ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ເຕັກນິກກອງທັບ ປະກາດສ້າງຕັ້ງສູນວິໄຈໝື້ສົ່ງ ແລະ ທາດລະເບີດ
ເວລາອອກຂ່າວ: 2021-03-02 08:28:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ວັນທີ 26 ກຸມພາ 2021 ນີ້, ກົມໃຫຍ່ເຕັກນິກກອງທັບ ປະກາດສ້າງຕັ້ງສູນວິໄຈໝື້ສົ່ງ ແລະ ທາດລະເບີດ ພາຍໃຕ້ການ ເປັນປະທານຂອງ ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ມີຄະ ນະກົມ, ຄະນະຫ້ອງ, ຄະນະກົມ ກຳລັງພົນ, ຄະນະກົມພະນັກ ງານ, ຄະນະພັກ-ຄະນະບັນຊາກົມ ກອງຮາກຖານ, ພະແນກການຕະຫຼອດຮອດພະນັກງານຢູ່ໃນອົງການກົມໃຫຍ່ເຕັກນິກເຂົ້າຮ່ວມ. ສະຫາຍ ພັນເອກ ບຸນເພັງ ເທບພະພອນ ຮອງຫົວໜ້າກົມ ກຳລັງພົນ ກົມໃຫຍ່ເສນາທິການກອງທັບ ຂຶ້ນຜ່ານຂໍ້ຕົກລົງວ່າ ດ້ວຍການສ້າງຕັ້ງສູນວິໄຈໝື້ສົ່ງ ແລະ ທາດລະເບີດ ທີ່ຂຶ້ນກັບກົມ ໃຫຍ່ເຕັກນິກກອງທັບ, ອີງຕາມ ແຜນການຍຸດທະສາດປັບປຸງ ກໍ່ສ້າງກຳລັງປະກອບອາວຸດກອງ ທັບປະຊາຊົນລາວ ແຕ່ລະໄລຍະ ໃຫ້ເຂັ້ມແຂງຮອບດ້ານ, ປັບປຸງ ກອງທັບມີລະບຽບແບບແຜນ ທັນສະໄໝ, ມີີຄວາມສາມາດ ພຽງພໍ ເພື່ອປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ອີງຕາມ ຄວາມຮຽກຮ້ອງຕ້ອງການຂອງ ສະພາບການ ແລະ ໜ້າທີ່ການ ເມືອງຂອງກອງທັບໃນໄລຍະໃໝ່ ເວົ້າລວມ, ເວົ້າສະເພາະ ເພື່ອຮັບ ປະກັນວຽກງານເຕັກນິກການ ທະຫານ ໃຫ້ມີຄວາມໜັກແໜ້ນ, ທັນສະໄໝ ແລະ ມີປະສິດທິພາບ ສູງ, ກະຊວງປ້ອງກັນປະເທດຕົກ ລົງສ້າງຕັ້ງສູນວິໄຈໝື້ສົ່ງ ແລະ ທາດລະເບີດ(ທຽບເທົ່າກອງພັນ ໃຫຍ່) ຂຶ້ນກັບກົມໃຫຍ່ເຕັກນິກ ກອງທັບ, ໂຄງປະກອບການຈັດ ຕັ້ງ, ຕຳແໜ່ງງານ ແລະ ຈຳນວນ ພົນ, ໃຫ້ຈັດຕັ້ງປະຕິບັດການຊັບ ຊ້ອນພະນັກງານ-ນັກຮົບ ເຂົ້າ ໃສ່ບັນດາຕຳແໜ່ງງານຕາມຂໍ້ ຕົກລົງຂອງກົມໃຫຍ່ເສນາທິ ການກອງທັບ ສະບັບເລກທີ 2156/ກສນ ລົງວັນທີ 23 ຕຸລາ 2020, ທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ການ ເຄື່ອນໄຫວຕ່າງໆແມ່ນມອບໃຫ້ ກົມໃຫຍ່ເຕັກນິກກອງທັບ ກຳນົດ ໃຫ້ລາຍລະອຽດ-ຊັດເຈນ ພ້ອມ ຈັດຕັ້ງມອບໝາຍໜ້າທີ່ລະອຽດ ຕື່ມ, ຫຼັງຈາກນັ້ນ ສະຫາຍ ພັນ ເອກ ໂສພາວັນ ທຳມະເທວາ ຮອງ ຫົວໜ້າກົມພະນັກງານກົມໃຫຍ່ ການເມືອງກອງທັບ, ຂຶ້ນຜ່ານຂໍ້ ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະ ນະອຳນວຍການ ແລະ ບັນດາຮອງ ອຳນວຍການຂອງສູນວິໄຈໝື້ ສົ່ງ-ທາດລະເບີດ, ລາຍລະອຽດ ຄື: ສະຫາຍ ພັນໂທ ຈັນເພັດ ວິໄລວອນ ເປັນຫົວໜ້າ, ສະຫາຍ ພັນໂທ ລັດສະໝີ ແກ້ວບຸນມາ ເປັນຮອງຮັບຜິດຊອບການເມືອງ ທັງເປັນຫົວໜ້າພະແນການ ເມືອງ, ສະຫາຍ ພັນໂທ ວຽງຄຳ ພົມມະຈັນ ເປັນຮອງຮັບຜິດຊອບ ວຽກງານພະລາທິການທັງເປັນ ຫົວໜ້າພະແນກພະລາທິການ, ສະຫາຍ ຮ້ອຍເອກ ວຽງສະ ຫວັນ ສຸວັນນະລາດ ເປັນຮອງຮັບ ຜິດຊອບວຽກງານແຜນການ ທັງເປັນຫົວໜ້າພະແນກແຜນ ການ, ແຕ່ງຕັ້ງບັນດາຫົວໜ້າ ແລະ ຮອງພະແນກຂອງສູນວິໄຈໝື້ ສົ່ງ-ທາດລະເບີດ ລາຍລະອຽດ ຄື: ສະຫາຍ ພັນຕີ ອຸດອນ ທຳ ມະວົງສາ ເປັນຫົວໜ້າພະແນກ ເຕັກນິກ, ສະຫາຍ ຮ້ອຍເອກ ໄພ ອາກອນ ສະເຫຼີມສັກ ເປັນ ຮອງພະແນກສະໜອງຕົວຢ່າງ, ສະຫາຍ ຮ້ອຍໂທ ຫວຽດ ຂັນ ທະວີໄລ ເປັນຫົວໜ້າພະແນກ ວິໄຈທາງເຄມີ, ສະຫາຍ ພັນຕີ ວັນ ທອງ ແກ້ວພົມມະລິນ ເປັນຮອງ ພະແນກພະລາທິການ, ສະຫາຍ ພັນຕີ ຄອນສະຫວັນ ຈັນທະນັນ ເປັນຮອງພະແນກການເມືອງ, ສະຫາຍ ຮ້ອຍເອກ ວິໄລພອນ ໄຊຍະສິດ ເປັນຮອງພະແນກ ແຜນການ, ສະຫາຍ ຮ້ອຍເອກ ໂມເຕີ ອໍລະໄມ ເປັນຮອງພະແນກ ສະໜອງຕົວຢ່າງ, ສະຫາຍ ຮ້ອຍ ໂທ ວົງເດືອນ ມະນີຈັນ ເປັນ ຮອງພະແນກວິໄຈທາງເຄມີ, ສະ ຫາຍ ຮ້ອຍໂທ ພູວັນ ແກ້ວເພັງຄຳ ເປັນຮອງພະແນກເຕັກນິກ, ພ້ອມ ດຽວກັນນັ້ນ ສະຫາຍ ພັນເອກ ສາຍຄຳ ພົມມະວົງ ຮອງຫົວໜ້າ ຫ້ອງການເມືອງ ກົມໃຫຍ່ເຕັກ ນິກກອງທັບ ໄດ້ຂຶ້ນຜ່ານມະຕິຕົກ ລົງຂອງຄະນະພັກກົມໃຫຍ່ເຕັກ ນິກກອງທັບ ວ່າດ້ວຍການບົ່ງຕົວ ສ້າງຕັ້ງສູນວິໄຈໝື້ສົ່ງ-ທາດລະ ເບີດ, ລາຍລະອຽດຄື: ສະຫາຍ ພັນໂທ ຈັນເພັດ ວິໄລວອນ ເປັນ ເລຂາໜ່ວຍພັກ, ສະຫາຍ ພັນ ໂທ ລັດສະໝີ ແກ້ວບຸນມາ ເປັນຮອງ ເລຂາໜ່ວຍພັກ, ສະຫາຍ ຮ້ອຍ ເອກ ວຽງສະຫວັນ ສຸວັນນະລາດ ເປັນກຳມະການກວດກາ-ປ້ອງ ກັນ, ສະຫາຍ ພັນຕີ ອຸດອນ ທຳ ມະວົງສາ ເປັນກຳມະການໂຄ ສະນາ-ອົບຮົມ, ສະຫາຍ ພັນໂທ ວຽງຄຳ ພົມມະຈັນ ເປັນກຳມະ ການ-ການຄັງ. ໃນໂອກາດດັ່ງກ່າວ, ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ຫົວ ໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ໂອ້ລົມຕໍ່ພິທີໂດຍຮຽກຮ້ອງ ໃຫ້ບັນດາສະຫາຍຄະນະພັກ-ຄະນະບັນຊາທີ່ໄດ້ຮັບການແຕ່ງ ຕັ້ງໃໝ່ຕ້ອງເອົາໃຈໃສ່ສ້າງ ຄວາມຕັດສິນໃຈສູງ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວຮອບ ດ້ານຂອງບັນດາໜ້າວຽກຕ່າງໆ, ເປັນຕົ້ນແມ່ນວຽກການເມືອງ ແລະ ວຽກວິຊາສະເພາະ, ສ້າງ ເປັນແຜນການເຄື່ອນໄຫວມີການ ແບ່ງງານໂດຍໃຫ້ຕິດພັນກັບການ ກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ, ກົມກອງ 3 ປອດ, ກົມກອງວັດທະນະທຳ-ນັກຮົບວັດທະນະທຳ ປະຕິບັດ ແບບແຜນວິທີເຮັດວຽກໃຫ້ຖືກ ຕາມຫຼັກການຂອງພັກ, ຕາມລະ ບຽບການເຕັກນິກ, ລວມສູນປະ ຊາທິປະໄຕແບ່ງຄວາມຮັບຜິດ ຊອບໃຫ້ບຸກຄົນຢ່າງຈະແຈ້ງ ແລະ ແທດເໝາະກັບສະພາບຕົວຈິງ ຂອງກົມກອງ, ສ້າງຄວາມສາມັກ ຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນ ໜາພ້ອມກັນຜ່ານຜ່າຄວາມຍຸ້ງຍາກນາໆປະການ, ທັງເປັນກຳແຮງໃນການເຮັດສຳເລັດໜ້າທີ່, ສືບຕໍ່ສ້າງກົມກອງໃຫ້ຈົບງາມ, ຕ້ອງມີການເຝິກອົບຮົມໃຫ້ພະນັກ ງານໂດຍໃຫ້ມີໂຄງຮ່າງ, ມີເປົ້າ ໝາຍ ແລະ ມີແຜນການລະອຽດ, ເພື່ອຍົກລະດັບສີມື, ຄວາມຊໍາ ນານງານໃຫ້ສູງຂຶ້ນ, ເອົາໃຈໃສ່ປົກປັກຮັກສານຳໃຊ້ພາຫະນະອຸ ປະກອນຮັບໃຊ້ການທົດລອງໃຫ້ ດີ ແລະ ນຳໃຊ້ໄດ້ຍາວນານ, ພ້ອມ ທັງເອົາໃຈໃສ່ແກ້ໄຂຊີວິດການ ເປັນຢູ່ຊຸກຍູ້ການເພີ່ມພູນຜະລິດ ຜົນ ໂດຍອີງໃສ່ທ່າແຮງບົ່ມຊ້ອນ ຂອງກົມກອງ, ເປັນເຈົ້າການປະ ຕິບັດລະບຽບວິໄນຂອງກອງທັບ ໃຫ້ເຂັ້ມງວດ ພ້ອມກັນນຳພາສູນ ວິໄຈໝື້ເຄື່ອນໄຫວໄດ້ຢ່າງມີປະ ສິດທິຜົນສູງ, ສ້າງໃຫ້ກາຍເປັນ ກົມກອງເຂັ້ມແຂງ ໜັກແໜ້ນ ແລະ ມີການພັດທະນາຂຶ້ນໄປເລື້ອຍໆ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ