ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຊັນສັນຍາຮ່ວມມືໂຄງການປັກຫຼັກໝາຍເຂດແດນເພື່ອປັບປຸງສະໜາມເຝີກແອບ
ເວລາອອກຂ່າວ: 2021-03-05 09:24:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 101 | ຄວາມນິຍົມ:



ວັນທີ 1 ມີນາ 2021 ນີ້, ຢູ່ທີ່ວິທະຍາຄານກົມມະດຳ ໄດ້ ຈັດພິທີເຊັນສັນຍາປັກຫຼັກໝາຍ ເຂດແດນເພື່ອປັບປຸງສະໜາມ ເຝິກແອບ, ຮ່ວມມືທຳການຜະລິດ ກະສິກຳ, ໂຮງງານກະສິກຳປຸງ ແຕ່ງຢູ່ເຂດຄຸ້ມຄອງຂອງວິທະຍາ ຄານກົມມະດຳກະຊວງປ້ອງກັນ ປະເທດ ກັບ ບໍລິສັດເອເຊຍລົງ ທຶນພັດທະນາ ແລະ ກໍ່ສ້າງຈຳ ກັດຜູ້ດຽວ ຢ່າງເປັນທາງການໂດຍມີ ທ່ານ ພັນເອກ ຖາວອນ ແກ້ວອິນທະວົງ ຫົວໜ້າການ ເມືອງວິທະຍາຄານກົມມະດຳ, ທ່ານ ພຶດສະພາ ພູມມະສັກ ປະ ທານ ບໍລິສັດ ເອເຊຍ ລົງທຶນພັດ ທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະພັກ-ຄະນະອຳ ນວຍການ, ຄະນະຫ້ອງ ແລະ ພະ ນັກງານທີ່ກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມ. ທ່ານ ພັນໂທ ສີຈັນ ຄຳປ່ຽງ ແສນອິນ ຮອງຫົວໜ້າຫ້ອງການ ວິທະຍາຄານ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການອະນຸມັດໃຫ້ວິທະຍາ ຄານກົມມະດຳ ເຊັນສັນຍາ ຮ່ວມ ມືກັບບໍລິ ສັດເອເຊຍ ລົງທຶນພັດ ທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ໃນການປັກຫຼັກໝາຍເຂດແດນ ປັບປຸງສະໜາມເຝິກແອບ, ປົກ ປັກຮັກສາເຂດປ່າສະຫງວນ ພູພະນັງ ແລະ ທຳການຜະລິດກະ ສິກຳປຸງແຕ່ງຂອງກະຊວງປ້ອງ ກັນປະເທດ ແລະ ສັນຍາຮ່ວມ ມືການປັກຫຼັກໝາຍເຂດແດນ, ປັບປຸງສະໜາມເຝິກແອບກະ ສິກຳ, ໂຮງງານກະສິກຳປຸງແຕ່ງ, ຢູ່ເຂດຄຸ້ມຄອງຂອງວິທະຍາຄານ ເລກທີ 01 ລົງວັນທີ 2/3/2021 ອີງຕາມ ລັດຖະບັນຍັດ 02/ປປທ ລົງວັນທີ 18 ພະຈິກ 2009 ວ່າດ້ວຍອັດຕາຄ່າເຊົ່າ 67/ສພຊ ລົງວັນທີ 11 ທັນວາ 2015, ເຊິ່ງໄລຍະການພັດທະນາແມ່ນ ຈະປະຕິບັດດັ່ງ ນີ້ຄື: ໄລຍະທີ 1 ຈຳນວນ 3.000 ເຮັກຕາ, ໄລຍະ ທີ 2 ຈຳນວນ 6.000 ເຮັກຕາ, ໄລຍະທີ 3 ຈຳນວນ 9.000 ເຮັກຕາ ແລະ ໄລຍະທີ 4 ຈຳນວນ 13.540 ເຮັກຕາ, ຢູ່ໃນ ຂອບເຂດເວລາຂອງການຮ່ວມ ມືແມ່ນໄລຍະ 50 ປີ. ຈາກນັ້ນ, ທ່ານ ພັນເອກ ຖາ ວອນ ແກ້ວອິນທະວົງ ແລະ ທ່ານ ພຶດສະພາ ພູມມະສັກ ໄດ້ພ້ອມກັນ ຮ່ວມລົງນາມເຊັນສັນຍາຮ່ວມມື ຢ່າງເປັນທາງການໂດຍຊ້ອງໜ້າ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ. ໂດຍ: ວັນນະເລດ ລໍວັນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ