ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 222 ເປີດອົບຮົມ - ຫັດແອບການເມືອງ, ການທະຫານ, ພະລາທິການ - ເຕັກນິກ
ເວລາອອກຂ່າວ: 2021-03-04 09:03:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 375 | ຄວາມນິຍົມ:



ໃນວັນທີ 25 ກຸມພາ 2021 ນີ້, ກອງພັນ 222 ທີ່ຂຶ້ນກັບກອງ ພົນທີ 2 ໄດ້ເປີດອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາ ທິການ-ເຕັກນິກ, ວິຊາສະເພາະ ສື່ສານ ແລະ ເປີດເນື້ອໃນແຜນ ການແຂ່ງຂັນສ້າງ ຜົນງານປະຈຳ ປີ 2021 ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ບຸນຈັນ ວິໄລວົງ ຫົວໜ້າການທະຫານ ກອງພັນ 222 , ມີພະແນກການ ທີ່ກ່ຽວຂ້ອງ, ຄະນະພັກ-ຄະ ນະບັນຊາກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບໃນກອງ ພັນ 222 ເຂົ້າຮ່ວມ. ສະຫາຍ ພັນຕີ ແກ້ວບຸນພັນ ໄຊບົວເລີຍ ຮອງຫົວໜ້າການ ທານກອງພັນທີ 222 ໄດ້ຜ່ານ ແຜນການອົບຮົມ-ຫັດແອບການ ເມືອງ, ການທະຫານ, ພະລາທິ ການ-ເຕັກນິກ ແລະ ວິຊາສະ ເພາະສື່ສານ ປະຈໍາປີ 2021, ເພື່ອ ແນໃສ່ຍົກສູງລະດັບຄວາມຮູ້, ຄວາມສາມາດດ້ານສິລະປະ ຍຸດ- ຍຸດທະວິທີໃຫ້ນາຍ ແລະ ພົນ ທະຫານມີຄວາມຊຳນິຊຳນານ ມີພິກໄຫວຄ່ອງແຄ້ວ ສາມາດຮັບ ປະກັນໃຫ້ແກ່ການກຽມພ້ອມສູ້ ຮົບ ແລະ ແກ້ໄຂທຸກກໍລະນີທີ່ເກີດ ຂຶ້ນໃຫ້ທັນເວລາ. ການອົບຮົມ-ຫັດ ແອບໃນຄັ້ງນີ້ກໍານົດເວລາທັງ ໝົດ: 160 ວັນ. ໃນນັ້ນອົບຮົມວິ ຊາລະບຽບຮູບແຖວ ແລະ ຂໍ້ກໍາ ນົດ 15 ວັນ, ອົບຮົມກີລາການທະ ຫານ 10 ວັນ, ອົບຮົມສິລະປະ ຍຸດທະຫານຮາບ 6 ວັນ, ອົບຮົມ ຍຸດທະວິທີທະຫານຮາບ 8 ວັນ, ອົບຮົມຄວາມຮູ້ພື້້ນຖານກ່ຽວ ກັບເຫຼົ່າຮົບ 1 ວັນ, ອົບຮົມການ ເມືອງຮັບໃຊ້ສູ້ຮົບ 10 ວັນ, ອົບ ຮົມພະລາທິການຮັບໃຊ້ສູ້ຮົບ 5 ວັນ, ອົບຮົມເຕັກນິກຮັບໃຊ້ສູ້ຮົບ 5 ວັນ ແລະ ອົບຮົມວິຊາສະເພາະ ສື່ສານ 100 ວັນ. ຈາກນັ້ນ, ສະຫາຍ ຮ້ອຍເອກ ສາມັນ ບຸນນະເລີດ ຮອງຫົວໜ້າ ການເມືອງກອງພັນ ກໍໄດ້ຜ່ານ ເນື້ອໃນຂໍ້ແຂ່ງຂັນສ້າງຜົນງານ ປະຈໍາປີ 2021 ພ້ອມທັງຈັບມື ແຂ່ງຂັນກັນສ້າງຂະບວນການ ແລະ ຜົນງານຮອບດ້ານເພື່ອຂໍ່າ ນັບຮັບຕ້ອນວັນປະຫວັດສາດ ສຳຄັນຂອງຊາດ ຂອງພັກ ຂອງ ກອງທັບ ທີ່ຈະມາເຖິງນີ້ໃຫ້ປະ ກົດຜົນເປັນຈິງ. ສະຫາຍ ພັນໂທ ບຸນຈັນ ວິ ໄບ ວົງ ໄດ້ເນັ້ນໜັກໃຫ້ຄະນະພັກ- ຄະນະບັນຊາແຕ່ລະຂັ້ນຈົ່ງເອົາ ໃຈໃສ່ສຶກສາອົບຮົມການເມືອງ ນໍາພາແນວຄິດໃຫ້ພະນັກງານ ສະມາຊິກພັກ, ນັກຮົບມີແນວຄິດ ການເມືອງໜັກແໜ້ນມີຄວາມ ຕື່ນຕົວປະກອບສ່ວນເຂົ້າໃນ ການອົບຮົມ-ຫັດແອບ ແລະ ຂະ ບວນການຕ່າງໆ, ເອົາໃຈໃສ່ປັບ ປຸງລະບຽບແບບແຜນຂອງກົມ ກອງເປັນຕົ້ນແມ່ນຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງ ທັບ, ຄຳປະຕິຍານ 8 ຂໍ້ , ວິໄນ 8 ຂໍ້ ແລະ ລະບຽບ 12 ຂໍ້ຕໍ່ປະຊົນ ພ້ອມກັນນັ້ນຕ້ອງເອົາໃຈໃສ່ເຝິກ ຝົນຫຼໍ່ຫຼອມກຳລັງແຮງກາຍໃຫ້ ມີສຸຂະພາບແຂງແຮງທົນທານ ໜຽວແໜ້ນ ເປັນຕົ້ນຫັດແອບ ກີລາການທະຫານ ແລະ ກີລາ ມວນຊົນສະໝັກຫຼິ້ນ ເພື່ອສ້າງ ຂະບວນການດ້ານຕ່າງໆຕິດພັນ ກັບມາດຖານເງື່ອນໄຂການສ້າງ ກອງຮາກຖານປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ກົມ ກອງວັດທະນະທຳ, ການກໍ່ສ້າງ ນັກຮົບວັດທະນະທຳ ໄປພ້ອມ ຂະບວນການ 4 ປູກ 4 ລ້ຽງ, ຂະ ບວນການ 4 ບຸກຂອງຊາວໜຸ່ມ ແລະ ຂະບວນການ 3 ດີ 4 ພັດ ທະນາຂອງສະຫະພັນແມ່ຍິງ ໃຫ້ມີບັນຍາກາດຟົດຟື້ນ ເພີ່ມ ທະວີຄວາມສາມັກຄີລະຫວ່າງ ພະນັກງານ-ນັກຮົບພາຍໃນກົມ ກອງ, ອຳນາດການປົກຄອງທ້ອງ ຖິ່ນ ແລະ ປະຊາຊົນບັນດາເຜົ່າ ໃຫ້ແໜ້ນແຟ້ນພ້ອມກັນຈັດຕັ້ງປະຕິບັດແຜນການອົບຮົມ-ຫັດ ແອບປະຈຳປີ 2021 ໃຫ້ໄດ້ຮັບ ຜົນສູງ ແລະ ໄດ້ຮັບຄວາມປອດ ໄພ 100% ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ