ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວິທະຍາຄານການແພດກອງທັບ ຈັດກິດຈະກຳແຂ່ງຂັນກີລາເພື່ອຂ່ຳນັບຮັບຕ້ອນວັນແມ່ຍິງສາກົນ
ເວລາອອກຂ່າວ: 2021-03-04 08:52:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 64 | ຄວາມນິຍົມ:



ເພື່ອເປັນການສ້າງຂະ ບວນ ການຂໍ່ານັບຕ້ອນຮັບວັນແມ່ຍິງ ສາກົນຄົບຮອບ 111 ປີ, ວິທະ ຍາຄານແພດກອງທັບ ໄດ້ຈັດ ກິດຈະກໍາແຂ່ງຂັນກີລາກາຍະ ກໍາເພື່ອຕ້ອນຮັບວັນສໍາຄັນດັ່ງ ກ່າວຂຶ້ນ ໃນວັນທີ 3 ມີນາ 2021 ນີ້, ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ດຣ ສຸລິວົງ ລັດວິໄລ ເລຂາຄະນະພັກ ຫົວໜ້າການເມືອງ ວິທະຍາ ຄານການແພດກອງທັບ, ມີຄະ ນະພັກ-ຄະນະອໍານວຍການໂຮງ ໝໍສູນກາງ 103 ກອງທັບ, ໂຮງໝໍ 5 ເມສາ, ວິທະຍາໄລເຕັກນິກຊັບພະວິຊາ, ສະຖາບັນ ການຢາ-ການແພດ ແລະ ສາງຢາ ກອງທັບ ເຂົ້າຮ່ວມ. ສະຫາຍ ພັນເອກ ດຣ ສຸລິ ວົງ ລັດວິໄລ ກ່າວວ່າ: ການເປີດ ຂະບວນການແຂ່ງຂັນກີລາກາ ຍະກໍາຄັ້ງນີ້ ແມ່ນເພື່ອເປັນການ ຊົມເຊີຍຜົນສໍາເລັດຂອງກອງ ຊຸມໃຫຍ່ຂອງພັກປະຊາຊົນ ປະຕິວັດລາວ ແລະ ຕ້ອນຮັບວັນ ສໍາຄັນຂອງຊາດຂອງກອງທັບ ແລະ ສາກົນ ເວົ້າລວມ, ເວົ້າສະ ເພາະແມ່ນເພື່ອຂໍ່ານັບຮັບຕ້ອນ ວັນແມ່ຍິງສາກົນທີ່ຈະໝູນ ວຽນມາເຖິງໃນມໍ່ໆນີ້ ພ້ອມກັນ ນັ້ນກໍຍັງເປັນການຮັດແໜ້ນ ຄວາມສາມັກຄີລະຫວ່າງກົມ ກອງຕໍ່ກົມກອງ, ກົມກອງຕໍ່ບັນ ດາວິທະຍາໄລແຮກສ່ຽວອ້ອມ ຂ້າງ, ເພື່ອເປັນການຖອດຖອນ ບົດຮຽນເຊິ່ງກັນ ແລະ ກັນ. ອີກດ້ານໜຶ່ງແມ່ນເພື່ອເປັນການ ຫັດແອບກາຍະກໍາໃຫ້ບັນດາພະ ນັກງານ-ນັກຮົບ, ນັກສຶກສາໃຫ້ ມີຄວາມແຂງແກ່ນ, ກຽມພ້ອມ ເຮັດສໍາເລັດໜ້າທີ່ການເມືອງ ຂອງກົມກອງ. ການຈັດການແຂ່ງຂັນຄັ້ງນີ້, ລວມມີທີມນັກກີລາມາຈາກ 6 ຂະແໜງການ, ໂດຍມີທີມກີລາ ບານສົ່ງຍິງ-ຊາຍ ແລະ ເປຕັງປະ ສົມຍິງ-ຊາຍຈາກບັນດາວິທະຍາ ຄານ, ໂຮງຮຽນ, ໂຮງໝໍອ້ອມ ຂ້າງເຂົ້າຮ່ວມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ