ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສ້າງຕັ້ງສະໂມສອນບານເຕະກອງທັບເພື່ອເຂົ້າຮ່ວມແຂ່ງຂັນບານເຕະເປບຊີລາວລີກ 1 ປີ 2021
ເວລາອອກຂ່າວ: 2021-03-05 09:16:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 135 | ຄວາມນິຍົມ:



ວັນທີ 3 ມີນາ 2021 ນີ້, ທີ່ ສະໂມສອນກອງກີລາກອງທັບ ປະຊາຊົນລາວ ໄດ້ຈັດຕັ້ງພິທີປະ ກາດການສ້າງຕັ້ງສະໂມສອນ ບານເຕະກອງທັບຢ່າງເປັນທາງ ການເພື່ອກະກຽມເຂົ້າຮ່ວມການ ແຂ່ງຂັນລາຍການບານເຕະເປບຊີ ລາວລີກ 1 ປະຈໍາປີ 2021 ແລະ ພິທີ ເຊັນສັນຍາສະໜັບສະໜູນລະ ຫວ່າງ ສະໂມສອນບານເຕະກອງ ທັບ ກັບ ບໍລິສັດ ໝາຍເວ ສະປອດ ແວ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ກຳມະການຄະນະພັກກະ ຊວງປ້ອງກັນປະເທດ ຫົວໜ້າກົມ ອົບຮົມ ກົມໃຫຍ່ເສນາທິການກອງ ທັບ, ມີ ທ່ານ ພຸດທະພອນ ສີວິໄຊ ປະທານບໍລິສັດ ໝາຍເວ ສະ ປອດແວ ພ້ອມດ້ວຍຄະນະ, ບັນ ດາຄູເຝິກ ແລະ ນັກກີລາເຂົ້າ ຮ່ວມ. ໂອກາດນີ້, ສະຫາຍ ພັນໂທ ທອງພັນ ພັນລະຍາ ຮອງຫົວໜ້າການທະຫານກອງກີລາກອງທັບ ປະທານສະໂມສອນບານເຕະ ກອງທັບ ໄດ້ຂຶ້ນກ່າວລາຍງານ ແຜນການ, ການກຽມຄວາມ ພ້ອມ. ໂດຍອີງຕາມທິດຊີ້ນໍາຂອງລັດຖະມົນຕີກະຊວງປ້ອງກັນປະ ເທດເຫັນດີໃຫ້ຈັດຕັ້ງປະຕິບັດ ໃນການເຂົ້າຮ່ວມແຂ່ງຂັນບານ ເຕະລາວລີກ 1 ປະຈໍາປີ 2021 ໃນວັນທີ 7 ມັງກອນ 2021. ອີງ ຕາມແຈ້ງການຂອງສະຫະພັນ ບານເຕະແຫ່ງຊາດລາວສະບັບ ເລກທີ 014/ສຕລ, ລົງວັນທີ11/ 01/2021 ເພື່ອປະຕິບັດຕາມແຜນການດັ່ງກ່າວຄະນະພັກ-ຄະນະບັນຊາກອງກີລາກອງທັບ ໄດ້ສ້າງແຜນການ ເຂົ້າຮ່ວມ ແຂ່ງຂັນເຕະບານລາວລີກ1 ປີ 2021 ໂດຍໄດ້ຮັບອະນຸມັດຈາກ ກົມໃຫຍ່ເສນາກອງທັບ. ເຊິ່ງ ເປັນການແຂ່ງຂັນບານເຕະລະ ດັບສູງສຸດຂອງ ສປປ ລາວ ເຊິ່ງ ສະຫະພັນເຕະບານແຫ່ງຊາດ ລາວ ຫຼື (ສຕລ) ຈັດຂຶ້ນໃນແຕ່ ລະປີ, ພ້ອມນັ້ນກໍເພື່ອເປັນການ ຊຸກຍູ້ຂະບວນການກີລາບານເຕະ ຂອງກອງທັບໃຫ້ໄດ້ເຂົ້າຮ່ວມຫັດ ແອບ ແລະ ແຂ່ງຂັນ, ທັງເປັນ ການແລກປ່ຽນບົດຮຽນ, ທາງ ດ້ານເຕັກນິກ ແລະ ເປັນການຖອດ ຖອນເອົາບົດຮຽນປະສົບກັບສະ ໂມສອນຕ່າງໆໃນລາຍການ ແຂ່ງຂັນດັ່ງກ່າວເພື່ອນໍາມາປັບ ປຸງທີມບານເຕະກອງທັບໃຫ້ມີ ຄຸນນະພາບໜັກແໜ້ນ, ເຂັ້ມແຂງ ແລະ ດີຂຶຶຶ້ນເປັນກ້າວໆ. ຂະນະດຽວກັນນີ້, ທ່ານ ພຸດ ທະພອນ ສີວິໄຊ ໄດ້ຮ່ວມເຊັນ ສັນຍາເພື່ອໃຫ້ການສະໜັບສະ ໜູນປະເພດເຄື່ອງກີລາຮັບໃຊ້ ເຂົ້າໃນການແຂ່ງຂັນໃນຄັ້ງນີ້, ເຊິ່ງຕາງໜ້າສະໂມສອນບານ ເຕະກອງທັບ ຮ່ວມມືລົງນາມໂດຍ ສະຫາຍ ພັນໂທ ທອງພັນ ພັນລະ ຍາ ຮອງຫົວໜ້າການທະຫານ ກອງກີລາກອງທັບ ປະທານສະໂມ ສອນບານເຕະກອງທັບ, ເຊິ່ງຊ້ອງ ໜ້າຂອງທ່ານ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາ ທິການກອງທັບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມເປັນສັກຂີພະຍານ. ໂດຍ: ວິຊຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ