ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສອງອົງການຈັດຕັ້ງມະຫາຊົນເຂົ້າອວຍພອນຫ້ອງການສະຫະພັນແມ່ງຍິງກອງທັບ
ເວລາອອກຂ່າວ: 2021-03-04 09:02:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 186 | ຄວາມນິຍົມ:



ວັນທີ 2 ມີນາ 2021 ນີ້, ຄະ ນະນຳຫ້ອງການຊາວໜຸ່ມ ແລະ ຫ້ອງການກຳມະບານກອງທັບ ໄດ້ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນອັນອົບອຸ່ນເຂົ້າອວຍ ພອນຄະນະນຳຫ້ອງການສະຫະ ພັນແມ່ຍິງກອງທັບ ເນື່ອງໃນໂອ ກາດວັນແມ່ຍິງສາກົນ ຄົບຮອບ 111 ປີ (8 ມີນາ 1910-8 ມີນາ 2021). ໂອກາດດັ່ງກ່າວ, ສະຫາຍ ພັນ ໂທ ສຸດໃຈ ມະຫາວົງ ຫົວໜ້າ ຫ້ອງການຊາວໜຸ່ມກອງທັບ ແລະ ສະຫາຍ ພັນໂທ ບຸນຄ່ອງ ອຸດທະ ຈັນດີ ຫົວໜ້າຫ້ອງການກຳມະ ບານກອງທັບ ກໍໄດ້ຜັດປ່ຽນກັນ ກ່າວຄຳອວຍພອນອັນອົບອຸ່ນ ມາຍັງຄະນະນຳຫ້ອງການສະຫະ ພັນແມ່ຍິງກອງທັບ ແລະ ເອື້ອຍ ນ້ອງສະຫະພັນແມ່ຍິງໃນທົ່ວ ກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນເຮັດສຳເລັດໜ້າທີ່ອັນມີ ກຽດຂອງຕົນໃນໄລຍະໃໝ່. ໂອກາດນີ້, ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າ ຫ້ອງການສະຫະພັນແມ່ຍິງກອງ ທັບ ໄດ້ກ່າວສະແດງຄວາມ ຂອບໃຈຕໍ່ຄະນະນຳສອງພາກ ສ່ວນ ທີ່ໄດ້ນຳເອົາກະຕ່າດອກໄມ້ ມາອວຍພອນໃນຄັ້ງນີ້, ພ້ອມທັງ ໄດ້ອວຍພອນໄຊອັນປະເສີດຄືນ ໃຫ້ຄະນະນຳສອງພາກສ່ວນ ຈົ່ງມີສຸຂະພາບແຂງແຮງ, ມີ ຄວາມສຳເລັດໃນໜ້າທີ່ການງານ ທີ່ຂັ້ນເທິງມອບໝາຍໃຫ້, ພ້ອມ ກັນສ້າງໄດ້ຜົນງານອັນໃໝ່ໃຫຍ່ ຫຼວງກວ່າເກົ່າມາສູ່ກົມກອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ