ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຫົວພັນ ປິດຊຸດອົບຮົມ - ຫັດແອບຂັ້ນການທະຫານພື້ນຖານລະບົບ 6 ເດືອນ
ເວລາອອກຂ່າວ: 2021-03-03 09:11:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 545 | ຄວາມນິຍົມ:



ຫວ່າງບໍ່ດົນຜ່ານມານີ້, ກອງບັນຊາການທະຫານແຂວງ ຫົວພັນໄດ້ປິດຊຸດອົບຮົມ-ຫັດ ແອບການທະຫານຂັ້ນພື້ນຖານ ລະບົບ 6 ເດືອນ ຊຸດທີ II, ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ປອ ໂພນທອງ ພັນຈະ ເລີນພົນ ຫົວໜ້າການທະຫານ ກອງບັນຊາກນທະຫານແຂວງ ຫົວພັນ, ມີຄະນະພັກ-ຄະນະອຳ ນວຍການ, ອົງການ 5 ຫ້ອງ ພ້ອມດ້ວຍຄູ-ອາຈານ ແລະ ນັກ ເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ບຸນສຸກ ໄຊ ສິງຄຳ ຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖິ່ນ ທະຫານແຂວງຫົວພັນໄດ້ສະ ຫຼຸບຖອດຖອນບົດຮຽນຜ່ານການ ຈັດຕັ້ງອົບຮົມ-ຫັດແອບໃນໄລ ຍະຜ່ານມາ ຍົກໃຫ້ເຫັນດ້ານດີ ທີ່ຕັ້ງໜ້າ, ບັນຫາທີ່ຍັງອ່ອນຄົງ ຄ້າງ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງ ຍາກໃນໄລຍະອົບຮົມ-ຫັດ ແອບ ເຊິ່ງຄູ-ອາຈານໄດ້ຍົກສູງ ຄວາມຮັບຜິດຊອບຂອງຕົນໃນ ການສິດສອນສົ່ງຄວາມຮູ້ໃຫ້ ແກ່ນັກເຝິກອົບຮົມ ແລະ ນັກ ເຝິກອົບຮົມໄດ້ຕັ້ງໃຈຄົ້ນຄວ້າ ຮໍ່າຮຽນ, ປະຕິບັດລະບຽບວິໄນ ໄດ້ຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ ບັ້ນອົບຮົມ-ຫັດແອບດັ່ງກ່າວໄດ້ ຮັບຜົນສໍາເລັດຕາມຄາດໝາຍ. ຜ່ານການອົບຮົມ-ຫັດແອບທັງ ພາກທິດສະດີ ແລະ ປະຕິບັດ ຕົວຈິງສາມາດຕີລາຄາໄດ້ດັ່ງ ນີ້: ວິຊາການເມືອງຂັ້ນເກັ່ງມີ 4 ສະຫາຍ, ຂັ້ນດີ 43 ສະຫາຍ, ວິຊາກີລາການທະຫານຂັ້ນເກັ່ງ 8 ສະຫາຍ, ຂັ້ນດີ 42 ສະຫາຍ, ວິຊາສິລະປະຍຸດຂັ້ນເກັ່ງ 5 ສະ ຫາຍ, ຂັ້ນດີ 44 ສະຫາຍ, ຄາດ ໝາຍ 1 ສະຫາຍ, ວິຊາຍຸດທະ ວິທີຂັ້ນເກັ່ງ 8 ສະຫາຍ, ຂັ້ນດີ 40 ສະຫາຍ, ຄາດໝາຍ 2 ສະ ຫາຍ, ວິຊາລະບຽບງົດງາມຂັ້ນ ເກັ່ງ 4 ສະຫາຍ, ຂັ້ນດີ 43 ສະ ຫາຍ, ຄາດໝາຍ 3 ສະຫາຍ, ວິຊາຊ່າງແສງຂັ້ນເກັ່ງ 6 ສະ ຫາຍ, ຂັ້ນດີ 44 ສະຫາຍ, ວິຊາ ແຜນທີ່ຂັ້ນເກັ່ງ 7 ສະຫາຍ, ຂັ້ນດີ 42 ສະຫາຍ, ຄາດໝາຍ 1 ສະ ຫາຍ, ວິຊາພາສາອັງກິດຂັ້ນເກັ່ງ 8 ສະຫາຍ, ຂັ້ນດີ 41 ສະຫາຍ, ຄາດໝາຍ 1 ສະຫາຍ ແລະ ວິ ຊາປ້ອງກັນອາກາດຂັ້ນເກັ່ງ 5 ສະຫາຍ, ຂັ້ນດີ 42 ສະຫາຍ, ຄາດໝາຍ 3 ສະຫາຍ, ພ້ອມນີ້ ຍັງຄັດເລືອກນັກເຝິກອົບຮົມດີ ເດັ່ນປະເພດ I ໄດ້ 14 ສະຫາຍ, ປະເພດ II ໄດ້ 8 ສະຫາຍ. ໂອ ກາດດຽວກັນນັ້ນຄະນະອຳນວຍ ການໂຮງຮຽນກໍໄດ້ມອບໃບຢັ້ງ ຢືນໃຫ້ນັກເຝິກອົບຮົມນຳອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ