ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສູນເຝີກກອງພົນທີ 5 ປິດຊຸດອົບຮົມອຸປະໂພກ - ບໍລິໂພກຊັ້ນຕົ້ນ ຊຸດທີ 2
ເວລາອອກຂ່າວ: 2021-03-04 08:49:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 46 | ຄວາມນິຍົມ:



ວັນທີ 26 ກຸມພາ 2021 ນີ້, ຢູ່ທີ່ສູນເຝິກກອງພົນທີ 5 ໄດ້ຈັດພິທີປິດຊຸດອົບຮົມວິຊາສະເພາະອຸ ປະໂພກ-ບໍລິໂພກ ຊັ້ນຕົ້ນຊຸດທີ 2 ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ອຸດອນ ພົມມະ ໄຊ ກຳມະການຄະນະພັກກອງພົນ ຫົວໜ້າຫ້ອງພະລາທິການກອງ ພົນທີ 5, ມີຄະນະພັກ- ຄະນະ ບັນຊາຈາກກອງບັນຊາການທະຫານ 4 ແຂວງພາກໃຕ້, ໂຮງ ຮຽນ ເລກ 2 ວຽງໄຊ, ກອງພັນ ໃຫຍ່ 645, ໂຮງໝໍບໍລິເວນ 106 ພ້ອມດ້ວຍພະນັກງານຄູ-ອາຈານ ນັກຮຽນເຂົ້າຮ່ວມ. ສະຫາຍ ພັນຕີ ຄຳສິງ ວໍລະ ສານ ຫົວໜ້າພະແນກອຸປະໂພກ-ບໍລິໂພກກອງພົນທີ 5 ໄດ້ຂຶ້ນຜ່ານ ບົດສະຫຼຸບຜ່ານການອົບຮົມມາ ເປັນເວລາ 6 ເດືອນ ເຊິ່ງໄດ້ ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນ ໄດ້ ເຊິ່ງຄະນະພັກ-ຄະນະບັນຊາ ກອງພົນທີ 5 ໄດ້ເອົາໃຈໃສ່ຊີ້ນຳ ພ້ອມທັງອຳນວຍຄວາມສະດວກ ໃຫ້ແກ່ການເຝິກອົບຮົມຄັ້ງນີ້ສຳ ເລັດໄປດ້ວຍດີ, ຄະນະອຳນວຍ ການສູນເຝິກພ້ອມດ້ວຍພະນັກ ງານຄູ-ອາຈານ ໄດ້ເອົາໃຈໃສ່ໃກ້ ຊິດຕິດແທດສິດສອນດ້ວຍຄວາມ ຮັບຜິດຊອບສູງ, ຜ່ານການອົບ ຮົມຕົວຈິງສາມາດຕີລາຄາໄດ້: ພາກການເມືອງ ບັນລຸໄດ້ 71,80% ພາກການທະຫານໄດ້ 83,87% , ວິຊາຄວາມຮູ້ທົ່ວໄປ ໄດ້ 80%, ວິຊາສະເພາະໄດ້ 87,54% ແລະ ວຽກງານວິຊາ ຕ່າງໆ ຂອງພະລາທິການໄດ້ 80,35%. ໃນນີ້ມີນັກຮຽນເກັ່ງ 25 ສະຫາຍ, ຮຽນດີ 36 ສະຫາຍ. ໃນໂອກາດດຽວກັນນີ້, ຍັງ ໄດ້ປະກາດເລື່ອນຊັ້ນຈາກສິບຕີ ຂຶ້ນສິບໂທ 10 ສະຫາຍ, ເລື່ອນ ສິບໂທ ຂຶ້ນສິບເອກ 23 ສະຫາຍ, ມອບຂອງຂັວນໃຫ້ແກ່ນັກຮຽນ ຜູ້ທີ່ຮຽນດີ ຈຳນວນ10 ສະ ຫາຍ ແລະ ມອບໃບຢັ້ງຢືນໃຫ້ ແກ່ນັກຮຽນທີ່ຮຽນຈົບ. ສະຫາຍ ພັນເອກ ອຸດອນ ພົມ ມະໄຊ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຄະນະພັກ-ຄະນະບັນ ຊາສູນເຝິກພະນັກງານຄູ-ອາ ຈານ, ນັກຮຽນ ທີ່ໄດ້ພ້ອມກັນສຸມ ສະຕິປັນຍາເຫື່ອແຮງເຂົ້າໃນການ ເຝິກອົບຮົມຄັ້ງນີ້ດ້ວຍຄວາມຮັບ ຜິດຊອບສູງເຮັດໃຫ້ການອົບຮົມ ສຳເລັດໄປດ້ວຍດີ, ພ້ອມທັງໄດ້ ຮຽກຮ້ອງໃຫ້ນັກຮຽນທີ່ສຳ ເລັດການອົບຮົມຄັ້ງນີ້ ຈົ່ງພ້ອມ ກັນນຳເອົາບົດຮຽນທີ່ຮຽນມາ ນຳໄປໜູນໃຊ້ເຂົ້າໃນໜ້າທີ່ວຽກ ງານຂອງຕົນໃຫ້ມີປະສິດທິພາບ ສູງ, ຍົກສູງໜ້າທີ່ຄວາມຮັບຜິດ ຊອບຂອງຕົນຕໍ່ກັບວຽກງານທີ່ ໄດ້ຮັບການມອບໜາຍຮັບປະກັນ ໄດ້ຄວາມໂປ່ງໃສຂາວສະອາດ ຕ້ານ ແລະ ສະກັດກັ້ນປະກົດການ ຫຍໍ້ທໍ້ຕ່າງໆຕໍ່ກັບຂົງເຂດວຽກ ງານທີ່ຕົນຮັບຜິດຊອບໄປພ້ອມໆ ກັບການເພີ່ມທະວີຄວາມສາມັກ ຄີພາຍໃນໃຫ້ເປັນປຶກແຜ່ນເອົາໃຈ ໃສ່ຍົກສູງຄວາມຮູ້ຄວາມສາມາດ ດຸໜັ່ນຄົ້ນຄວ້າຮໍ່າຮຽນ ເພື່ອປັບ ປຸງກໍ່ສ້າງຕົນເອງໃຫ້ກາຍເປັນ ພະນັກງານຮຸ່ນສືບທອດທີ່ດີຂອງ ກອງທັບ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ