ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມທາງໄກ ຄະນະໜ່ວຍປະສານງານຊາຍແດນ ລາວ ແລະ ໄທ
ເວລາອອກຂ່າວ: 2021-02-24 08:41:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 107 | ຄວາມນິຍົມ:



ທ້າຍເດືອນ ມັງກອນ 2021, ຄະນະໜ່ວຍປະສານງານ ແລະ ແກ້ໄຂ ບັນຫາຢາເສບຕິດຕາມ ຊາຍແດນ ລາວ-ໄທ (ແຂວງ ວຽງຈັນ, ແຂວງໄຊຍະບູລີ, ໄດ້ ເປັນເຈົ້າພາບຮ່ວມກັບ ຄະນະ ໜ່ວຍປະສານງານປະຈຳພື້ນທີ່ ຊາຍແດນ ໄທ-ລາວ, ຈັງຫວັດ ເລີຍໄດ້ຈັດກອງປະຊຸມທາງໄກ ຜ່ານວີດີໂອເທເລຄອນເຟີເຣັນ ໜ່ວຍປະສານງານປະຈໍາພື້ນທີ່ ຊາຍແດນ ລາວ-ໄທ ຄັ້ງທີ I ປະ ຈໍາປີ 2021, ເຊິ່ງຝ່າຍແຂວງ ວຽງຈັນ ນໍາໂດຍ ພັນໂທ ຄຳຟອງ ວົງດາລາແສນ ຮອງຫົວໜ້າຄະ ນະໜ່ວຍປະສານງານປະຈໍາພື້ນ ທີ່ຊາຍແດນ ລາວ-ໄທ, ແຂວງ ວຽງຈັນ-ຈັງຫວັດເລີຍ, ຝ່າຍ ແຂວງໄຊຍະບູລີ ນຳໂດຍ ພັນເອກ ກູດ ພົມມາ ຫົວໜ້າກອງບັນຊາ ການທະຫານແຂວງໄຊຍະບູລີ ຫົວໜ້າຄະນະໜ່ວຍປະສານງານ ປະຈຳພື້ນທີ່ຊາຍແດນ ລາວ-ໄທ ແຂວງໄຊຍະບູລີ-ຈັງຫວັດເລີຍແລະ ຕາງໜ້າຝ່າຍໄທ ນໍາໂດຍ ພັນເອກ ເລວັດ ທໍາມະຈິຣະເດດ ຜູ້ບັງຄັບ ການໜ່ວຍສະເພາະກິດ ກົມທະຫານພານທີ 21, ກອງ ບັງຄັບການຄວບຄຸມ ທີ 3, ຮອງ ຊຸດປະສານງານປະຈຳພື້ນທີ ຊາຍແດນ ໄທ-ລາວ, ໂດຍມີ ພາກສ່ວນກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ໄດ້ມີການ ທົບທວນຄືນຜົນຂອງການປະຕິ ບັດງານຜ່ານມາ, ທັງເປັນການ ແລກປ່ຽນຄວາມຄິດເຫັນ ແລະ ປຶກສາຫາລືການແກ້ໄຂບັນຫາຢາ ເສບຕິດຮ່ວມກັນລະຫວ່າງແຂວງ ວຽງຈັນ, ແຂວງໄຊຍະບູລີ ແລະ ຈັງຫວັດເລີຍ. ເຊິ່ງໄລຍະ 1 ປີ ຜ່ານມາ ເຫັນວ່າທັງສອງຝ່າຍ ໄດ້ຕັ້ງໜ້າແລະເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມື ປະຈຳປີ ແລະ ໄດ້ມີການສະກັດ ກັ້ນ, ແກ້ໄຂຈັບກຸມຜູ້ຄ້າຂາຍຢາ ເສບຕິດໄດ້ຢ່າງຕໍ່ເນື່ອງເຮັດໃຫ້ ບໍລິເວນຊາຍແດນເປັນລະບຽບ ຮຽບຮ້ອຍດີ. ກອງປະຊຸມ ຄະນະໜ່ວຍປະ ສານງານເພື່ອແກ້ໄຂບັນຫາຢາ ເສບຕິດຕາມຊາຍແດນ ລາວ-ໄທ ຄັ້ງນີ້ເປັນຄັ້ງທຳອິດທີ່ໄດ້ມີການ ປະຊຸມຜ່ານລະບົບວີດີໂອເທເລ ຄອນເຟີເຣັນ ຍ້ອນສະພາບການ ແຜ່ລະບາດຂອງພະຍາດໂຄ ວິດ-19 ຢູ່ພາຍໃນ, ພາກພື້ນ ແລະ ສາກົນ ທີ່ກຳລັງເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ແຕ່ກອງປະຊຸມກໍ ໄດ້ດໍາເນີນໄປດ້ວຍບັນຍາກາດ ອັນອົບອຸ່ນເຕັມໄປດ້ວຍຄວາມ ເຂົ້າໃຈ ເຊິ່ງກັນ ແລະ ກັນ ແຕ່ຕົ້ນ ຕະຫຼອດປາຍ ເຮັດໃຫ້ກອງປະ ຊຸມຄັ້ງນີ້ມີຜົນສໍາເລັດຕາມລະດັບ ຄາດໝາຍ. ໃນຕອນທ້າຍຫົວ ໜ້າຄະນະໜ່ວຍປະສານງານປະ ຈຳພື້ນທີ່ຊາຍແດນ ລາວ-ໄທ, ແຂວງວຽງຈັນ ແລະ ແຂວງໄຊ ຍະບູລີ ຍັງໄດ້ກ່າວຂອບໃຈຫົວ ໜ້າຄະນະໜ່ວຍປະສານງານ ປະຈຳພື້ນທີ່ໄທ-ລາວ ຈັງຫວັດ ເລີຍ, ທີ່ໄດ້ໃຫ້ການຮ່ວມມື ແລະ ເຮັດໃຫ້ການປຶກສາຫາລືເປັນ ເອກະພາບໄດ້ຫຼາຍເນື້ອໃນຫຼາຍ ບັນຫາອັນເປັນການປະກອບ ສ່ວນອັນສໍາຄັນກ່ຽວກັບການ ແກ້ໄຂບັນຫາຢາເສບຕິດຕາມ ຊາຍແດນ ລາວ-ໄທ, ໄທ-ລາວ ໃຫ້ມີຄວາມຄືບໜ້າດີຂຶ້ນ. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ