ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເປີດປ້າຍສີລາຈາລຶກການກໍ່ສ້າງອະນຸສອນສະຖານ-ຖານທີ່ໝັ້ນຂອງການປະຕິວັດເຂດໃຕ້
ເວລາອອກຂ່າວ: 2018-12-24 11:48:29 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 58 | ຄວາມນິຍົມ:



ພິທີເປີດປ້າຍສີລາຈາລຶກການກໍ່ສ້າງອະນຸສອນສະຖານ-ຖານທີ່ໝັ້ນຂອງການປະຕິວັດເຂດໃຕ້ ທີ່ບ້ານອຸດົມໄຊ (ເຈັງເຫາະ) ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນຕອນເຊົ້າວັນທີ 22 ທັນວາ 2018 ນີ້, ໂດຍມີທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ທ່ານ ຄໍາໄຕ ສີພັນດອນ ອະດີດປະທານພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ອະດີດປະທານປະເທດ, ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາທ່ານການນຳພັກ-ລັດ, ການນຳແຂວງອັດຕະປື, ຈຳປາສັກ, ເຊກອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ມວນຊົນຊາວແຂວງອັດຕະປືເຂົ້າຮ່ວມ. ທ່ານ ຄຳຫຼ້າ ໄຊຍະສິດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆອັດຕະປື ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງອະນຸສອນສະຖານ-ຖານທີ່ໝັ້ນຂອງການປະຕິວັດເຂດໃຕ້ລາວ ໄດ້ຈັດສັນແບ່ງເປັນ 3 ເຂດຄື: ເຂດທີ 1 ແມ່ນຈັດເປັນເຂດອະນຸລັກສະຖານທີ່ຮ່ອງຮອຍປະຫັວດສາດ, ເຂດທີ 2 ແມ່ນຈັດສັນເປັນເຂດຄຸ້ມຄອງບໍລິຫານ ແລະ ບໍລິການ ສາມາດສ້າງສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອການທ່ອງທ່ຽວ, ເຂດທີ 3 ແມ່ນເຂດສະຫງວນແຫຼ່ງຊັບພະຍາກອນທຳມະຊາດຢູ່ຕາມເປີ້ນພູຫຼວງ ນັບແຕ່ຫົວພູເຈັງ ລົງຮອດ ຫົວພູຕະປາກ ໃຫ້ເປັນເຂດສີຂຽວ, ການກໍ່ສ້າງໄລຍະທຳອິດປະກອບມີ: ສຳຫຼວດ-ອອກແບບປຸກສ້າງອາຄານສຳນັກງານເຮືອນພັກເຊົາ ແລະ ຫ້ອງການສູນບັນຊາ ຈຳນວນ 2 ຫຼັງ ມູນຄ່າ 151 ລ້ານກວ່າກີບ, ສຳຫຼວດອອກແບບສ້າງທາງຂື້ນຫາຈຸດສູນບັນຊາການ ມູນຄ່າ 150 ລ້ານກວ່າກີບ, ສຳຫຼວດອອກແບບກໍ່ສ້າງປ້າຍສີລາຈາລືກຖານທີ່ໝັ້ນຂອງການປະຕິວັດເຂດໃຕ້ລາວ ມູນຄ່າ 66 ລ້ານກວ່າກີບ, ລວມມູນຄ່າໂຄງການ ແລະ ພັນທະຕ່າງໆ ຈຳນວນ 420 ລ້ານກວ່າກີບ, ຈາກນັ້ນ ໄດ້ຄົ້ນຄວ້າ ແລະ ຮຽບຮຽງຄືນໃໝ່ເນື້ອໃນປະຫວັດສາດການກໍ່ຕັ້ງຖານທີ່ໝັ້ນຂອງການປະຕິວັດເຂດໃຕ້ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ໂດຍອີງໃສ່ການບອກເລົ່າຂອງທ່ານຄຳໄຕ ສີພັນດອນ ເປັນຕົ້ນຕໍ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ພວກເຮົາສາມາດເຮັດສຳເລັດແມ່ນວຽກງານກໍ່ສ້າງປ້າຍສີລາຈາລືກຖານທີ່ໝັ້ນຂອງການປະຕິວັດເຂດໃຕ້ລາວ. ໃນໂອກາດມີຄວາມໝາຍສຳຄັນດັ່ງກ່າວນີ້ ທ່ານ ຄໍາໄຕ ສີພັນດອນ ອະດີດປະທານພັກ ປະທານປະເທດແຫ່ງສປປ ລາວ ໄດ້ທົບທວນຫວນຄືນປະຫວັດຄວາມເປັນມາຂອງການກໍ່ຕັ້ງຖານທີ່ໝັ້ນປິດລັບຂອງການປະຕິວັດເຂດໃຕ້ລາວໂດຍຫຍໍ້ວ່າ: ພາຍຫຼັງກອງທັບແດງໂຊວຽດ ແລະ ກໍາລັງພັນທະມິດໄດ້ຕີເອົາໄຊຊະນະສົງຄາມໂລກຄັ້ງທີ 2 ບັງຄັບໃຫ້ຟາດຊິດເຢຍລະມັນຕ້ອງຍອມຈໍານົນ ໃນວັນທີ 09 ພຶດສະພາ 1945 ແລະ ບັງຄັບໃຫ້ພວກຂຸນເສິກຍີ່ປຸ່ນຍອມຈໍານົນ ໃນວັນທີ 13 ສິງຫາ 1945, ໂດຍກໍາແໜ້ນກາລະໂອກາດ ຄະນະພັກແຄ້ວນລາວໄດ້ປຸກລະດົມທົ່ວປວງຊົນລາວລຸກຮື້ຂຶ້ນຢຶດອໍານາດການປົກຄອງຈາກຂຸນເສິກຍີ່ປຸ່ນ ແລະພວກລ່າເມືຶອງຂຶ້ນຝຣັ່ງໃນວັນທີ 23 ສິງຫາ 1945 ກ້າວໄປເຖິງການປະກາດເອກະລາດ ໃນວັນທີ 12 ຕຸລາ 1945 ແຕ່ຈັກກະພັດລ່າເມືອງຂຶ້ນຝຣັ່ງໄດ້ຮັບການຊ່ວຍເຫຼືອຈາກພວກລ່າອານານິຄົມອັງກິດ ແລະ ອາເມຣິກາກັບຄືນມາຮຸກຮານລາວເປັນ ຄັ້ງທີ 2 ໃນວັນທີ 07 ກັນຍາ 1945 ທະຫານລ່າເມືອງຂຶ້ນຝຣັ່ງໄດ້ບຸກຕີເຂົ້າເມືອງໂຂງ ແລະຕີຢຶດເອົາເມືອງປາກເຊ ໃນວັນທີ 15 ກັນຍາ 1945 ຕໍ່ໜ້າສະພາບການດັ່ງກ່າວເພື່ອມີກໍາລັງສູ້ຮົບ, ຮັບມືກັບສັດຕູຮຸກຮານ ສະເດັດເຈົ້າ ເພັດຊະລາດ ໃນນາມປະມຸກ ລັດຖະບານລາວຕໍ່ຕ້ານໄດ້ຮີບຮ້ອນປັບປຸງກໍາລັງປະກອບອາວຸດຂອງຕົນໂດຍໄດ້ອອກລັດຖະດໍາລັດໃຫ້ ສະເດັດເຈົ້າ ສຸພານຸວົງ ສ້າງຕັ້ງກອງໄຊເສດຖາຂຶ້ນ ໃນວັນທີ 15 ທັນວາ 1945 ເພື່ອຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນຝຣັ່ງ. ຮອດວັນທີ 21 ມີນາ 1946 ພວກລ່າເມືອງຂຶ້ນຝຣັ່ງໄດ້ລະດົມກໍາລັງທະຫານຫຼາຍກອງພັນໃຊ້ຍົນຖິ້ມລະເບີດ, ໃຊ້ລົດຖັງ ແລະກໍາລັງໄຟປືນໃຫຍ່ ຍິງຖະຫຼົ່ມບຸກຕີເຂົ້າເມືອງທ່າແຂກຢ່າງຮ້າຍແຮງ, ດຸເດືອດ-ຂ້ຽວຂາດ, ເພື່ອຮັກສາກໍາລັງໄວ້ຕໍ່ສູ້ຍຶດເຍື້ອຍາວນານກອງບັນຊາການປ້ອງກັນຕົວເມືອງທ່າແຂກ ໄດ້ຖອນກໍາລັງຂ້າມນໍ້າຂອງໄປຫາຝັ່ງໄທ, ປັບປຸງກໍາລັງສ້າງຕັ້ງແນວໂຮມເອກະພາບຕໍ່ຕ້ານລ່າເມືອງຂຶ້ນຝຣັ່ງ, ໄດ້ຫັນເອົາກໍາລັງໄປສູ່ເຂດຊົນນະບົດ, ເຂດພູດອຍກໍ່ສ້າງຮາກຖານການເມືອງ ປຸກລະດົມສົງຄາມກອງຫຼອນ, ກໍ່ສ້າງຖານທີ່ໝັ້ນການປະຕິວັດຕໍ່ຕ້ານຍາວນານ. ຜ່ານການເຄື່ອນໄຫວແຕ່ໄລຍະຜ່ານມານັ້ນ ຕົກມາຮອດເດືອນ ຕຸລາ ປີ 1948 ຖານທີ່ໝັ້ນຂອງການປະຕິວັດເຂດລາວໃຕ້ ບ້ານອຸດົມໄຊ (ເຈັງເຫາະ) ເມືອງສະໜາມໄຊ ແຂວງອັດຕະປືຈິ່ງໄດ້ສ້າງຂື້ນ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງປະທານ ຄຳໄຕ ສີພັນດອນ, ທ່ານ ບຸນ ພົມມະຫາໄຊ, ທ່ານ ແກ້ວ ຫຼວງເສນາ ແລະ ນັກປະຕິວັດທ່ານອື່ນໆ ໃນການກໍ່ສ້າງຖານທີ່ໝັ້ນຂອງການປະຕິວັດ, ທັງໂຄສະນາເຄື່ອນໄຫວກໍ່ສ້າງຮາກຖານການເມືອງ ແລະ ຈັດຕັ້ງກຳລັງປະກອບອາວຸດຕໍ່ຕ້ານຈັກກະພັດລ່າເມືອງຂື້ນແບບເກົ່າຝຣັ່ງຜູ້ຮຸກຮານ ເພື່ອກອບກູ້ເອກະລາດແຫ່ງຊາດ, ອິດສະຫຼະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ. ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງໆອັດຕະປື ມີຄຳເຫັນໃນພິທີວ່າ: ກໍ່ສ້າງອະນຸສອນສະຖານ-ຖານທີ່ໝັ້ນຂອງການປະຕິວັດເຂດໃຕ້ແຫ່ງນີ້ແມ່ນແນໃສ່ສ້າງເປັນສະຖານທີ່ຈາລືກວິລະກຳປະຫວັດສາດຂອງການນຳຮຸ່ນທຳອິດຂອງພັກເຮົາ ໂດຍສະເພາະແມ່ນທ່ານ ຄຳໄຕ ສີພັນດອນ ແລະ ການນຳທ່ານອື່ນໆ ໃນການນຳພາ ພາລະກິດປະຕິວັດມີໄຊ, ຈົດຈຳລໍ້າລືກຜົນງານ, ໄຊຊະນະອັນໃຫຍ່ຫຼວງ ແລະ ການເສຍສະຫຼະອັນສູງສົ່ງຂອງນັກຮົບປະຕິວັດເຂດລາວໃຕ້ ເພື່ອກອບກູ້ປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ, ສ້າງເປັນມູນມໍລະດົກປະຫວັດສາດອັນລໍ້າຄ່າ ເພື່ອສືກສາອົບຮົມ ໂດຍສະເພາະຄົນຮຸ່ນໜຸ່ມໃຫ້ຮູ້ຈັກເສັ້ນທາງກ້າວເດີນອັນລະອິດລະອ້ຽວ ແຕ່ມີໄຊສະຫງ່າຂອງການປະຕິວັດເຮົາ, ໃຫ້ສືບຕໍ່ປົກປັກຮັກສາ ແລະ ສືບທອດມູນເຊຶ້ອອັນດີງາມຂອງຊາດ, ຂອງກອງທັບ ແລະ ຂອງພັກເຮົາ ເດັດດ່ຽວເສີມຂະຫຍາຍມູນເຊຶ້ອດ່ັງກ່າວ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວເດີນສູ່ຈຸດໝາຍທີ່ວາງໄວ້. ຈາກນັ້ນ ທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ກໍ່ໄດ້ໃຫ້ກຽດຂື້ນລັ່ນຄ້ອງ 9 ບາດ, ຕັດແຖບຜ້າເປີດປ້າຍສີລາຈາລຶກອະນຸສອນສະຖານ-ຖານທີ່ໝັ້ນຂອງການປະຕິວັດເຂດລາວໃຕ້ ແລະ ປ່ອຍປຸມເປົ້າຂຶ້ນສູ່ທ້ອງຟ້າເພື່ອເປັນສິລິມຸງຄຸນ. ໂດຍ: ເຄນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ