ມອບ - ຮັບກອງສາລາປານ້ຳຫຸມ ໃຫ້ຂຶ້ນກັບກົມເສນາ - ພະລາກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2021-02-26 09:00:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 125 | ຄວາມນິຍົມ:
ໃນວັນທີ 19 ກຸມພາ 2021 ນີ້, ຢູ່ທີ່ກອງສາລາປານ້ຳຫຸມ ໄດ້ ຈັດພິທີມອບ-ຮັບ ກອງສາລາປາ
ນ້ຳຫຸມ ກົມຜະລິດກະສິກຳກອງ ທັບ ໃຫ້ຂຶ້ນກັບກົມເສນາ-ພະລາ ກົມໃຫຍ່ພະລາທິການກອງທັບ ໂດຍການເຂົ້າຮ່ວມເປັນ ປະທານ
ຂອງສະຫາຍ ພົນຈັດຕະວາ ບຸນ
ສູງ ຢາທໍ່ຕູ້ ກຳມະການຄະນະພັກ
ກະຊວງປ້ອງກັນປະເທດ ຮອງ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ມີຄະນະພັກ-ຄະນະບັນ ຊາກົມກອງອ້ອມຂ້າງ, ແຂກເຊີນ ພ້ອມດ້ວຍ ພະນັກງານ-ນັກຮົບທົ່ວກອງສາລາປານ້ຳຫຸມເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນປອນ ບຸດ
ຂັນທອງ ຫົວໜ້າກອງສາລາປານໍ້າຫຸມ ໄດ້ລາຍງານໂດຍຫຍໍ້ທີ່ ຕັ້ງ, ພາລະບົດບາດ, ໜ້າທີ່ຂອງ
ກອງສາລາປານ້ຳຫຸມກອງທັບ
ແລະ ບາງຜົນງານການເຄື່ອນ ໄຫວຂອງກົມກອງໃນໄລຍະຜ່ານ ມາ ເຊິ່ງສະຫາຍໃຫ້ຮູ້ວ່າ: ກອງ
ສາລາປານ້ຳຫຸມ ເປັນກອງ ໜຶ່ງທີ່ຂຶ້ນກັບກົມຜະລິດກະສິກຳ ກອງທັບ, ມີພາລະບົດບາດທຽບ ເທົ່າກອງພັນນ້ອຍ, ເຮັດໜ້າທີ່ ເປັນເສນາທິການໃຫ້ແກ່ກົມຜະ ລິດກະສິກຳກອງທັບ ໃນການປົກ
ປັກຮັກສາ, ຄຸ້ມຄອງພື້ນທີ່ຄັງສັດ ລ້ຽງ ແລະ ຂອບເຂດປ່າຍອດ ນ້ຳ, ສາຍນ້ຳ ແລະ ແຫຼ່ງທຳມະ ຊາດໃນຂອບເຂດຄວາມຮັບຜິດ ຊອບຂອງກົມກອງ ແລະ ເຮັດໜ້າ
ທີ່ວິຊາສະເພາະໃນການປູກຝັງ- ລ້ຽງສັດ ໂດຍສະເພາະແມ່ນເຮັດ
ຕາໜ່າງຕັນໂຊກໜອງນ້ຳອ່າງ ນ້ຳຫຸມເພື່ອປ່ອຍປາລ້ຽງຂາຍ, ທັງເຮັດຂອດບໍລິການບ່ອນພັກ ຜ່ອນທ່ຽວຊົມທຳມະຊາດອ່າງ ນ້ຳຫຸມໃຫ້ກັບສັງຄົມ ທີ່ມາທ່ຽວ ຊົມອີກດ້ວຍ. ເຊິ່ງໄລຍະ 5 ປີ ຜ່ານມາສາມາດສ້າງລາຍຮັບ ເຂົ້າກົມກອງໝູນໃຊ້ເຂົ້າໃນ ການພັດທະນາ,ບູລະນະຫ້ອງ ການ, ສະຖານທີ່ຄ້າຍຄູໃຫ້ມີ ຄວາມສະອາດຈົບງາມ ເປັນເງິນ
81.212.000 ກີບ ແລະ ມອບ
ພັນທະໃຫ້ຂັ້ນເທິງ 61.440.000 ກີບ.
ຈາກນັ້ນ, ທັງສອງຝ່າຍກໍໄດ້ ລົງນາມເຊັນບົດບັນທຶກມອບ-ຮັບ ຢ່າງເປັນທາງການລະຫວ່າງ ສະຫາຍພັນໂທ ບຸນນຳ ບຸນນາດີ ຮອງຫົວໜ້າກົມຜະລິດກະສິກຳ ກອງທັບ ແລະ ສະຫາຍ ພັນເອກ ຈັນທາ ທຳມະເທວາ ຮອງຫົວໜ້າ
ກົມເສນາ-ພະລາ ກົມໃຫຍ່ພະລາ ທິການກອງທັບ.
ໂອກາດ ນີ້ ສະຫາຍ ພົນຈັດຕະ
ວາ ບຸນສູງ ຢາທໍ່ຕູ້ ກໍໄດ້ມີຄຳເຫັນ
ໂອ້ລົມ ເຊິ່ງສະຫາຍໄດ້ກ່າວວ່າ: ການມອບ-ຮັບກອງສາລາປານ້ຳ ຫຸມຄັ້ງນີ້ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານສະເພາະໜ້າ ແລະ ຍາວນານ, ທັງເປັນການຍົກລະດັບການປັບ ປຸງກົມກອງທາງດ້ານແບບແຜນ ວິທີເຮັດວຽກ,ໜ້າທີ່ວິຊາສະ ເພາະ, ໜ້າທີ່ການເມືອງຂອງກົມ ກອງໃຫ້ມີຄວາມເຂັ້ມແຂງ, ໜັກ ແໜ້ນ ແລະ ຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາ, ພະນັກງານ-ນັກຮົບໃນກົມກອງຈົ່ງສືບຕໍ່ຮັກ ສາ ແລະ ເສີມຂະຫຍາຍມູນເຊື້ອ ອັນດີງາມ, ໝູນໃຊ້ທ່າແຮງບົ່ມ ຊ້ອນເພື່ອສ້າງລາຍຮັບໃຫ້ຫຼາຍ ຂຶ້ນ ແລະ ໝັ້ນທ່ຽງ.
ໂດຍ: ຄຳໄພວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ