ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະແນກເສນາຮັກ ກທອ ເຝິກອົບຮົມການຊ່ວຍຟື້ນຟູຊີບຂັ້ນພື້ນຖານເທິງອາກາດ
ເວລາອອກຂ່າວ: 2021-03-04 09:00:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 499 | ຄວາມນິຍົມ:



ໃນວັນທີ 26 ກຸມພາ 2021 ນີ້, ພະແນກເສນາຮັກ ກອງບັນຊາການທະຫານອາກາດໄດ້ເປີດເຝິກອົບຮົມເສນາຮັກພະນັກງານແພດໝໍ, ນັກບິນ, ນາຍຊ່າງ ແລະ ນັກກອບກູ້ໄພພິບັດເທິງອາກາດ ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພັນໂທ ດຣ ຄໍາພັກ ແດນພະເພັງ ຫົວໜ້າພະແນກ ເສນາຮັກ ຫ້ອງພະລາທິການ ກອງບັນຊາການທະຫານອາ ກາດ, ພະນັກງານວິຊາການແພດ ໝໍ, ນັກບິນ, ນາຍຊ່າງ ກອງພັນ ໃຫຍ່ 702 ແລະ 703, ນັກກອບກູ້ ໄພພິບັດ ກອງຮ້ອຍ 306 ເຂົ້າ ຮ່ວມ. ສະຫາຍ ພັນໂທ ດຣ ດວງໃຈ ໂຄດດາວເໝືອ ຫົວໜ້າເສນາຮັກ ບໍລິສັດ ລາວເດີນອາກາດ ກໍໄດ້ ຂຶ້ນຜ່ານເນື້ອໃນການເຝິກອົບຮົມ ເປັນຕົ້ນໃຫ້ຮູ້ກ່ຽວກັບວີທີການ ເຮັດຊີພີອາຢູ່ເທິງອາກາດ ຕາມ ຂັ້ນຕອນ DRCAB ໃຫ້ຖຶກ ຕ້ອງ, ນໍາໃຊ້ອຸປະກອນການແພດ ທີ່ປະກອບ, ຮູ້ວິທີປະຖົມພະຍາ ບານຂັ້ນຕົ້ນກໍລະນີສຸກເສີນ, ວີທີຊ່ວຍເຫຼືອຜູ້ບາດເຈັບເທິງອາ ກາດໃຫ້ຖຶກຕ້ອງຕາມຫຼັກການ ເຊີດຊູຊີບທີ່ເໝາະສົມກັບແຕ່ລະກໍລະນີທີ່ເກີດຂຶ້ນ ແລະ ສິ່ງທີ່ຄວນ ຮູ້ວີທີການຮ້ອງຂໍການຊ່ວຍເຫຼືອ ຈາກໜ່ວຍງານທີ່ກ້ຽວຂ້ອງ, ການເຮັດປະຖົມພະຍາບານ, ການນໍາໃຊ້ອຸປະກອນປະຖົມ ພະຍາບານ, ການກວດກາຄົນເຈັບ ແລະ ວິທີການນໍາສົ່ງຄົນເຈັບ. ທັງນີ້, ເພື່ອເຮັດໃຫ້ພະນັກ ງານວິຊາການແພດໝໍ, ນັກບິນ, ນາຍຊ່າງ ແລະ ນັກກອບກູ້ໄພພິບັດເທິງອາກາດໃຫ້ມີຄວາມຊໍາ ນິຊໍານານຄ່ອງແຄ້ວ ແລະ ກໍາ ໄດ້ເຕັກນິກວິທະຍາສາດທີ່ທັນ ສະໄໝ, ນໍາໃຊ້ເຄື່ອງມືການແພດ ໃຫ້ສອດຄ່ອງກັບກັບການປະຕິ ບັດງານ, ຍຸດທະວິທີເຊີດຊູຊີບ ຖຶກຕ້ອງຕາມຫຼັກການຊ່ວຍເຫຼືອ ເອົາຊິວິດອິນຊີຜູ້ບາດເຈັບໃນ ຂັ້ນພື້ນຖານ ແລະ ເປັນການ ແລກປ່ຽນບົດຮຽນບົດຮຽນກັບ ພະນັກງານວິຊາແພດໝໍ, ຮໍ່າ ຮຽນ ວິຊາແພດເຊີດຊູຊີບຂັ້ນ ຕົ້ນໂດຍສະເພາະ 5 ເຕັກນິກ ຂອງກົມເສນາຮັກເພື່ອຮັບປະ ກັນວຽກງານດ້ານສຸຂະພາບ ໃຫ້ແກ່ພາກສ່ວນເຮັດວຽກເທິງ ອາກາດ ແລະ ວຽກງານການບິນ ໃຫ້ມີຄວາມຮັບປອດໄພ 100%. ໂດຍ: ສີທາ ສີສົມບັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ