ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 5 ເປີດອົບຮົມການເມືອງ, ການທະຫານ, ພະລາທິການ - ເຕັກນິກ ແລະ ຖອດຖອນບົດຮຽນວຽກງານເສນາທິການ
ເວລາອອກຂ່າວ: 2021-03-05 09:19:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 102 | ຄວາມນິຍົມ:



ໃນວັນທີ 3 ມີນາ 2021 ນີ້, ກອງພົນທີ 5 ໄດ້ເປີດຊຸດອົບຮົມ ການທະຫານ, ການເມືອງ, ພະ ລາທິການ-ເຕັກນິກ ປະຈຳປີ 2021 ແລະ ສະຫຼຸບຖອດຖອນ ບົດຮຽນວຽກງານເສນາທິ ການ, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ກຳມະການ ຄະນະພັກກະຊວງປ້ອງກັນ ປະເທດ ຫົວໜ້າການທະຫານ ກອງພົນທີ 5, ມີຄະນະພັກ-ຄະ ນະບັນຊາ ພະແນກການຈາກ ອົງການ, ກອງພັນໃຫຍ່, ກອງພັນ ນ້ອຍ, ກອງຮ້ອຍເອກະລາດ, ສູນ ເຝິກ, ໂຮງໝໍ ພ້ອມດ້ວຍພະແນກ ການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ສຸບັນ ແພງ ປະເສີດ ຮອງຫົວໜ້າຫ້ອງເສນາ ທິການ ກອງພົນທີ 5 ໄດ້ຂຶ້ນ ຜ່ານບົດສະຫຼຸບວຽກງານເສນາ ທິການໃນໜຶ່ງປີຜ່ານມາ ເຊິ່ງໄດ້ ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ເຊິ່ງຕະຫຼອດໄລຍະຜ່ານມາ ຄະ ນະພັກ-ຄະນະບັນຊາ ກອງພົນທີ 5 ໄດ້ຊີ້ນຳຢ່າງໃກ້ຊິດຕິດແທດ ຕໍ່ກັບຄະນະພັກ-ຄະນະບັນຊາ ຫ້ອງເສນາທິການ ກໍຄືພະແນກ ການ ໃຫ້ເອົາໃຈໃສ່ຊີ້ນຳສຶກສາ ອົບຮົມພະນັກງານ-ນັກຮົບວິຊາ ສະເພາະ ຢ່າງເປັນປົກກະຕິໂດຍ ສະເພາະແມ່ນວຽກງານອົບຮົມ ຫັດແອບກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດ. ກອງພົນທີ 5 ໄລຍະຜ່ານມາໄດ້ເອົາໃຈໃສ່ອົບ ຮົມຢ່າງເປັນປົກກະຕິເປັນຕົ້ນ ແມ່ນວຽກງານອົບຮົມ, ການປະຕິ ບັດຂໍ້ກຳນົດ 7 ລະບອບ 18 ວຽກ, ຄຳປະຕິຍານ 8 ຂໍ້, ວິໄນ 8 ຂໍ້ຂອງກອງທັບ ແລະ 12 ຂໍ້ ຕໍ່ປະຊາຊົນ , ອົບຮົມລະບຽບ ບຸກຄົນຄົງທີ່, ເຄື່ອນທີ່, ລະ ບຽບຮູບແຖວ, ຫັດແອບການນຳ ໃຊ້ພາຫະນະເຕັກນິກ, ອາວຸດຍຸດ ໂທປະກອນ, ພິເສດ ໄດ້ອອກຂໍ້ ກຳນົດໃນການນຳໃຊ້ໂທລະສັບ, ຊົງຜົມ, ການນຳໃຊ້ລົດຈັກ, ນອກ ນັ້ນ ຍັງໄດ້ອົບຮົມລະບຽບກີລາ ການທະຫານ, ຫັດກາຍມືເປົ່າ 2 ບົດ 24 ຈັງຫວະ, ຫັດກາຍແທງ ກະບີ່ 4 ທິດ 28 ຈັງຫວະ ແລະ ຫັດກາຍມວຍຂອງເຫຼົ່າຮົບວິຊາ ສະເພາະ, ຫັດແອບຍິງລູກປືນ ແທ້ໃຫ້ແກ່ບັນດາເຫຼົ່າຮົບວິຊາ ສະເພາະສາມາດບັນລຸໄດ້ຕາມ ຄາດໝາຍ. ໄດ້ອົບຮົມໃຫ້ພະນັກ ງານວິຊາສະເພາະ 45 ວັນ, ກໍ່ສ້າງນາຍສິບ ຊຸດທີ 4 ລະບົບ 1 ປີ, ອົບຮົມ ພະນັກງານເສນາ ຂັ້ນກອງພັນນ້ອຍ, ກອງຮ້ອຍ ລະບົບ 6 ເດືອນ, ອົບຮົມພະ ນັກງານການເມືອງຂັ້ນກອງ ພັນນ້ອຍ, ກອງຮ້ອຍລະບົບ 6 ເດືອນ, ອົບຮົມນັກຮຽນອຸປະ ໂພກ-ບໍລິໂພກຊັ້ນຕົ້ນ ຊຸດທີ 2 ລະບົບ 6 ເດືອນ ສຳເລັດຕາມ ຄາດໝາຍ. ຈາກນັ້ນ ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ຫົວ ໜ້າຫ້ອງເສນາທິການ ກອງ ພົນທີ 5 ໄດ້ຂຶ້ນມີຄຳເຫັນ ເຊິ່ງ ໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ ຈະຕ້ອງໄດ້ປັບປຸງແກ້ໄຂໃຫ້ຖືກ ທິດ ແລະ ມີຄຸນນະພາບດີຂຶ້ນ ກວ່າເກົ່າ. ກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 2 ວັນ ຈຶ່ງສຳເລັດ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ