ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫຼຸບຕີລາຄາວຽກງານປ້ອງກັນຊາດທົ່ວກອງທັບ ປະຈຳປີ 2020
ເວລາອອກຂ່າວ: 2021-02-23 08:55:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 63 | ຄວາມນິຍົມ:



ວັນທີ 22 ກຸມພາ 2021 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບຕີລາ ຄາວຽກງານປ້ອງກັນຊາດ ປະ ຈຳປີ 2020 ແລະ ທິດທາງແຜນ ການວຽກງານຈຸດສຸມ ປະຈຳປີ 2021 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ, ລັດ ຖະມົນຕີກະຊວງປ້ອງກັນປະ ເທດ, ມີບັນດາສະຫາຍຄະນະນໍາ ກະຊວງປ້ອງກັນປະເທດ, ຄະນະ ພັກ-ຄະນະບັນຊາ ແລະ ພະນັກ ງານຫຼັກແຫຼ່ງທີ່ມາຈາກກຳລັງ ຫຼວງ, ກໍາລັງທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ປະທານ ກອງປະຊຸມໄດ້ກ່າວເປີດກອງປະ ຊຸມສະຫຼຸບຕີລາຄາວຽກງານ ປ້ອງກັນຊາດ ປະຈຳສົກປີ 2020-2021 ຂຶ້ນຢ່າງເປັນທາງການ. ເຊິ່ງສະຫາຍໄດ້ກ່າວວ່າ: ການ ດໍາເນີນກອງປະຊຸມຄັ້ງນີ້ແມ່ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ຫາກໍ່ສໍາ ເລັດການຈັດຕັ້ງສະເຫຼີມສະຫຼອງວັນສະ ຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ, ລະນຶກວັນຄ້າຍ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກຄົບ ຮອບ 100 ປີ, ຍິ່ງໄປກວ່ານັ້ນ ແມ່ນພວກເຮົາມີຄວາມພາກ ພູມໃຈ, ປິຕິຍິນດີ ແລະ ຊົມເຊີຍຕໍ່ ຜົນສໍາເລັດຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ດໍາເນີນໃນກາງເດືອນມັງ ກອນ 2021 ທີ່ຜ່ານມາ, ດ້ວຍ ບັນຍາກເຂດອັນເບີກບານມ່ວນ ຊື່ນ, ເຕັມໄປດ້ວຍຜົນສໍາເລັດ ອັນຈົບງາມ ແລະ ເປັນຂີດໝາຍ ປະຫວັດສາດແຫ່ງການເຕີບໃຫຍ່ ຂະຫຍາຍຕົວຂອງພັກເຮົາທາງ ດ້ານປະລິມານ ແລະ ຄຸນນະພາບ; ອີກເຫດການໜຶ່ງທີ່ສໍາຄັນແມ່ນ ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ IX ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II. ສະເພາະກອງທັບເຮົາພວມ ຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະ ນະພັກກະຊວງປ້ອງກັນປະເທດ ເຂົ້າສູ່ຊີວິດຕົວຈິງ, ພ້ອມນີ້ບັນ ດາກົມກອງທ້ອງຖິ່ນ ກໍໄດ້ສໍາ ເລັດການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 72 ປີ ຕິດພັນ ກັບຂະບວນການກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ, ການກໍ່ສ້າງກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ), ການສ້າງກົມກອງວັດທະນະທໍາ ແລະ ນັກຮົບວັດທະນະທໍາ, ຂະ ບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ເຕັມໄປດ້ວຍເນື້ອໃນ ຄວາມໝາຍເລິກເຊິ່ງ, ມີບັນຍາ ກາດຟົດຟື້ນ, ກວ້າງຂວາງໃນທົ່ວ ກອງທັບ. ໃນປີ 2020 ການນຳພາ-ຊີ້ ນຳຂອງຄະນະພັກກະຊວງປ້ອງ ກັນປະເທດ, ກໍຄືຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນ ໃນການຈັດ ຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ວຽກງານຈຸດສຸມ ຂອງກະຊວງປ້ອງກັນປະເທດ ພວກເຮົາສາມາດຍາດໄດ້ຜົນສຳ ເລັດໃນຫຼາຍດ້ານ, ຍັງຮັບປະກັນ ສະຖຽນລະພາບທາງດ້ານການ ເມືອງ, ມີຄວາມສະຫງົບ, ມີ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ, ແກ້ໄຂຄວາມທຸກຍາກ ຂອງປະຊາຊົນຢ່າງໜັກແໜ້ນ ເຮັດໃຫ້ບົດບາດອິດທິພົນຂອງ ຊາດລາວເຮົາພົົ້ນເດັ່ນຂຶ້ນໃນເວ ທີສາກົນ ແລະ ພາກພື້ນ. ໃນນັ້ນ, ກອງທັບເຮົາໄດ້ເປັນກໍາລັງຫຼັກ ແຫຼ່ງໃນການປ້ອງກັນບັນດາວັນ ບຸນ ແລະ ກອງປະຊຸມສໍາຄັນດັ່ງ ທີ່ໄດ້ກ່າວມາຂ້າງເທິງມີຄວາມ ສະຫງົບປອດໄພ 100% , ສ້າງ ໄດ້ຄວາມເຊື່ອໝັ້ນ, ຄວາມໄວ້ ວາງໃຈຈາກການນໍາພັກ-ລັດ ກໍຄືປະຊາຊົນບັນດາເຜົ່າ. ພວກ ເຮົາໄດ້ສຸມໃສ່ຮັບປະກັນປົກປັກ ຮັກສາອໍານາດອະທິປະໄຕ ຂອງ ຊາດ ຮັບປະກັນເຮັດໃຫ້ການ ເມືອງມີສະຖຽນລະພາບ, ສັງຄົມ ມີຄວາມສະຫງົບ-ປອດໄພ ໂດຍ ພື້ນຖານ, ການປະຕິບັດແນວທາງ ແຜນນະໂຍບາຍຂອງພັກ, ການ ພັດທະນາເສດຖະກິດ-ວັດທະນະ ທໍາ-ສັງຄົມມີການຂະຫຍາຍ ຕົວ, ຊີວິດການເປັນຢູ່ຂອງປະຊາ ຊົນໄດ້ຮັບການປັບປຸງດີຂຶ້ນເປັນ ກ້າວໆ, ການປັບປຸງກໍ່ສ້າງກອງ ທັບເຮົາກໍມີຫຼາຍດ້ານພົ້ນເດັ່ນ ຂຶ້ນ ແລະ ກ້າວເຂົ້າສູ່ຄວາມເປັນ ລະບຽບ, ມີແບບແຜນ ແລະ ທັນສະ ໄໝ; ແຕ່ເຫັນວ່າຍັງມີຫຼາຍບັນ ຫາທີ່ພວກເຮົາຈະຕ້ອງໄດ້ສຸມໃສ່ ແກ້ໄຂເປັນຕົ້ນແມ່ນປະກົດການ ຫຍໍ້ທໍ້ຕ່າງໆ, ຄຸນທາດການເມືອງ ຂອງພະນັກງານຈໍານວນໜ່ຶງ ຍັງມີການເຊື່ອມຖອຍລົງ, ຂາດ ຄວາມຈູບຈ້າຫ້າວຫັນຕໍ່ວຽກ ງານ, ບັນຫາຢາເສບຕິດ, ການ ຄ້າມະນຸດ, ອາດສະຍາກໍາ ແລະ ອື່ນໆ. ເຊິ່ງໄດ້ສົ່ງຜົນກະທົບ ໂດຍກົງຕໍ່ການພັດທະນາເສດ ຖະກິດ-ສັງຄົມ ເວົ້າລວມ, ເວົ້າ ສະເພາະກໍຄື ການປັບປຸງກໍ່ສ້າງ ກອງທັບເຮົາໄປພ້ອມກັນນັ້ນ, ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ, ເປັນຕົ້ນແມ່ນວຽກງານເຮັດໃຫ້ ສະພາບມີຄວາມສະຫງົບ, ການ ປັບປຸງກໍ່ສ້າງກໍາລັງ, ການປະ ກອບສ່ວນພັດທະນາເສດຖະ ກິດ-ວັດທະນະທໍາ-ສັງຄົມກໍຄື ວຽກງານອື່ນໆຂອງ ກອງທັບເຮົາ ມີບາງດ້ານຕ້ອງໄດ້ເບິ່ງຄືນ ແລະ ພ້ອມກັນຄົ້ນຄວ້າໃຫ້ຈະແຈ້ງເພື່ອມີວິທີການຊຸກຍູ້-ຊີ້ນໍາການຈັດຕັ້ງ ປະຕິບັດໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໃຫ້ຮູ້ຕື່ມອີກວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະ ໄດ້ພ້ອມກັນສັງເກດຕີລາຄາ ການຈັດຕັ້ງປະຕິບັດວຽກງານ ໃນປີຜ່ານມາ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ເພື່ອຄວາມເປັນເອ ກະພາບໃນການປັບປຸງກໍ່ສ້າງ ກອງທັບເຮົາໃຫ້ມີການຫັນປ່ຽນ ໃໝ່ຢ່າງຕັ້ງໜ້າ ແລະ ພ້ອມກັນຄົ້ນ ຄວ້າເປັນເອກະພາບທິດທາງ ແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິ ບັດໃນປີ 2021. ບົນພື້ນຖານຍົກສູງຈິດໃຈຄວາມເປັນເຈົ້າການ, ເສີມຂະຫຍາຍປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບໃນການເບິ່ງ ບັນຫາ, ຕີລາຄາສະພາບການ ຢ່າງພາວະວິໄສ, ເບິ່ງຄືນບັນດາ ໜ້າວຽກທີ່ເຮັດໄດ້ ແລະ ບັນຫາ ທີ່ຫຍໍ້ທໍ້-ຄົງຄ້າງ ເພື່ອກໍານົດທິດ ທາງວຽກງານຈຸດສຸມ ໃນປີ 2021 ໃຫ້ແທດເໝາະກັບສະພາບຕົວຈິງ ຂອງກອງທັບເຮົາ, ບົນພື້ນຖານ ການຊຸກຍູ້ຂະບວນການປະຕິບັດ ໜ້າທີ່ວຽກງານໃນດ້ານຕ່າງໆ ດ້ວຍຈິດໃຈບຸກທະລຸ, ມີການຫັນ ປ່ຽນທີ່ຕັ້ງໜ້າຫຼາຍຂຶ້ນ ແລະ ເກີດ ໝາກຜົນຕົວຈິງ. ກອງປະຊຸມ ວຽກງານປ້ອງກັນຊາດ ປະຈຳປີ 2020 ຂອງກະຊວງປ້ອງກັນປະ ເທດຈະດໍາເນີນເປັນເວລາ 2 ວັນຈຶ່ງຈະສຳເລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ