ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສຶກສາ - ກໍ່ສ້າງເສັ້ນທາງ ແລະ ຄ້າຍທະຫານທີ່ຕິດພັນກັບວຽກງານພັດທະນາດ້ານກະສິກຳເພື່ອທຳການຜະລິດ
ເວລາອອກຂ່າວ: 2021-03-05 09:27:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 67 | ຄວາມນິຍົມ:



ໃນວັນທີ 4 ມີນາ 2021 ນີ້, ຢູ່ກະຊວງປ້ອງກັນປະເທດ ໄດ້ ຈັດພິທີເຊັນບົດບັນທຶກຄວາມ ເຂົ້າໃຈໂຄງການສຶກສາ-ກໍ່ສ້າງ ເສັ້ນທາງ ແລະ ຄ້າຍທະຫານທີ່ຕິດພັນກັບວຽກງານພັດທະນາ ດ້ານກະສິກຳເພື່ອທໍາການຜະລິດ ລະຫວ່າງກະຊວງປ້ອງກັນປະ ເທດກັບບໍລິສັດເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງຈໍາກັດຜູ້ ດຽວ. ອີງຕາມຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດວ່າດ້ວຍການ ອະນຸມັດເຊັນບົດບັນທຶກຄວາມ ເຂົ້າໃຈ ແລະ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໂຄງການ ສຶກສາ-ກໍ່ສ້າງເສັ້ນທາງ ແລະ ຄ້າຍທະຫານທີ່ຕິດພັນກັບວຽກ ງານພັດທະນາດ້ານກະສິກຳເພື່ອ ທໍາການຜະລິດ ຢູ່ເມືອງມຸນລະ ປະໂມກ ແຂວງຈໍາປາສັກ ເຊິ່ງ ໂຄງການດັ່ງກ່າວມີເນື້ອທີ່ປະ ມານ 58.296 ເຮັກຕາ ທີ່ຈະຕ້ອງ ໄດ້ສຶກສາ-ສໍາຫຼວດ ໃນເນື້ອທີ່ ທັງໝົດນັ້ນແມ່ນຈະໄດ້ແບ່ງເປັນ 3 ໄລຍະໃນກໍານົດເວລາ 3 ປີ ເພື່ອເປັນການປະເມີນການປູກ ຝັງວ່າພືດຊະນິດໃດທີ່ເໝາະສົມ ຢູ່ເຂດ ດັ່ງກ່າວ ລວມເຖິງການສຶກ ສາແຫຼ່ງນ້ຳ, ລະບົບຊົນລະປະ ທານ, ກໍ່ສ້າງຕາຂ່າຍໄຟຟ້າ, ປຸງ ແຕ່ງກະສິກໍາລວມທັງການກໍ່ ສ້າງເຂດຕັ້ງຄ້າຍທະຫານ ແລະ ເຂດສະໜາມຫັດແອບ ແລະ ການສ້າງບ້ານພັດທະນາຂອງ ປະຊາຊົນໃນເຂດຂອບເຂດດັ່ງ ກ່າວໃຫ້ມີຊີວິດການເປັນຢູ່ດີຂຶ້ນ, ມີວຽກເຮັດງານທໍາລວມເຖິງ ສ້າງສິ່ງອໍານວຍຄວາມສະດວກ ອື່ນໆທີ່ຈໍາເປັນ. ຮ່ວມເຊັນບົດບັນ ທຶກຄວາມເຂົ້າໃຈໃນຄັ້ງນີ້ ຕາງ ໜ້າກະຊວງປ້ອງກັນປະເທດ ໂດຍສະຫາຍ ພົນຕີ ວົງຄໍາ ພົມ ມະກອນ ຫົວໜ້າກົມໃຫຍ່ພະ ລາທິການກອງທັບ ຕາງໜ້າບໍລິ ສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈໍາກັດຜູ້ດຽວ ໂດຍ ທ່ານ ພຶດສະພາ ພູມມະສັກ ປະທານບໍ ລິສັດ ໂດຍການເຂົ້າຮ່ວມເປັນ ສັກຂີພະຍານຂອງ ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈຳປາສັກ ພ້ອມ ດ້ວຍວິຊາການທີ່ກ່ຽວຂອງທັງ ສອງຝ່າຍເຂົ້າຮ່ວມ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ