ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຂະແໜງຊາວໜຸ່ມ ກອງພັນໃຫຍ່ 11 ສະຫຼຸບວຽກງານຮອບດ້ານປະຈຳປີ 2020
ເວລາອອກຂ່າວ: 2021-02-26 18:23:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1459 | ຄວາມນິຍົມ:



ໃນວັນທີ 24 ກຸມພາ 2021 ນີ້, ຂະແໜງຊາວໜຸ່ມ ກອງພັນ ໃຫຍ່ 11 ໄດ້ເປີດກອງປະຊຸມສະ ຫຼຸບຖອດຖອນບົດຮຽນວຽກງານ ຮອບດ້ານປະຈຳປີ 2020 ພາຍ ໃຕ້ການເປັນປະທານຂອງ ສະ ຫາຍ ພັນໂທ ໄມທອງ ຫິນລໍວັນ ຄະນະພັກກອງພັນໃຫຍ່ ຮອງ ຫົວໜ້າພະແນກການເມືອງ ຜູ້ຊີ້ ນຳວຽກງານອົງການຈັດຕັ້ງມະ ຫາຊົນ ກອງພັນໃຫຍ່ 11, ມີຄະ ນະບໍລິຫານງານຊາວໜຸ່ມຂັ້ນ ຮາກຖານ ແລະ ສະມາຊິກຊາວ ໜຸ່ມພາຍໃນກົມກອງເຂົ້າຮ່ວມ. ສະຫາຍ ພັນຕີ ສຸວັນໂນ ຈັນ ທະລັງສີ ຫົວໜ້າຂະແໜງຊາວ ໜຸ່ມກອງພັນໃຫຍ່ 11 ໄດ້ຜ່ານ ບົດສະຫຼຸບການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຮອບດ້ານໃນໄລ ຍະ 1 ປີຜ່ານມາ ພ້ອມທັງວາງທິດ ທາງແຜນການປະຈໍາປີ 2021, ເຊິ່ງໄດ້ໃຫ້ຮູ້ໃນໄລຍະຜ່ານມາ ຂະແໜງຊາວໜຸ່ມໄດ້ປະສານ ສົມທົບກັບຂັ້ນເທິງ ແລະ ບັນ ດາຄະນະບໍລິຫານງານຂັ້ນຮາກ ຖານເຄື່ອນໄຫວຕິດຕາມກວດ ກາ, ຊຸກຍູ້ວຽກງານຂະບວນ ການດ້ານຕ່າງໆ ເປັນຕົ້ນແມ່ນ ດ້ານການສຶກສາອົບຮົມວຽກ ງານຊີ້ນຳ-ນຳພາ, ສຶກສາອົບ ຮົມທາງດ້ານການເມືອງ-ນຳ ພາແນວຄິດໃຫ້ພະນັກງານ-ສະມາຊິກຊາວໜຸ່ມໄວໜຸ່ມພາຍ ໃນກົມກອງຢ່າງເປັນປົກກະຕິ ໂດຍຖືເອົາການຈັດຕັ້ງດຳເນີນ ຊີວິດການເມືອງ ນອກຈາກນີ້, ຂະແໜງຊາວໜຸ່ມກໍຄືຄະນະບໍລິ ຫານງານຮາກຖານໄດ້ມີການ ສ້າງແຜນການຈັດຕັ້ງສ້າງຂະ ບວນການພາຍໃນກົມກອງຂັ້ນ ຂອງຕົນ ເປັນຕົ້ນແມ່ນຂະບວນ ການອົບຮົມ-ຫັດແອບຮໍ່າຮຽນ, ຂະບວນການອອກແຮງງານ, ຂະບວນການສ້າງພະລາທິ ການແກ້ໄຂຊີວິດການເປັນຢູ່, ຂະບວນການກີລາ ແລະ ຂໍ້ ແຂ່ງຂັນ 4 ບຸກຂອງສູນກາງ ຊາວໜຸ່ມ. ນອກຈາກຂະບວນ ການທີ່ກ່າວມານັ້ນສະມາຊິກ ຊາວໜຸ່ມແຕ່ລະສະຫາຍຍັງໄດ້ ສະໝັກໃຈເຂົ້າຮ່ວມກອງທຶນ ພັດທະນາຊາວໜຸ່ມກອງທັບ ເຊິ່ງມີຍອດເງິນສະສົມທັງໝົດ 255.960.000 ກີບ, ພ້ອມນີ້ ຂະແໜງຍັງໄດ້ສ້າງຕັ້ງກອງທຶນ ຮ່ວມນ້ຳໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີສະມາຊິກທັງໝົດ 1.239 ສະຫາຍ, ມີເງິນໝູນ ວຽນທັງໝົດ 83.475.000 ກີບ; ດ້ານວຽກງານປູກຝັງ-ລ້ຽງສັດແກ້ໄຂຊີວິດການເປັນ ຢູ່ ໃນປີຜ່ານມາສະມາຊິກຊາວ ໜຸ່ມທົ່ວກອງພັນໃຫຍ່ປູກພືດ ຜັກຊະນິດຕ່າງໆເກັບກູ້ໄດ້ 28.580 ກິໂລ ເປັນເງິນ 142.900.000 ກີບ, ລ້ຽງສັດ ຊະນິດຕ່າງໆປ້ອນເຂົ້າເຮືອນ ຄົວລວມ ແລະ ຂາຍຕະຫຼາດ ທັງ ໝົດ 22.720 ກິໂລ ເປັນເງິນ 681.600.000 ກີບ. ສ້າງລາຍ ຮັບໄດ້ທັງໝົດ 967.400.000 ກີບ, ສະເລ່ຍໃສ່ບຸກຄົນແມ່ນບັນ ລຸໄດ້ຕາມແຜນການ. ຈາກຜົນງານດັ່ງກ່າວ, ສາມາດ ຕີລາຄາແບ່ງປະເພດສະມາຊິກ ຊາວໜຸ່ມນຳໜ້າ 4 ບຸກ ກວມ 40,75%, ສະມາຊິກຊາວໜຸ່ມ ແຂງ 36,38% ແລະ ຂັ້ນກາງ 20,57%, ສ້າງໜ່ວຍຊາວໜຸ່ມ 4 ບຸກໄດ້ 19 ໜ່ວຍ, ໜ່ວຍຊາວ ໜຸ່ມແຂງ 7 ໜ່ວຍ, ຄະນະບໍລິ ຫານງານນຳໜ້າ 4 ບຸກ 4 ຄະ ນະ, ຄະນະບໍລິຫານງານຊາວ ໜຸ່ມແຂງ 1 ຄະນະ ແລະ ໄດ້ຮັບ ຮອງເປັນຂະແໜງຊາວໜຸ່ມນຳ ໜ້າ 4 ບຸກ ທັງໝົດ 4 ຄັ້ງຕິດຕໍ່ ກັນ. ໂດຍ: ສຸກັນ ວົງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ