ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມກົດລັບ ເປີດບັ້ນອົບຮົມ - ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ວິຊາສະເພາະຂອງເຫຼົ່າຮົບ
ເວລາອອກຂ່າວ: 2021-02-26 19:36:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 105 | ຄວາມນິຍົມ:



ວັນທີ 26 ກຸມພາ 2021 ນີ້, ກົມກົດລັບກົມໃຫຍ່ເສນາທິການ ກອງທັບ ໄດ້ເປີດບັ້ນອົບຮົມ-ຫັດ ແອບການເມືອງ, ການທະຫານ, ພະລາທິການ ແລະ ວິຊາສະເພາະ ຂອງເຫຼົ່າຮົບ ປະຈໍາປີ 2021 ໃຫ້ ບັນດາກົມກອງເຫຼົ່າຮົບກົດລັບ ເຂດໃຈກາງນະຄອນຫຼວງວຽງ ຈັນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ກຳມະການຄະນະພັກກະ ຊວງປ້ອງກັນປະເທດ ຫົວໜ້າ ກົມອົບຮົມກົມໃຫຍ່ເສນາທິການ ກອງທັບ, ມີສະຫາຍ ພັນເອກ ອຳພອນ ທະວີໄຊ ຫົວໜ້າກົມກົດ ລັບ, ແຂກຖືກເຊີນ, ຄະນະພັກ-ຄະນະບັນຊາກົມກອງເຫຼົ່າຮົບ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ກໍລະກັນ ແສງສຸລິຍາ ຫົວໜ້າພະແນກອົບ ຮົມກົມກົດລັບໄດ້ຜ່ານແຜນການ ອົບຮົມ-ຫັດແອບ ປະຈໍາປີ 2021, ເພື່ອຜັນຂະຫຍາຍຄໍາສັ່ງຂອງກົມໃຫຍ່ເສນາທິການກອງທັບ ແລະ ຄໍາສັ່ງແນະນໍາຂອງກົມອົບຮົມກົມໃຫຍ່ເສນາທິການກອງທັບ ກ່ຽວກັບການອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນ, ເຝິກ ຝົນກຳລັງແຮງກາຍ ປະຈຳປີ 2021 ໃຫ້ເປັນຮູບປະທໍາຕົວຈິງ, ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານ- ນັກຮົບກຳໄດ້ແໜ້ນທິດສະດີຫຼັກ ການລວມທັງການປະຕິບັດຕົວ ຈິງທາງດ້ານວຽກງານວິຊາສະ ເພາະ, ມີຄວາມຊໍານານຄ່ອງແຄ້ວ ດ້ານສິລະປະຍຸດ-ຍຸດທະວິທີ ເພື່ອ ຮັບປະກັນໃຫ້ແກ່ການກຽມພ້ອມ ສູ້ຮົບໃນສະພາບການໃໝ່, ພ້ອມ ກັນນັ້ນ, ກໍເພື່ອປຸກລະດົມຊຸກຍູ້ພະ ນັກງານ-ນັກຮົບ ໃຫ້ມີສະຕິຕໍ່ການ ຈັດຕັ້ງປະຕິບັດຂໍ້ກຳນົດ, ກົດລະ ບຽບຕ່າງໆ ຂອງກອງທັບ, ປັບ ປຸງກົມກອງໃຫ້ມີລະບຽບວິໄນ ເຂັ້ມງວດ, ປະກອບສ່ວນເຂົ້າ ໃນການປັບປຸງກໍ່ສ້າງກອງທັບ ປະຕິວັດ, ມີລະບຽບແບບແຜນ ທັນສະໄໝ, ອີກດ້ານໜຶ່ງກໍເພື່ອ ເປັນການເຝິກຝົນຫຼໍ່ຫຼອມກຳລັງ ແຮງກາຍຂອງພະນັກງານ-ນັກ ຮົບ ໃຫ້ມີສຸຂະພາບແຂງແຮງ ກຽມພ້ອມເຮັດສໍາເລັດໜ້າທີ່ ການເມືອງຂອງກົມກອງໃນທຸກ ສະພາບການ. ສ່ວນເນື້ອໃນທີ່ນໍາ ມາອົບຮົມ-ຫັດແອບປະກອບມີ ກຸ່ມຄວາມຮູ້ທົ່ວໄປ ແລະ ກຸ່ມວິຊາ ສະເພາະ ເຊິ່ງໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ເລີ່ມແຕ່ ເດືອນກຸມພາເຖິງເດືອນພຶດສະພາ ແລະ ໄລຍະທີ 2 ເລີ່ມແຕ່ເດືອນກໍ ລະກົດເຖິງເດືອນຕຸລາປີ 2021, ໂດຍບັ້ນອົບຮົມຈະໄດ້ລົງເລິກ ພາກການເມືອງ, ພາກພະລາທິ ການຮັບໃຊ້ສູ້ຮົບ, ພາກລະບຽບ ການທະຫານ, ພາກກີລາການທະ ຫານ, ພາກສິລະປະຍຸດ-ຍຸດທະ ວິທີທະຫານຮາບ ແລະ ວິຊາສະ ເພາະຂອງເຫຼົ່າຮົບກຳນົດເວລາ ອົບຮົມແມ່ນ 160 ວັນ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ພັນແສງ ບຸນພັນ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງການອົບຮົມ-ຫັດແອບ ເປັນການ ປັບປຸງລະບຽບແບບແຜນໃຫ້ຮັດກຸມມີຄວາມເປັນເອກະພາບ ເຊິ່ງ ແມ່ນຄວາມຈໍາເປັນຂອງກອງທັບ ເຮົາ, ດັ່ງນັ້ນ, ຄະນະພັກ-ຄະນະ ບັນຊາແຕ່ລະຂັ້ນ ແລະ ຄະນະຮັບ ຜິດຊອບທຸກພາກສ່ວນຕ້ອງຍົກ ສູງຄວາມຮັບຜິດຊອບຕໍ່ບັ້ນອົບ ຮົມ-ຫັດແອບ, ຮັບປະກັນໃຫ້ໄດ້ ທາງດ້ານປະລິມານ ແລະ ຄຸນນະ ພາບ, ຖືເອົາບັ້ນອົບຮົມ-ຫັດແອບ ຄັ້ງນີ້ເປັນການເຝິກຝົນຫຼໍ່ຫຼອມ ຕົນເອງໃຫ້ມີຄຸນທາດການເມືອງ ໜັກແໜ້ນ, ພ້ອມກັນປະຕິບັດ ແຜນການອົບຮົມ-ຫັດແອບໃຫ້ ເຂັ້ມງວດ ແລະ ອົດທົນຜ່ານຜ່າ ທຸກຂໍ້ຫຍຸ້ງຍາກ ເພື່ອເຮັດໃຫ້ບັ້ນ ອົບຮົມ-ຫັດແອບຄັ້ງນີ້ບັນລຸຕາມຄາດໝາຍທີ່ວາງໄວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ