ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສຳເລັດກອງປະຊຸມສະຫຼຸບວຽກງານພະລາທິການທົ່ວກອງທັບປະຈຳປີ 2020
ເວລາອອກຂ່າວ: 2021-02-26 19:43:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 125 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກງານ ພະລາທິການ ປະຈຳປີ 2020 ແລະ ທິດທາງແຜນການວຽກ ງານທີ່ຈະຕ້ອງໄດ້ສຸມໃສ່ຈັດຕັ້ງ ປະຕິບັດ ປະຈຳປີ 2021 ໄດ້ສຳ ເລັດລົງດ້ວຍໝາກຜົນອັບຈົບ ງາມ ພາຍຫຼັງໄດ້ດຳເດີນມາເປັນ ເວລາ 2 ວັນໃນລະຫວ່າງ ວັນທີ 24-25 ກຸມພາ 2021 ນີ້, ໂດຍ ການເປັນປະທານຂອງ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການສູນກາງພັກ ຫົວໜ້າ ກົມໃຫຍ່ພະລາທິການກອງທັບ ມີຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ກອງພົນ, ກອງບັນຊາການທະຫານແຂວງ, ກົມ, ຫ້ອງການ, ວິທະຍາຄານ, ໂຮງຮຽນ ແລະ ໂຮງໝໍ ເຂົ້າຮ່ວມ. ກອງປະຊຸມ ໄດ້ດຳເນີນມາ ເປັນເວລາ 2 ວັນເຕັມດ້ວຍຄວາມ ເຄັ່ງຮ້ອນບົນຈິດໃຈຄວາມຮັບ ຜິດຊອບສູງ ແລະ ເສີມຂະຫຍາຍ ປະຊາທິປະໄຕ ສະຕິປັນຍາລວມ ເຮັດກອງປະຊຸມມີຜົນສຳເລັດອັນ ຈົບງາມ ແລະ ໄດ້ພ້ອມກັນຄົ້ນ ຄວ້າປະກອບຄຳຄິດເຫັນໃສ່ບົດ ສະຫຼຸບການຈັດຕັ້ງປະຕິບັດວຽກ ງານຮັບປະກັນພະລາທິການ ໃນ ປີ 2020, ເຊິ່ງໄດ້ຍົກໃຫ້ເຫັນດ້ານ ຕັ້ງໜ້າ, ຜົນງານທີ່ໄດ້ຈັດຕັ້ງປະ ຕິບັດສຳເລັດ ແລະ ກໍມີຫຼາຍອັນ ພົ່ນເດັ່ນຂຶ້ນ, ເຫັນໄດ້ບົດບາດ ການນຳພາ, ຄວາມຮັບຜິດຊອບ, ຄວາມເອົາໃຈໃສ່ ແລະ ຄວາມ ເປັນຫ່ວງເປັນໃຍຂອງບັນດາຄະ ນະພັກ-ຄະນະບັນຊາຕໍ່ພະນັກ ງານ, ຂະແໜງພະລາທິການທຸກ ຂັ້ນ. ນອກນັ້ນ ຍັງໄດ້ພ້ອມກັນ ຄົ້ນຄວ້າ, ຢ່າງພາວະວິໄສ, ຕີລາ ຄາສູງດ້ວຍຄວາມເປັນຈິງ ໃສ່ບັນ ຫາຈຸດອ່ອນທີ່ຄົງຄ້າງ,ວິທີການ ແກ້ໄຂ ແລະ ທັງເປັນເອກະພານ ຕໍ່ທິດທາງວຽກງານຈຸດສຸມໃນ ຊຸມປີຕໍ່ໜ້າ ເພື່ອພ້ອມກັນວາງຄາດ ໝາຍສູ້ຊົນ ໃຫ້ຖືກທິດຕາມຄາດໝາຍຈຸດສຸມຂອງວຽກງານພະລາທິການໃຫ້ໄດ້ຮັບຄຸນນະພາບ ແລະ ບັນລຸຕາມຄາດໝາຍ. ໂອກາດນີ້ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກໍໄດ້ມີຄຳ ເຫັນໂອ້ລົມຊີ້ແຈງຕໍ່ບັນດາຄຳຄິດເຫັນ, ຄຳສະເໜີຂອງບັນດາກົມ ກອງ ແລະ ພ້ອມທັງເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ, ກົມກອງ ແລະ ຂະແໜງການກ່ຽວຂ້ອງ ຕ້ອງເປັນເຈົ້າການເພີ່ມທະວີການ ຊີ້ນຳ-ນຳພາຮັບປະກັນວຽກງານພະລາທິການລ້ຽງດູທັບໃຫ້ດີຂຶ້ນ, ຮັບປະກັນຊີວິດການເປັນຢູ່ຂອງ ນາຍ ແລະ ພົນທະຫານໃນກອງ ທັບ, ການຄຸ້ມຄອງປົກປັກຮັກສາ ເຂົ້າກິນໃຫ້ພຽງພໍຕາມລະບອບ ອັດຕາໂດຍຫັນເງິນຊື້ເຂົ້າໄປ ຕາມລະບົບເງິນເດືອນ, ເອົາໃຈໃສ່ ຄຸ້ມຄອງການນຳໃຊ້ເຄື່ອງນຸ່ງຫົ່ມ ແລະ ເຄື່ອງປະກອບເຂົ້າເຮືອນ ຄົວລວມຕ້ອງເບີກຈ່າຍໃຫ້ຖືກ ຕ້ອງຕາມອັດຕາ ແລະ ເປົ້າໝາຍ, ເພີ່ມທະວີວຽກງານຄຸ້ມຄອງນຳ ໃຊ້ນ້ຳມັນເຊື້ອໄຟໃຫ້ຮັດກຸມ, ການເບີກຈ່າຍ, ນຳໃຊ້ຕ້ອງເກີດ ປະໂຫຍດສູງສຸດ ໂດຍອີງໃສ່ ຄວາມຕ້ອງການ ແລະ ງົບປະ ມານມີຈຳກັດ. ເອົາໃຈໃສ່ໂຄສະ ນາສຶກສາອົບຮົມການຮັກສາສຸ ຂະພາບສົ່ງເສີມສຸຂະພາບ, ຂອງ ນາຍ ແລະ ພົນທະຫານໃຫ້ແຂງ ແຮງ, ປ້ອງກັນພະຍາດທີ່ຈະແຜ່ ລະບາດຢູ່ບັນດາກົມກອງທອງ ຖິ່ນ, ທີ່ຕັ້ງທັບຂອງຕົນ, ໂດຍສະ ເພາະພະຍາດໂຄວິດ-19 ຕ້ອງ ມີວິທີການປ້ອງກັນສະກັດກັ້ນ ຢ່າງມີປະສິດທິພາບ. ຕັ້ງໜ້າປັບ ປຸງກໍ່ສ້າງຄ້າຍຄູ, ທີ່ຢູ່ອາໄສໃຫ້ ແໜ້ນໜາຖາວອນ ແລະ ຖືກຕ້ອງ ຕາມທິດກໍ່ສ້າງກອງທັບທີ່ມີແບບ ແຜນທັນສະໄໝ, ຄຸ້ມຄອງຊຸກຍູ້ ໂຄງການກໍ່ສ້າງທີ່ນຳໃຊ້ທຶນ ພາຍໃນກອງທັບ, ທຶນກົມກອງ ຢ່າງເໝາະສົມ ເພື່ອຫຼີກລຽງໜີ້ ສິນ ຄຸມເຄືອ ແລະ ເພີ່ມທະວີຄຸ້ມຄອງ ການນຳໃຊ້ໄຟຟ້າ-ນ້ຳປະປາໃຫ້ ຫຼຸດຜ່ອນການນຳໃຊ້ຟູມເຟືອຍ ແລະ ມີວິທີການແກ້ໄຂຢ່າງມີປະ ສິດທິຜົນ. ສົ່ງເສີມການແກ້ໄຂ ຊີວິດການເປັນຢູ່ຂອງບັນດາກົມ ກອງ-ທ້ອງຖິ່ນ ໃຫ້ແຂງແຮງ ໂດຍຖືກເອົາການຜະລິດກະສິກຳ ເປັນສິນຄ້າ, ການປູກຝັງ-ລ້ຽງ ສັດຕາມທ່າແຮງບົ່ມຊ້ອນຂອງ ທ້ອງຖິ່ນຕັ້ງທັບ, ເພື່ອສ້າງລາຍ ຮັບເຂົ້າກົມກອງ, ທັງສະໜອງ ເຂົ້າເຮືອນຄົວລວມ ໄດ້ພຽງພໍໃນ ທຸກດ້ານ ແລະ ຂັ້ນກະຊວງຕ້ອງ ສຸມໃສ່ປັບປຸງບັນດາຫົວໜ່ວຍ ການຜະລິດ, ໂຮງຈັກ, ໂຮງງານ ທີ່ມີໃນປັດຈຸບັນ ຫັນໄປສູ່ການ ໄລ່ລຽງທຸລະກິດຕາມທິດສົ່ງເສີມ ການຜະລິດພາຍໃນ, ກ້າວຂຶ້ນກຸ້ມ ຕົນເອງດ້ານງົບປະມານ, ເງິນ ເດືອນ ແລະ ມອບພັນທະ-ອາກອນ ໃຫ້ຂັ້ນເທິງຕາມແຜນການກຳ ນົດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ