ທະຫານແຂວງໄຊຍະບູລີ ເປີດຊຸດອົບຮົມການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ
ເວລາອອກຂ່າວ: 2021-03-03 09:03:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 657 | ຄວາມນິຍົມ:
ພິທີເປີດຊຸດອົບຮົມ-ຫັດ
ແອບການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ແລະ ເປີດຂະບວນການແຂ່ງຂັນ
ຮັກຊາດ ແລະ ພັດທະນາ ປະຈຳປີ 2021 ຂອງກອງບັນ ຊາການທະຫານແຂວງໄຊຍະ
ບູລີ ໄດ້ຈັດຂຶ້ນໃນວັນທີ 24
ກຸມພາ 2021 ນີ້, ໂດຍການ ເປັນປະທານຂອງ ສະຫາຍ ພັນເອກ ກູດ ພົມມາ ຫົວໜ້າການ ທະຫານກອງບັນຊາການທະ ຫານແຂວງໄຊຍະບູລີ, ມີຄະ ນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການ, ກອງພັນ, ກອງຮ້ອຍເອກະລາດ, ໂຮງຮຽນ, ໂຮງໝໍ, ພ້ອມດ້ວຍພະນັກງານ- ນັກຮົບທົ່ວກົມກອງອ້ອມຂ້າງ ເຂົ້າຮ່ວມ.
ສະຫາຍ ພັນໂທ ເສິກ ໄຊຍະພອນ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ ໄຊຍະບູລີ ໄດ້ຂຶ້ນຜ່ານແຜນ ການອົບຮົມ-ຫັດແອບການ
ເມືອງ, ການທະຫານ ແລະ
ພະລາທິການ-ເຕັກນິກ ປະຈຳ
ປີ 2021 ໂດຍປະຕິບັດຕາມ ຄຳສັ່ງອົບຮົມ-ຫັດແອບຂອງ ກົມໃຫຍ່ເສນາທິການກອງທັບ ແລະ ແຜນການອົບຮົມ-ຫັດ
ແອບ ປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍໃຫ້ນາຍ ທະຫານ, ພະນັກງານ-ນັກຮົບໃຫ້ ມີແນວຄິດການເມືອງໜັກແໜ້ນ, ມີຄວາມຮູ້ ຄວາມສາມາດທາງ
ດ້ານການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ໃນລະດັບທີ່ແນ່ນອນໂດຍຖືເອົາ ຄຸນນະພາບເປັນຕົ້ນຕໍມີລະບຽບ
ວິໄນເຂັ້ມງວດ, ໃນນີ້ພາກການ
ເມືອງ 10 ວັນ, ພາກການທະ ຫານ 130 ວັນ ແລະ ພາກ ພະລາທິການ-ເຕັກນິກ 10 ວັນ, ວິຊາສະເພາະເຫຼົ່າຮົບຕ່າງໆ 10 ວັນ, ການອົບຮົມ-ຫັດແອບ ແມ່ນຈະໄດ້ດຳເນີນເປັນເວລາ 160 ວັນ, ເຊິ່ງໄດ້ແບ່ງອອກ
ເປັນ 2 ໄລຍະ ຄື: ໄລຍະທີ 1 ເລີ່ມແຕ່ເດືອນກຸມພາ ຫາ
ພຶດສະພາ, ໄລຍະທີ 2 ເລີ່ມ ແຕ່ເດືອນ ກໍລະກົດ ຫາ ຕຸລາ 2021, ໃນໂອກາດນີ້, ສະຫາຍ ພັນໂທ ລິດໄຊຍະ ຜາແກ້ວ ຫົວ ໜ້າຫ້ອງການເມືອງ ກອງບັນ ຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນຮັກ ຊາດ ແລະ ພັດທະນາ ປະຈຳປີ 2021.
ສະຫາຍ ພັນເອກ ກູດ ພົມມາ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ກຳແໜ້ນທິດສະດີຫຼັກການໃຫ້ ເລິກເຊິ່ງເຖິງຖອງ, ເອົາຄຸນນະ ພາບເປັນກົກປະລິມານເປັນສຳ ຄັນ, ເພື່ອສູ້ຊົນເຮັດໃຫ້ການອົບ ຮົມ-ຫັດແອບການເມືອງ, ການ
ທະຫານແລະ ພະລາທິການ-ເຕັກນິກ ປະຈຳປີ 2021 ໃຫ້ ບັນລຸໝາກຜົນສູງສາມາດຮັບ ປະກັນຄວາມປອດໄພ 100%.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ