ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສະຫຼຸບຕີລາຄາວຽກງານພະລາທິການທົ່ວກອງທັບປະຈຳປີ 2020 ແລະ ທິດທາງແຜນການ ປີ 2021
ເວລາອອກຂ່າວ: 2021-02-26 09:03:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 97 | ຄວາມນິຍົມ:



ວັນທີ 24 ກຸມພາ 2021 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ເປີດກອງປະຊຸມສະຫຼຸບວຽກ ງານພະລາທິການປະຈຳປີ 2020 ແລະ ວາງທິດທາງແຜນການປະ ຈຳປີ 2021 ໂດຍການເປັນປະ ທານຂອງ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການ ສູນກາງພັກ ກຳມະການຄະນະ ປະຈຳພັກກະຊວງປ້ອງກັນປະ ເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນຳກະ ຊວງປ້ອງກັນປະເທດ, ບັນດາຄະ ນະນຳກົມໃຫຍ່, ຫ້ອງວ່າການກະ ຊວງ, ຄະນະພັກ-ຄະນະບັນຊາ ກອງພົນ, ກອງບັນຊາການທະ ຫານແຂວງ, ກຳລັງຫຼວງ, ກຳລັງ ທອງຖິ່ນ, ບັນດາວິທະຍາຄານ, ໂຮງຮຽນ, ໂຮງໝໍ ແລະ ລັດວິສະ ຫະກິດຂອງກອງທັບ ພ້ອມພະ ນັກງານຫຼັກແຫຼ່ງພາຍໃນກົມ ໃຫຍ່ພະລາທິການກອງທັບ ເຂົ້າ ຮ່ວມ. ໃນກອງປະຊຸມ, ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ປະທານ ກອງປະຊຸມ ໄດ້ກ່າວເປີດກອງປະ ຊຸມສະຫຼຸບຕີລາຄາວຽກງານພະ ລາທິການ ປະຈຳປີ 2020 ຢ່າງ ເປັນທາງການ, ເຊິ່ງສະຫາຍກ່າວ ວ່າ: ການດຳເນີນກອງປະຊຸມຄັ້ງ ນີ້ແມ່ນໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວປວງຊົນລາວ ທັງ ຊາດ ພວມຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈມະຕິກອງປະຊຸມ ໃຫຍ່ ຄັ້ງທີ Xl ຂອງພັກ, ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ lX (2021-2025) ເພື່ອ ສູ້ຊົນພັດທະນາປະເທດຊາດໃຫ້ ຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ, ກ້າວເຂົ້າສູ່ປະເທດ ພັດທະນາທີ່ມີລາຍຮັບປານກາງ ຫາສູງຂຶ້ນ. ຜ່ານການຈັດຕັ້ງປະ ຕິບັດໜ້າທີ່ຮັບປະກັນພະລາທິ ການໃຫ້ກອງທັບ ໃນເງື່ອນໄຂສະ ພາບການຂອງໂລກ, ພາກພື້ນ ແລະ ພາຍໃນປະເທດ ຍັງປະເຊີນ ໜ້າກັບສິ່ງທ້າທາຍຫຼາຍປະ ການເປັນຕົ້ນ: ບັນຫາຄວາມບໍ່ສະ ຫງົບບາງຂົງເຂດຂອງໂລກ, ສົງ ຄາມການຄ້າ, ໄພພິບັດທາງທຳ ມະຊາດ ໂດຍສະເພາະການແຜ່ລະ ບາດຂອງພະຍາດໂຄວິດ-19 ທີ່ ສົ່ງຜົນກະທົບໂດຍກົງຕໍ່ຊີວິດ ຂອງມວນມະນຸດ ແລະ ເສດຖະ ກິດຂອງໂລກ. ຕໍ່ກັບປະເທດເຮົາ ກໍພວມປະເຊີນໜ້າກັບສະພາບ ເສດຖະກິດມະຫາພາກມີຄວາມ ບອບບາງ,ສະພານການເງິນ-ເງິນຕາຍັງບໍ່ທັນໝັ້ນທ່ຽງ, ເກີດ ມີໄພທຳມະຊາດ, ນ້ຳຖ້ວມ, ແຫ້ງ ແລ້ງ, ສັດຕູພືດ ແລະ ພະຍາດລະ ບາດໃນສັດລ້ຽງຢູ່ບາງທ້ອງຖິ່ນ, ການລະບາດຂອງພະຍາດໂຄ ວິດ-19 ຢູ່ປະເທດລາວເຮົາເຖິງ ວ່າບໍ່ຮ້າຍແຮງຖ້າທຽບໃສ່ປະ ເທດອື່ນໃນປະຊາຄົມອາຊຽນ ແຕ່ກໍສົ່ງຜົນກະທົບຕໍ່ການພັດທະ ນາເສດຖະກິດ-ສັງຄົມ ໂດຍສະ ເພາະຕໍ່ກອງທັບເຮົາກໍຄືວຽກ ງານຮັບປະກັນພະລາທິການໃນ ກອງທັບ. ແຕ່ພາຍໃຕ້ການຊີ້ນຳ,ນຳພາ ຂອງຄະນະພັກກະຊວງປ້ອງກັນປະເທດ,ກໍຄືຄະນະພັກ, ຄະນະບັນ ຊາແຕ່ລະຂັ້ນໄດ້ເອົາໃຈໃສ່ຈັດ ຕັ້ງປະຕິບັດແນວທາງນະໂຍ ບາຍຂອງພັກ ແລະ ປະຕິບັດວຽກ ງານຈຸດສຸມຂອງກະຊວງປ້ອງ ກັນປະເທດ, ໂດຍສະເພາະການ ຮັບປະກັນວຽກງານພະລາທິ ການໃຫ້ແກ່ການເຄື່ອນໄຫວໜ້າ ທີ່ເຮັດໃຫ້ສະພາບມີຄວາມສະ ຫງົບ, ໜ້າທີ່ກໍ່ສ້າງກຳລັງເຂົ້າ ຮ່ວມແກ້ໄຂຜົນກະທົບຈາກໄພ ທຳມະຊາດ ແລະ ການຕອບຕ້ານ ສະກັດກັ້ນການລະບາດຂອງພະ ຍາດໂຄວິດ-19 ໄດ້ດີພໍສົມຄວນ, ຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານທົ່ວກອງທັບມີທ່ວງ ທ່າດີຂຶ້ນ, ການປັບປຸງຄ້າຍຄູທີ່ ຢູ່ອາໄສ ໄດ້ມີໃບໜ້າອັນໃໝ່ຫຼາຍ ຂຶ້ນ, ການຜະລິດກະສິກຳ ແລະ ຊອກແຫຼ່ງລາຍຮັບໃຫ້ກະຊວງ ປ້ອງກັນປະເທດ,ບັນດາກົມ ກອງກໍເພີ່ມຂຶ້ນໃນທຸກໆປີ. ສະຫາຍ ພົນຕີ ປອ ວົງຄຳ ພົມ ມະກອນ ໃຫ້ຮູ້ຕື່ມອີກວ່າ: ກອງ ປະຊຸມຄັ້ງນີ້ ຈະໄດ້ສັງເກດຕີລາ ຄາຄືນການຈັດຕັ້ງປະຕິບັດວຽກ ງານໃນປີ 2020 ຜ່ານມາ, ບັນ ດາແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ ແລະ ຈະໄດ້ພ້ອມກັນຄົ້ນຄວ້າປະ ກອບຄຳຄິດເຫັນເປັນເອກະພາບ ຕໍ່ທິດທາງແຜນການ, ແຜນງານ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2021. ເປັນຕົ້ນແມ່ນຈະສຸມໃສ່ ແກ້ໄຂບັນດາປະກົດການຫຍໍ້ທໍ້ ຕ່າງໆໃນສັງຄົມ, ຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນ, ບັນຫາໄພທຳມະຊາດ, ການ ລະບາດຂອງພະຍາດໂຄວິດ-19, ພ້ອມກັນນັ້ນ, ການຈັດຕັ້ງປະຕິ ບັດແນວທາງນະໂຍບາຍຂອງ ພັກ ແລະ ວຽກງານຈຸດສຸມຂອງ ກະຊວງປ້ອງກັນປະເທດ, ເປັນ ຕົ້ນແມ່ນວຽກງານລ້ຽງດູທັບ, ການຈັດຕັ້ງການຜະລິດໃນດ້ານ ຕ່າງໆແມ່ນສ້າງໃຫ້ໄດ້ບົນຈິດ ໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍ ຕົນເອງ. ກອງປະຊຸມຈະໄດ້ດຳ ເນີນເປັນເວລາ 2 ວັນຈຶ່ງຈະສຳ ເລັດ. ໂດຍ: ຄຳໄພວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ