ກອງພັນໃຫຍ່ 605 ປະກາດບົ່ງຕົວແຕ່ງຕັ້ງຄະນະພັກ ແລະ ໜ່ວຍພັກຮາກຖານ
ເວລາອອກຂ່າວ: 2021-03-03 09:05:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 391 | ຄວາມນິຍົມ:
ໃນວັນທີ 24 ກຸມພາ 2021
ນີ້, ກອງພັນໃຫຍ່ 605 ໄດ້ປະ ກາດບົ່ງຕົວແຕ່ງຕັ້ງຄະນະພັກ ແລະ ຄະນະໜ່ວຍພັກຮາກຖານ ຂຶ້ນກັບພະແນກພະລາທິການ ກອງພັນໃຫຍ່ 605 ໂດຍການ
ເປັນປະທານຂອງ ສະຫາຍ
ພັນເອກ ບົວຄຳ ສາມາວົງ ເລຂາ ຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 605, ມີຄະນະພັກ
-ໜ່ວຍພັກຮາກຖານ ຕະຫຼອດ ຮອດສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນຕີ ສີໃສ ວິໄລພັນ ຫົວໜ້າຂະແໜງຈັດຕັ້ງພັກກອງ
ພັນໃຫຍ່ 605 ໄດ້ຂຶ້ນຜ່ານມະ
ຕິຕົກລົງຂອງຄະນະພັກກອງ
ພັນໃຫຍ່ 605 ວ່າດ້ວຍ ການ
ບົ່ງຕົວແຕ່ງຕັ້ງເພີ່ມເຕີມຄະ
ນະພັກຮາກຖານ ແລະ ຄະນະ
ໜ່ວຍພັກຂຶ້ນກັບຮາກຖານພັກ ພະແນກພະລາທິການ, ໂດຍ
ປະຕິບັດຕາມກົດລະບຽບຂອງ ພັກປະຊາຊົນປະຕິວັດລາວ ສະໄໝທີ X ໝວດທີ II ມາດຕາ
13 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ, ຍົກຍ້າຍ ແລະ ສິ້ນສຸດການເປັນ ຄະນະພັກ, ທັງເປັນການປັບປຸງ
ບູລະນະກົງຈັກການຈັດຕັ້ງນຳ ພາ-ບັນຊາກຳລັງປະກອບອາ ວຸດເວົ້າລວມ, ເວົ້າສະເພາະ ຢູ່
ພະແນກພະລາທິການກອງພັນ ໃຫຍ່ໃຫ້ມີຄວາມໜັກແໜ້ນເຂັ້ມ
ແຂງສາມາດເຄື່ອນໄຫວນຳພາ-
ຊີ້ນຳເຮັດສຳເລັດໜ້າທີ່ການ
ເມືອງຂອງຕົນ, ໃນນັ້ນ, ໄດ້ບົ່ງ ຕົວແຕ່ງຕັ້ງສະຫາຍ ພັນໂທ ສະເຫຼີມໄຊ ພົມມະໄກສອນ ຂຶ້ນເປັນກຳມະການ-ການຄັງ ຮາກຖານພັກພະລາທິການ ຕົກ ລົງແຕ່ງຕັ້ງເພີ່ມເຕີມຄະນະ ໜ່ວຍພັກຄື: ແຕ່ງຕັ້ງ ສະຫາຍ
ພັນຕີ ສິງແກ້ວ ບູນຊູ ເປັນເລຂາ ໜ່ວຍພັກທີ 1, ສະຫາຍ ຮ້ອຍ
ເອກ ແສງອາທິດ ລາດໂຍທາ ເປັນຮອງເລຂາໜ່ວຍພັກທີ 1 ແລະ ສະຫາຍ ພັນຕີ ສາຍຝົນ ສີລິຈັກ ເປັນກຳມະການ-ການ ຄັງໜ່ວຍພັກທີ 2 ຮາກຖານພັກພະລາທິການທີ່ຂຶ້ນກັບກອງພັນ ໃຫຍ່ 605.
ໂດຍ: ນ. ໜູແດງ ລາດສະແກ້ວ
ພາບ: ເພັງ ມະນີລະສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ