ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະທານສະຫະພັນກຳມະບານລາວ ເຄື່ອນໄຫວຢ້ຽມຢາມກອງພັນ 102 ທະຫານແຂວງວຽງຈັນ
ເວລາອອກຂ່າວ: 2021-02-26 19:38:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 124 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງຕັ້ງ ສະຫະພັນກຳມະບານລາວ ຄົບ ຮອບ 65 ປີ ໃນວັນທີ 25 ກຸມພາ 2021 ນີ້, ທ່ານ ນາງ ອາລີ ວົງ ໜໍ່ບຸນທຳ ກຳມະການສູນກາງ ພັກ ປະທານຄະນະບໍລິຫານງານ ສະຫະພັນກຳມະບານລາວ ແລະ ສະຫາຍ ພັນໂທ ໄຊຊະນະ ທຳມະ ວົງ ຮອງຫົວໜ້າຫ້ອງການກຳ ມະບານກອງທັບ ພ້ອມຄະນະ ໄດ້ ເຄື່ອນໄຫວຢ້ຽມຢາມກອງພັນ 102 ກອງບັນຊາການທະຫານ ແຂວງວຽງຈັນ, ໂດຍໃຫ້ການຕ້ອນຮັບຂອງສະຫາຍ ພັນເອກ ຄຳເຄນ ອຸດຕະມະ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງວຽງຈັນ ພ້ອມດ້ວຍພະ ນັກງານ-ນັກຮົບກອງພັນ 102 ເຂົ້າຮ່ວມ. ສະຫາຍ ພັນໂທ ອາລຸນ ວົງສຳພັນ ຫົວໜ້າການເມືອງ ກອງພັນ 102 ໄດ້ຂຶ້ນລາຍງານ ສະພາບຈຸດພິເສດ, ທີ່ຕັ້ງຂອບ ເຂດ, ໜ້າທີ່ ແລະ ພາລະບົດບາດ ຂອງກົມກອງໃນໄລຍະຜ່ານມາ ໃຫ້ຄະນະດັ່ງກ່າວໄດ້ຮັບຊາບ ເປັນຕົ້ນແມ່ນ ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ເຊິ່ງຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຈັດຕັ້ງກຳລັງຫັນ ລົງກໍ່ສ້າງຮາກຖານການເມືອງ ແບບມູນເຊື້ອຕິດພັນກັບວຽກ 3 ສ້າງຂອງພັກ, ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານ-ນັກຮົບປະຕິ ບັດໜ້າທີ່ປະຈຳແຕ່ລະປ້ອມຕາມ ການມອບໝາຍຂອງຂັ້ນເທິງ ເປັນຕົ້ນແມ່ນການກວດກາສາລະ ເວ, ປ້ອງກັນເວນຍາມ ຮັບປະ ກັນເຮັດໃຫ້ສະພາບມີຄວາມສະ ຫງົບໂດຍພື້ນຖານໃນຂອບເຂດ ກົມກອງຮັບຜິດຊອບ ໄປຄຽງ ຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ໜັກແໜ້ນ ເຂັ້ມແຂງທາງດ້ານການຈັດຕັ້ງ, ໂດຍການປະຕິບັດນໍ້າໃຈ ເພິ່ງຕົນ ເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ. ຈາກນັ້ນ ທ່ານ ນາງ ອາລີ ວົງໜໍ່ ບຸນທຳ ກໍໄດ້ພົບປະໂອ້ລົມຕໍ່ພະ ນັກງານ-ນັກຮົບ ພ້ອມທັງຮຽກ ຮ້ອງໃຫ້ຄະນະພັກ-ຄະນະບັນ ຊາແຕ່ລະຂັ້ນສືບຕໍ່ຊີ້ນຳວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຢູ່ຂັ້ນຮາກຖານ ຕາມການມອບໝາຍຂອງຂັ້ນ ເທິງ ຮັບປະກັນຂອບເຂດກົມ ກອງຮັບຜິດຊອບໃຫ້ມີຄວາມ ສະຫງົບປອດໄພ 100%. ໃນ. ໂອກາດດຽວກັນນີ້, ປະທານຄະນະບໍລິຫານງານສະຫະພັນກຳມະບານລາວ ພ້ອມຄະນະ ກໍໄດ້ມອບເຄື່ອງອຸປະໂພກ-ບໍລິ ໂພກ ແລະ ເງິນສົດຈຳນວນ 10 ລ້ານກີບ ລວມມູນຄ່າທັງໝົດ 52 ລ້ານກວ່າກີບ ໃຫ້ກອງພັນ 102 ໂດຍການກ່າວຮັບຂອງ ສະຫາຍ ພັນໂທ ອາລຸນ ວົງສຳພັນ ຫົວໜ້າ ການເມືອງກອງພັນດັ່ງກ່າວ ພ້ອມທັງໃຫ້ຄຳໝັ້ນສັນຍານວ່າ ຈະນຳເອົາເຄື່ອງດັ່ງກ່າວໄປແຈກ ຢາຍໃຫ້ພະນັກງານ-ນັກຮົບ, ອ້າຍນ້ອງທີ່ປະຈຳການຢູ່ແຕ່ລະ ປ້ອມໃຫ້ທົ່ວເຖິງ. ໂອກາດນີ້, ຄະນະພັກ-ຄະນະບັນຊາກອງພັນ 102 ຍັງໄດ້ມອບໃບກຽດຕິຄຸນໃຫ້ ປະທານຄະນະບໍລິຫານງານສະ ຫະພັນກຳມະບານລາວ ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ