ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 661 ສະຫຼຸບວຽກງານຈັດຕັ້ງພັກ - ພະນັກງານໄລຍະ 3 ປີ
ເວລາອອກຂ່າວ: 2021-03-04 08:50:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:



ວັນທີ 3 ມີນາ 2021 ນີ້, ກອງພັນໃຫຍ່ 661 ໄດ້ສະຫຼຸບ ຖອດຖອນບົດຮຽນວຽກງານຈັດ ຕັ້ງພັກ-ພະນັກງານໄລຍະ 3 ປີ ແລະ ວາງທິດທາງແຜນການ 3 ປີຕໍ່ໜ້າ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຄໍາປານ ແພງພັນ ເລຂາຄະນະພັກ ຫົວໜ້າ ການເມືອງກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາພະ ແນກການ, ກົມກອງຮາກຖານທີ່ ຂຶ້ນກັບ ແລະ ພະນັກງານຫຼັກແຫຼ່ງ ຕະຫຼອດຮອດສະມາຊິກພັກເຂົ້າ ຮ່ວມ. ສະຫາຍ ພັນໂທ ບຸນທະວີ ລ້ວນບຸດສະດີ ຫົວໜ້າພະແນກ ການເມືອງກອງພັນໃຫຍ່ 661 ໄດ້ສະຫຼຸບຕີລາຄາຄືນຜ່ານການ ເຄື່ອນໄຫວວຽກງານຈັດຕັ້ງພັກ-ພະນັກງານໃນໄລຍະ 3 ປີຜ່ານ ມາ, ເຊິ່ງຄະນະພັກກອງພັນໃຫຍ່ 661 ຍາມໃດກໍໄດ້ຖືສໍາຄັນວຽກ ງານຈັດຕັ້ງພັກ-ພະນັກງານ, ຖືເອົາວຽກງານດັ່ງກ່າວ ເປັນ ຄວາມຮັບຜິດຊອບການເມືອງ ຂອງທຸກສະຫາຍ, ສຸມໃສ່ປັບປຸງ ກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງໃນທຸກດ້ານ, ຕັ້ງໜ້າ ຄົ້ນຄວ້າເຊື່ອມຊຶມແນວທາງນະ ໂຍບາຍ ແລະ ມະຕິຕ່າງໆຂອງ ພັກ, ພ້ອມທັງໄດ້ເປີດບັ້ນດໍາເນີນ ກວດສອບເລຂາ-ຮອງເລຂາພັກ ຕິດພັນກັບການກະກຽມດໍາເນີນ ກອງປະຊຸມໃຫຍ່ 3 ຂັ້ນໃນທົ່ວ ກອງພັນໃຫຍ່, ເອົາໃຈໃສ່ປັບປຸງ ບູລະນະການຈັດຕັ້ງພັກນັບແຕ່ອົງ ການກອງພັນໃຫຍ່ລົງຮອດຮາກ ຖານພັກໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງສາມາດເຄື່ອນໄຫວ ນໍາພາ-ຊີ້ນໍາຕາມພາລະບົດບາດ ຂອງຕົນ, ຊີ້ນໍາການຈັດຕັ້ງເຝິກ ອົບຮົມກວດສອບເລຂາ-ຮອງ ເລຂາຄະນະພັກຮາກຖານ ແລະ ໜ່ວຍພັກ ເພື່ອຍົກລະດັບຄວາມ ຮັບຮູ້ເຂົ້າໃຈເປັນເອກະພາບຕໍ່ ວຽກງານກໍ່ສ້າງພັກ, ເຮັດໃຫ້ບົດ ບາດການນໍາພາຂອງພັກນັບມື້ ສູງເດັ່ນຂຶ້ນ, ພ້ອມກັນນັ້ນ, ກໍໄດ້ ເອົາໃຈໃສ່ນໍາພາ-ຊີ້ນໍາການກໍ່ ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ຮັບປະກັນທາງ ດ້ານປະລິມານ ແລະ ຄຸນນະພາບ ສູງ, ໄດ້ສໍາເລັດການຕີລາຄາແບ່ງ ປະເພດຄຸນນະພາບການຈັດຕັ້ງ ຂອງພັກ ແລະ ສະມາຊິກພັກໃນປີ 2020 ມີ 3 ຄະນະພັກຮາກຖານ ແລະ 15 ໜ່ວຍພັກໄດ້ຮັບການຢັ້ງ ຢືນເປັນຄະນະພັກຮາຖານ-ໜ່ວຍ ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ປະເພດກາງມີ 2 ຄະນະພັກຮາກ ຖານ ແລະ 8 ໜ່ວຍພັກ, ຈໍານວນ ສະມາຊິກພັກແຂງມີ 358 ສະ ຫາຍ, ກາງ 130 ສະຫາຍ. ທາງ ດ້ານວຽກງານພະນັກງານ, ໄດ້ ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດດ້ວຍ ຫຼາຍຮູບການເຮັດໃຫ້ພະນັກ ງານມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທໍາປະຕິ ວັດ, ສຸມໃສ່ສ້າງແຜນການກໍ່ ສ້າງ-ບໍາລຸງ ພະນັກງານເຫຼົ່າຮົບ ວິຊາສະເພາະທັງຢູ່ພາຍໃນ ແລະ ຕ່າງປະເທດສົມທົບກັບ ການກໍ່ສ້າງກັບທີ່ ເພື່ອຮັບປະ ກັນພະນັກງານສືບທອດປ່ຽນ ແທນ, ຊີ້ນໍາການແບ່ງຂັ້ນຄຸ້ມ ຄອງ, ການຂຶ້ນບັນຊີ, ການອອກ- ມອບບັດພະນັກງານໂດຍນໍາ ໃຊ້ລະບົບເຕັກນິກຜ່ານປະຕູ ດຽວໃຫ້ມີຄວາມຮັດກຸມ, ພ້ອມ ທັງປະຕິບັດລະບອບ ກວດກາຕີລາ ຄາປະເມີນຄຸນນະພາບຂອງພະ ນັກງານນໍາພາ-ບັນຊາແຕ່ລະຂັ້ນ ຕະຫຼອດຮອດພະນັກງານ-ນັກ ຮົບແຕ່ລະສະຫາຍ, ປຸກລະດົມ ສົ່ງເສີມດ້ານຕັ້ງໜ້າ ແລະ ຕ້ານ ສະກັດກັ້ນບັນຫາປະກົດການຫຍໍ້ ຕ່າງໆ ບໍ່ໃຫ້ເກີດຂຶ້ນກັບຖັນ ແຖວ ພະນັກງານ ເຮັດໃຫ້ສະພາບພາຍ ໃນກົມກອງ ກໍຄືໜ່ວຍພັກມີ ຄວາມ ສະຫງົບໜັກແໜ້ນໂດຍພື້ນ ຖານ. ໃນໂອກາດນີ້, ຍັງໄດ້ຜ່ານມະ ຕິຕົກລົງຂອງຄະນະພັກກະຊວງ ປ້ອງກັນປະເທດ ວ່າດ້ວຍການ ຮັບຮອງເອົາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ທີ່ຂຶ້ນກັບ ຄະນະພັກກອງພັນໃຫຍ່ 661 ປະຈໍາປີ 2020 ມີຈໍານວນ 15 ກົມກອງ-ໜ່ວຍພັກ, ໃນນັ້ນຮັບ ຮອງເປັນຄັ້ງທີ II ມີ 6 ກົມກອງ-ໜ່ວຍພັກແລະ ຮັບຮອງໃໝ່ມີ 9 ກົມກອງ-ໜ່ວຍພັກ ແລະ ໄດ້ຈັດ ພິທີມອບໃບຢັ້ງຢືນໃຫ້ແຕ່ລະ ກົມກອງ-ໜ່ວຍພັກຢ່າງສົມກຽດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ