ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນກົມກອງຕ່າງໆໄລຍະເດືອນມັງກອນ ຫາ ກຸມພາ 2021
ເວລາອອກຂ່າວ: 2021-02-26 18:21:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1449 | ຄວາມນິຍົມ:



v ກອງບັນຊາການທະຫານ ແຂວງຜົ້ງສາລີ: ໄດ້ຈັດພິທີມອບ-ຮັບທຸງໄຊນໍາໜ້າຂະບວນການ ຂໍ້ແຂ່ງຂັນ 4 ບຸກໃຫ້ພະແນກ ຊາວໜຸ່ມທະຫານແຂວງ ຕາມຂໍ້ ຕົກລົງຂອງເລຂາຄະນະບໍລິຫານ ງານຊາວໜຸ່ມແຂວງ ວ່າດ້ວຍ ການມອບທຸງໄຊນໍາໜ້າຂະບວນ ການຂໍ້ແຂ່ງຂັນ 4 ບຸກ ໃຫ້ພະ ແນກຊາວໜຸ່ມກອງບັນຊາການທະ ຫານແຂວງຜົ້ງສາລີ, ໂດຍການ ກ່າວມອບຂອງ ສະຫາຍ ພອນ ສຸຈິດ ລີລາວົງ ກໍາມະການສູນ ກາງຊາວໜຸ່ມ ເລຂາຄະນະບໍລິ ຫານງານຊາວໜຸ່ມແຂວງ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ອຸ່ນແສງ ໄຊຍະເລີດ ຄະນະບໍລິ ຫານງານຊາວໜຸ່ມແຂວງ ຫົວ ໜ້າພະແນກຊາວໜຸ່ມກອງບັນຊາ ການທະຫານແຂວງຜົ້ງສາລີ. ໂອ ກາດດຽວກັນນີ້, ຄະນະບໍລິຫານ ງານຊາວໜຸ່ມແຂວງຍັງໄດ້ມອບ ຄອມພິວເຕີຕັ້ງໂຕະຈໍານວນ 1 ຊຸດໃຫ້ພະແນກຊາວໜຸ່ມທະຫານ ແຂວງອີກດ້ວຍ. v ຮາກຖານຊາວໜຸ່ມກອງພັນ 617 ທະຫານແຂວງບໍລິຄໍາໄຊ: ໄດ້ສະຫຼຸບວຽກງານຮອບດ້ານປະ ຈໍາປີ 2020, ໃນຜ່ານມາ ນອກ ຈາກສະມາຊິກຊາວໜຸ່ມໄດ້ເຮັດ ສໍາເລັດໜ້າທີ່ວິຊາສະເພາະຂອງ ຕົນເປັນຢ່າງດີແລ້ວ, ຍັງໄດ້ເອົາ ໃຈໃສ່ວຽກງານເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ, ໃນນີ້, ປູກຜັກ ຊະນິດຕ່າງໆເກັບກູ້ໄດ້ 5.100 ກິໂລ, ປູກມັນຕົ້ນໃນເນື້ອທີ່ 3,2 ເຮັກຕາ, ປູກຫົວຂ່າ 125 ຂຸມ, ປູກຕົ້ນໄມ້ໃຫ້ໝາກເພີ່ມ 20 ຕົ້ນ, ລ້ຽງສັດປີກໄດ້ 255 ໂຕ, ລ້ຽງປາດຸກພັນໄດ້ 50 ກິໂລ, ລ້ຽງກົບໄດ້ 45 ກິໂລ, ນອກຈາກ ນີ້, ຮາກຖານຊາວໜຸ່ມຍັງໄດ້ ສ້າງຕັ້ງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາຮອດປັດຈຸບັນມີເງິນ ທ້ອນທັງໝົດ 44 ລ້ານກວ່າກີບ. v ຂະແໜງຊາວໜຸ່ມກອງພັນ ໃຫຍ່ 279: ໄດ້ສະຫຼຸບວຽກງານ ຮອບດ້ານປະຈໍາປີ 2020, ໃນ ຜ່ານມາ, ສະມາຊິກຊາວໜຸ່ມໄດ້ ເຮັດສໍາເລັດໜ້າທີ່ຂອງຕົນໃນ ການປ້ອງກັນສໍານັກງານອົງ ການ, ການນໍາພັກ-ລັດ, ປ້ອງ ກັນແຂກທັງພາຍໃນ ແລະ ຕ່າງ ປະເທດ, ຮັບໃຊ້ພິການ ແລະ ກອງປະຊຸມອື່ນໆ, ພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ອົບຮົມ-ຫັດແອບ ການເມືອງ, ການທະຫານ ແລະ ວິຊາສະເພາະຕາມແຜນການ ຂອງກົມກອງ, ສຸມໃສ່ສ້າງຂະ ບວນການອອກແຮງງານ, ຂະ ບວນການກີລາ, ສິລະປະ-ວັນ ນະຄະດີ ເຮັດໃຫ້ກົມກອງມີບັນຍາ ກາດຟົດຟື້ນເປັນປົກກະຕິ, ດ້ານ ວຽກງານເພີ່ມພູນຜະລິດຜົນໄດ້ ສຸມໃສ່ປູກຜັກຕາມລະດູການເກັບ ກູ້ໄດ້ 2.015 ກິໂລ, ລ້ຽງງົວ 8 ໂຕ, ແບ້ 9 ໂຕ, ໝູ 11 ໂຕ, ນົກກະ ທາ 1.500 ໂຕ, ລ້ຽງກົບຂາຍໄດ້ 80 ກິໂລ, ປາດຸກ 504 ກິໂລ. ສາ ມາດສ້າງລາຍຮັບເຂົ້າຄັງລວມ ຂອງຊາວໜຸ່ມໄດ້ 23.172.000 ກີບ. ໃນພິທີ ຍັງໄດ້ມອບໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ໜ່ວຍຊາວ ໜຸ່ມ ແລະ ສະມາຊິກຊາວໜຸ່ມທີ່ມີ ຜົນງານດີເດັ່ນໃນການເຄື່ອນໄຫວ ວຽກງານຊາວໜຸ່ມໄລຍະ 5 ປີທີ່ ຜ່ານມາອີກດ້ວຍ. v ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງກອງພັນ 199: ນໍາພາໂດຍ ສະຫາຍ ພັນຕີ ສອນຕິສັກ ຕົງວົງ ຄໍາ ເລຂາຄະນະບໍລິຫານງານ ຊາວໜຸ່ມ ພ້ອມດ້ວຍຄະນະຊາວ ໜຸ່ມ-ແມ່ຍິງ, ໄດ້ນໍາເອົາກະຕ່າ ຂອງຂວັນເຂົ້າອວຍພອນ ສະຫາຍ ພັນໂທ ສານແກ້ວ ປະເສີດ ພະ ນັກງານອາວຸໂສບໍານານ ອະດີດ ຫົວໜ້າການທະຫານກອງພັນ 199 ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 72 ປີ. v ຄະນະບໍລິຫານງານຊາວໜຸ່ມ ກອງພັນ 413 ທະຫານແຂວງ ຫຼວງພະບາງ: ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ 4 ບຸກໃຫ້ໜ່ວຍຊາວ ໜຸ່ມ ແລະ ສະມາຊິກຊາວໜຸ່ມທີ່ມີ ຜົນງານດີເດັ່ນ ໃນການເຄື່ອນໄຫວ ວຽກງານໄລຍະຜ່ານມາ, ໃນ ນັ້ນ, ມີສະມາຊິກຊາວໜຸ່ມໄດ້ຮັບ ການຢັ້ງຢືນເປັນສະມາຊິກຊາວ ໜຸ່ມ 4 ບຸກຈໍານວນ 146 ສະ ຫາຍ ແລະ 5 ໜ່ວຍ. ໂດຍສະ ຫາຍ ພັນໂທ ຄໍາຊ່າງ ມະນີຈັນ ຫົວໜ້າການທະຫານກອງພັນ 413 ແລະ ສະຫາຍ ພັນຕີ ບຸນ ປັນ ສະວະບຸດ ເລຂາຄະນະບໍລິ ຫານງານຊາວໜຸ່ມກອງພັນຜັດ ປ່ຽນກັນມອບ. v ສະຫະພັນແມ່ຍິງກອງພັນ 233: ໄດ້ສະຫຼຸບການເຄື່ອນໄຫວ ວຽກງານຮອບດ້ານປະຈໍາປີ 2020, ອັນພົ້ນເດັ່ນໃນຜ່ານມາ ສະມາຊິກແມ່ຍິງໄດ້ເຂົ້າຮ່ວມສະ ແດງວິຊາສະເພາະ ໃນໂອກາດສະ ເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ ແລະ ວັນສ້າງຕັ້ງ ເຫຼົ່າຮົບສືບຂ່າວຄົບຮອບ 65 ປີ, ໄດ້ນໍາພາສະມາຊິກແມ່ຍິງເຄື່ອນ ໄຫວຢ້ຽມຢາມພະນັກງານ-ນັກ ຮົບ, ພະນັກງານບໍານານຜູ້ທີ່ເຈັບ ເປັນ, ເກີດລູກນອນຢູ່ໂຮງໝໍ ແລະ ຢູ່ເຮືອນລວມທັງໝົດ 35 ຄັ້ງ, ທາງດ້ານວຽກງານກອງທຶນມາ ຮອດປັດຈຸບັນມີສະມາຊິກທັງໝົດ 457 ສະຫາຍ, ມີເງິນທ້ອນທັງ ໝົດ 1.761 ລ້ານກວ່າກີບ, ໄດ້ ຮັບດອກເບ້ຍຈາກການປ່ອຍກູ້ ທັງໝົດ 337 ລ້ານກວ່າກີບ. ຜ່ານການເຄື່ອນໄຫວວຽກງານ ຕົວຈິງ ສາມາດຄັດເລືອກໄດ້ພົນ ລະເມືອງດີ 99 ສະຫາຍ, ພັດທະ ນາດີ 92 ສະຫາຍ, ບຸກຄົນ 3 ດີ ປະເພດ I ຈໍານວນ 88 ສະຫາຍ, ປະເພດ II ຈໍານວນ 12 ສະຫາຍ, ຄອບຄົວ 3 ດີ 52 ຄອບຄົວ, ຄອບຄົວຕົວແບບ 2 ຄອບຄົວ ແລະ ບຸກຄົນຕົວແບບ 11 ສະ ຫາຍ, ຂະຫຍາຍສະມາຊິກແມ່ຍິງ ເຂົ້າພັກໄດ້ 6 ສະຫາຍ ແລະ ສະ ມາຊິກແມ່ຍິງຫຼາຍສະຫາຍໄດ້ຮັບ ການຍ້ອງຍໍໃນຫຼາຍລະດັບ. v ໜ່ວຍຊາວໜຸ່ມກອງຮ້ອຍ 3 ກອງພັນ 403 ທີ່ຂຶ້ນກັບກອງພັນ ໃຫຍ່ 302 ກອງພົນທີ 3: ໄດ້ສະ ຫຼຸບການເຄື່ອນໄຫວວຽກງານ ຮອບດ້ານປະຈໍາປີ 2020, ຍົກ ໃຫ້ເຫັນຜົນງານດ້ານຕັ້ງໜ້າ, ບັນຫາທີ່ຍັງຄົງຄ້າງຈະຕ້ອງໄດ້ ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ, ອັນ ພົ້ນເດັ່ນແມ່ນການສ້າງລາຍຮັບ ເຂົ້າຄັງລວມຂອງໜ່ວຍໄດ້ທັງ ໝົດ 19 ລ້ານກວ່າກີບ, ສະມາ ຊິກຊາວໜຸ່ມໄດ້ຮັບຢັ້ງຢືນເປັນ ສະມາຊິກຊາວໜຸ່ມ 4 ບຸກ ຈໍາ ນວນ 13 ສະຫາຍ ແລະ ຂະ ຫຍາຍສະມາຊິກຊາວໜຸ່ມເຂົ້າພັກ ໄດ້ 2 ສະຫາຍ. v ໜ່ວຍສະຫະພັນແມ່ຍິງສາງ ອ 2: ໄດ້ສະຫຼຸບວຽກງານຮອບ ດ້ານປະຈໍາປີ 2020, ໃນຜ່ານ ມາສະມາຊິກແມ່ຍິງມີິຄວາມ ອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ ການນໍາພາຂອງພັກ, ຮັກສາໄດ້ ມູນເຊື້ອຂອງແມ່ຍິງລາວ, ມີຄວາມ ຫ້າວຫັນເຮັດສໍາເລັດໜ້າທີ່ວິຊາ ສະເພາະຂອງຕົນ ແລະ ປະກອບ ສ່ວນເຂົ້າຮ່ວມຂະບວນການຕ່າງໆ ທີ່ກົມກອງຈັດຂຶ້ນຢ່າງເປັນຂະ ບວນຟົດຟື້ນ. ຜ່ານພຶດຕິກໍາຕົວຈິງ ສາມາດຄັດເລືອກໄດ້ແມ່ຍິງ 3 ດີ ປະເພດ I ຈໍານວນ 13 ສະຫາຍ, ປະເພດ II ຈໍານວນ 5 ສະຫາຍ, ໜ່ວຍໄດ້ຮັບການຢັ້ງຢືນເປັນໜ່ວຍ 3 ດີ ແລະ ກົມກອງໄດ້ຮັບການ ຢັ້ງຢືນເປັນກົມກອງຊີ້ນໍາວຽກ ງານແມ່ຍິງດີເດັ່ນຢ່າງສົມກຽດ. v ໂຮງໝໍບໍລິເວນ 107 ກອງ ທັບ: ໄດ້ເຜີຍແຜ່ເຊື່ອມຊຶມຜົນສໍາ ເລັດກອງປະຊຸມຜູ້ແທນຊາວໜຸ່ມ ທົ່ວກອງທັບ ຄັ້ງທີ VIII, ໃນນັ້ນ ມີ: ມະຕິກອງປະຊຸມຜູ້ແທນຊາວ ໜຸ່ມທົ່ວກອງທັບ ຄັ້ງທີ VIII, ຄໍາ ເຫັນໂອ້ລົມຂອງ ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະ ເທດ ແລະ ຄໍາເຫັນຂອງ ສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະ ນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວຕໍ່ກອງປະ ຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ VIII. ພ້ອມກັນນັ້ນ, ຍັງໄດ້ ມອບໃບຍ້ອງຍໍໃຫ້ຂະແໜງຊາວ ໜຸ່ມໂຮງໝໍບໍລິເວນ 107, ໜ່ວຍ ຂຶ້ນກັບ ແລະ ສະມາຊິກຊາວໜຸ່ມ ທີ່ມີຜົນງານດີເດັ່ນຜ່ານການຈັດຕັ້ງ ປະຕິບັດຂໍ້ແຂ່ງຂັນ 4 ບຸກໃນໄລ ຍະ 5 ປີ ຜ່ານມາຢ່າງສົມກຽດ. ສັງລວມໂດຍ: ນ.ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ