ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງໄຊຍະບູລີ ມີຄວາມພ້ອມເພື່ອເລືອກຕັ້ງ ສສຊ ແລະ ສສຂ
ເວລາອອກຂ່າວ: 2021-02-21 13:47:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ໃນວັນທີ 3 ກຸມພາຜ່ານ ມາ, ທີ່ສະໂມສອນຫ້ອງວ່າການ ປົກຄອງແຂວງໄຊຍະບູລີ ໄດ້ຈັດ ກອງປະຊຸມຕິດຕາມກວດກາຊຸກ ຍູ້ວຽກງານເລືອກຕັ້ງສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາຂັ້ນ ແຂວງ (ສສຂ) ຊຸດທີ II ຂຶ້ນ, ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ພົງສະຫວັນ ສິດທະ ວົງ ເຈົ້າແຂວງໆໄຊຍະບູລີ, ມີ ທ່ານ ປອ ສົມລິດ ເປືອກແກ້ວ ປະທານສະພາປະຊາຊົນແຂວງ, ມີບັນດາ ສສຊ ແລະ ສສຂ ພ້ອມ ການນໍາຂອງແຂວງເຂົ້າຮ່ວມ. ທ່ານ ນາງ ອິດມະນີ ຈັນທະ ຄູນ ຮອງປະທານສະພາປະຊາ ຊົນແຂວງ ໄດ້ຜ່ານບົດລາຍງານ ການກະກຽມ ແລະ ດໍາເນີນການ ເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໄດ້ກ່າວວ່າ: ການ ກະກຽມໃຫ້ແກ່ການເລືອກຕັ້ງ ດັ່ງກ່າວ ກ່ອນອື່ນໄດ້ອອກຂໍ້ຕົກ ລົງ, ມະຕິ, ຄໍາແນະນໍາກ່ຽວກັບ ການເລືອກຕັ້ງ, ພ້ອມທັງໄດ້ແຕ່ງ ຕັ້ງອະນຸກໍາມະການຊ່ວຍວຽກຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເຊິ່ງປະກອບມີ 6 ອະນຸກໍາມະການຄື: ອະນຸກໍາ ມະການເນື້ອໃນ ແລະ ກອງເລຂາ, ອານຸກໍາມະການໂຄສະນາ, ປຸກ ລະດົມຂະບວນການ ແລະ ຍ້ອງ ຍໍ, ອະນຸກໍາມະການໂຄງປະກອບ ການຈັດຕັ້ງ ແລະ ບຸກຄະລາກອນ, ອະນຸກໍາມະການເສດຖະກິດ, ພິທີການ ແລະ ຮັບແຂກ, ອະນຸ ກໍາມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແລະ ອະນຸ ກໍາມະການ ຮັກສາສຸຂະພາບ, ພ້ອມດຽວກັນກໍໄດ້ຈັດຕັ້ງເຊື່ອມ ຊຶມບັນດາເອກະສານກ່ຽວກັບ ການເລືອກຕັ້ງໃຫ້ຜູ້ມີສິດປ່ອນ ບັດ, ລົງເກັບກໍາສະຖິຕິພົນລະ ເມືອງຜູ້ມີສິດປ່ອນບັດ ແລະ ອື່ນໆ. ຈາກນັ້ນ ທ່ານ ປອ ສົມລິດ ເປືອກແກ້ວ ປະທານສະພາປະຊາ ຊົນແຂວງ ກໍໄດ້ຜ່ານລາຍຊື່ເປົ້າ ໝາຍຂອງຜູ້ລົງສະໝັກຮັບເລືອກ ຕັ້ງ ສສຊ ຊຸດທີ IX ເຊິ່ງປະກອບ ມີທັງໝົດ 12 ທ່ານ. ໃນນັ້ນ, ຜູ້ລົງ ສະໝັກຮັບເລືອກຕັ້ງຈາກສູນ ກາງມີ 4 ທ່ານ, ທັງໝົດແມ່ນເລືອກ ເອົາ 9 ທ່ານ ເພື່ອເປັນຜູ້ແທນ ປະຊາຊົນ ປະຈໍາເຂດເລືອກຕັ້ງ ທີ 7 ແຂວງໄຊຍະບູລີ ແລະ ສສຂ ຊຸດທີ II ປະຈໍາເຂດເລືອກຕັ້ງ ຢູ່ບັນດາເມືອງ ມີທັງໝົດ 54 ທ່ານ, ເລືອກເອົາ 32 ທ່ານ. ໃນໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງໆໄຊຍະບູລີ ໄດ້ເນັ້ນ ໜັກໃຫ້ຄະນະກໍາມະການເລືອກ ຕັ້ງຄັ້ງນີ້ຈົ່ງເອົາໃຈໃສ່ປະຕິບັດ ໜ້າທີ່-ທີ່ໄດ້ຮັບການມອບໝາຍ ໃນການເລືອກຕັ້ງໃຫ້ມີຜົນສໍາ ເລັດໃນທຸກດ້ານ, ທັງຮັບປະກັນ ຄວາມສະຫງົບປອດໄພ, ຄວາມ ເປັນລະບຽບຮຽບຮ້ອຍ, ຮັບປະ ກັນໃຫ້ປະປະຊາຊົນລາວ ບັນດາ ເຜົ່າຜູ້ມີສິດເລືອກຕັ້ງທຸກຄົນໄດ້ ໃຊ້ສິດຂອງຕົນຢ່າງເຕັມສ່ວນ ແລະ ຖືກຕ້ອງຕາມລະບຽບການ ເລືອກຕັ້ງ, ເພື່ອເຮັດໃຫ້ການ ເລືອກຕັ້ງຄັ້ງນີ້ມີຜົນສໍາເລັດຕາມ ຄາດໝາຍທີ່ວາງໄວ້. ໂດຍ: ອຸ່ນເຮືອນ ໂພທິລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ