຜູ້ ທີ່ມີອາຍຸ 18 ປີ ຂຶ້ນໄປຈົ່ງຕື່ນ ຕົວໄປໃຊ້ສິດປະຊາທິປະໄຕ ຂອງຕົນ ແລະ ປະຕິບັດພັນທະ ພົນລະເມືອງເຂົ້າໃນການປ່ອນ ບັດເລືອກຕັ້ງເອົາສະມາຊິກສະ ພາແຫ່ງຊາດ ແລະ ສະມາຊິກສະ ພາແຂວງ, ນະຄອນຫຼວງວຽງຈັນ ເພື່ອໃຫ້ໄດ້ບຸກຄົນທີ່ມີມາດຖານ ຄົບຖ້ວນເຂົ້າໃນສະພາແຫ່ງຊາດ ເພື່ອເປັນຕົວແທນໃຫ້ແກ່ປະຊາ ຊົນລາວບັນດາເຜົ່າເພາະ 1 ສິດ 1 ສຽງຂອງທ່ານແມ່ນມີຄວາມ ສຳຄັນຫຼາຍ. ການເລືອກ ຕັ້ງເອົາສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ແຂວງ, ນະຄອນຫຼວງວຽງຈັນ ຊຸດ ທີ II ແມ່ນມີຄວາມສໍາຄັນຫຼາຍແກ່ປະຊາຊົນລາວບັນດາເຜົ່າ ເພາະປະຊາຊົນຜູ້ທີ່ມີສິດ ໃນການປ່ອນ ບັດເລືອກຕັ້ງຈະ ໄດ້ມີໂອກາດໃນການໄປເລືອກ ເອົາສະມາຊິກສະພາຜູ້ທີ່ມີຄວາມ ຮູ້, ຄວາມສາມາດດີທີ່ສຸດເຂົ້າ ໃນສະພາ ໃນປັດຈຸບັນປະເທດ ຊາດຂອງພວກເຮົາ ກໍກຳລັງມີ ການພັດທະນາຂຶ້ນຢ່າງຕໍ່ເນື່ອງ ສະນັ້ນ, ຖ້າພວກເຮົາໄດ້ຜູ້ທີ່ມີ ຄວາມຮູ້, ຄວາມສາມາດທີ່ສູງ ເດັ່ນກໍຍິ່ງຈະເຮັດໃຫ້ປະເທດຊາດ ນັບມື້ນັບດີຂຶ້ນຢ່າງບໍ່ຢຸດຢັ້ງ. ທ່ານກ່າວຕື່ມວ່າ: ໃນການ ເລືອກຕັ້ງຄັ້ງນີ້ ຂ້າພະເຈົ້າມີ ຄວາມຮູ້ສຶກພາກພູມໃຈທີ່ໄດ້ ເປັນສ່ວນໜຶ່ງ ແລະ ເປັນຜູ້ໜຶ່ງທີ່ມີສິດໃນການປ່ອນບັດເລືອກຕັ້ງ ເຊິ່ງຈະໄດ້ມີໂອກາດໄດ້ໄປເລືອກ ເອົາຜູ້ທີ່ມີເງື່ອນໄຂຄົບຖ້ວນເຂົ້າ ໃນສະພາ ສະນັ້ນ, ໂອກາດນີ້ຮຽກ ຮ້ອງເຖິງຜູ້ທີ່ມີສິດເຂົ້າຮ່ວມການ ປ່ອນບັດເລືອກຕັ້ງເຊິ່ງຖືເປັນ ໂອກາດທີ່ສຳຄັນທີ່ສຸດ ເພາະ ພວກເຮົາຈະໄດ້ໄປໃຊ້ສິດຂອງ ຕົນໄດ້ເລືອກເອົາຜູ້ທີ່ເຮົາມັກ ແລະ ຕ້ອງການທີ່ຈະເຂົ້າມາພັດທະນາປະເທດຊາດຂອງ ພວກ ເຮົາໄດ້ເປັນຢ່າງດີ ແລະ ຖື ໂອກາດນີ້ອວຍພອນໃຫ້ບັນດາ ທ່ານຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງ ຊາດ ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນແຂວງ, ນະຄອນຫຼວງ ວຽງຈັນ ໃນຂອບເຂດທົ່ວປະ ເທດຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການລົງສະໝັກຮັບເລືອກຕັ້ງໃນຄັ້ງນີ້. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ