ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອາຊຽນ ຮັບຮອງເອົາ 10 ຂໍ້ລິເລີ່ມ ແລະ ບຸລິມະສິດຮ່ວມມືເສດຖະກິດ
ເວລາອອກຂ່າວ: 2021-03-05 09:22:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 115 | ຄວາມນິຍົມ:



ກອງປະຊຸມວົງແຄບ ແບບ ທາງໄກ ລັດຖະມົນຕີເສດຖະ ກິດຂອງບັນດາປະເທດອາຊຽນ ຄັ້ງທີ 27 (AEM 27 Retreat) ໄດ້ຈັດຂຶ້ນໃນວັນທີ 2-3 ມີນາ 2021, ໂດຍການເປັນປະທານ ຂອງປະເທດບຣູໄນ. ກອງປະ ຊຸມລັດຖະມົນຕີກະຊວງເສດຖະ ກິດບັນດາປະເທດອາຊຽນ ໄດ້ຮັບຮອງເອົາ 10 ຂໍ້ລິເລີ່ມ ແລະ ບຸລິມະສິດຮ່ວມມືເສດຖະກິດຂອງ ບຣູໄນ ໃນນາມປະທານ ອາຊຽນ ປີ 2021. ບັນດາຂໍ້ລິເລີ່ມ ແລະ ບຸລິມະສິດດັ່ງກ່າວ ໄດ້ກຳ ນົດທິດຫຼັກໆ 3 ປະການ ນັ້ນແມ່ນ: ຟື້ນຟູ, ຫັນເປັນດີຈີຕອນ ແລະ ລັກ ສະນະຍືນຍົງ, ສຸມໃສ່ບັນດາຂົງເຂດ ສຳຄັນຄື: ສ້າງຄວາມສະດວກແກ່ ການຄ້າ, ການທ່ອງທ່ຽວ, ພະລັງ ງານ, ເຕັກໂນໂລຊີ-ຂໍ້ມູນຂ່າວສານ, ບໍ່ແຮ່, ພັດທະນາແບບຍືນຍົງ. ກອງປະຊຸມໄດ້ເຫັນດີເປັນ ເອກະພາບຕໍ່ບັນດາບຸລິມະສິດໃນ ໂຄງການດຳເນີນງານ ປະຈຳປີ 2021 ໃນລະບົບເສດຖະກິດ ເຊິ່ງ ລວມມີ 68 ເນື້ອໃນທີ່ແຕກຕ່າງ ກັນ, ຂຶ້ນກັບບັນດາຂົງເຂດການ ຄ້າ, ການບໍລິການ, ການລົງທຶນ, ສ້າງຄວາມສະດວກໃນການ ເຄື່ອນຍ້າຍຂອງແຮງງານທີ່ມີສີ ມື ແລະ ນັກດຳເນີນທຸລະກິດຕ່າງ ປະເທດ, ການແກ້ງແຍ້ງ, ປົກ ປ້ອງຜູ້ບໍລິໂພກ, ຊັບສິນທາງປັນ ຍາ, ການຄ້າເອເລັກໂຕຼນິກ; ຈຸລະ ວິສາຫະກິດ, ວິສາຫະກິດຂະໜາດ ນ້ອຍ ແລະ ກາງ. ນອກຈາກນັ້ນ, ບັນດາລັດຖະ ມົນຕີກະຊວງເສດຖະກິດຂອງ ປະທານອາຊຽນ ຍັງປຶກສາຫາ ລືກ່ຽວກັບບັນຫາຮ່ວມມືເສດຖະ ກິດຢູ່ນອກກຸ່ມ ເປັນຕົ້ນແມ່ນສຳ ຫຼວດກວດຄືນສັນຍາການຄ້າ ຂາຍສິນຄ້າ ລະຫວ່າງ ອາຊຽນ- ອິນເດຍ (AITIGA), ການຮ່ວມ ມືລະຫວ່າງອາຊຽນ ແລະ ສະຫະ ພາບເອີຣົບ (ອີຢູ) ແລະ ພວມພະ ຍາຍາມຜັນຂະຫຍາຍລະບຽບ ການໃຫ້ສັດຕະຍາບັນສັນຍາຄູ່ ຮ່ວມມືຮອບດ້ານ (RCEP) ເພື່ອ ປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດ ພາຍຫຼັງໄລຍະເກີດ ໂລກລະບາດໂຄວິດ-19. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ