ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI
ເວລາອອກຂ່າວ: 2021-03-05 09:28:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 90 | ຄວາມນິຍົມ:



ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນ ກາງພັກ ສະໄໝທີ XI ໄດ້ດໍາເນີນ ຢ່າງເປັນທາງການໃນລະຫວ່າງ ວັນທີ 1-3 ມີນາ 2021 ທີ່ສໍານັກ ງານສູນກາງພັກພາຍໃຕ້ການ ເປັນປະທານຂອງ ສະຫາຍ ທອງ ລຸນ ສີສຸລິດ ເລຂາທິການໃຫຍ່ຄະ ນະບໍລິຫານງານສູນກາງພັກ ປະ ຊາຊົນປະຕິວັດລາວໂດຍມີບັນ ດາສະຫາຍ ກໍາມະການກົມການ ເມືອງສູນກາງພັກ, ຄະນະເລຂາທິ ການສູນກາງພັກ, ບັນດາສະຫາຍ ກໍາມະການສູນກາງພັກສົມບູນ ແລະ ສໍາຮອງເຂົ້າຮ່ວມຢ່າງພ້ອມ ພຽງ. ກອງປະຊຸມໄດ້ຄົ້ນຄວ້າປຶກ ສາຫາລື ແລະ ຮັບຮອງເອົາບັນຫາສໍາຄັນດັ່ງນີ້: ຕີລາຄາຜົນສໍາ ເລັດຂອງການດໍາເນີນກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ, ປຶກສາຫາລືກ່ຽວ ກັບຄວາມຮັບຜິດຊອບຂອງສູນ ກາງຕໍ່ການຈັດຕັ້ງຜັນຂະຫຍາຍ ແນວທາງ, ແຜນນະໂຍບາຍທີ່ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກວາງອອກ, ຮັບຮອງເອົາແຜນ ການຈັດຕັ້ງເຊື່ອມຊຶມ ແລະ ຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກ ເພື່ອແນໃສ່ການຫັນປ່ຽນຢ່າງ ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນທຸກ ຂົງເຂດຂອງຊີວິດສັງຄົມ, ສາມາດກໍານົດແຈ້ງບັນດາເນື້ອ ໃນ ແລະ ວຽກງານຈຸດສຸມທີ່ຕ້ອງ ເອົາໃຈໃສ່ນໍາພາ-ຊີ້ນໍາໃນແຕ່ລະ ຂົງເຂດວຽກງານ ຕິດພັນກັບການ ຍົກສູງຄວາມເປັນເຈົ້າການຂອງ ຄະນະພັກບັນດາກະຊວງ-ອົງ ການ, ບັນດາແຂວງ, ນະຄອນ ຫຼວງໃນການຫັນມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ ເປັນແຜນງານ, ໂຄງການ ແລະ ກິດຈະກໍາລະອຽດຂອງຕົນຕາມ ທິດ ທັງເຊື່ອມຊຶມທັງນໍາພາເຮັດ ຕົວຈິງແຕ່ຫົວທີ. ຮັບຮອງແຜນດໍາເນີນງານຕະ ຫຼອດໄລຍະ 5 ປີ ຂອງຄະນະບໍລິ ຫານ ງານສູນກາງພັກສະໄໝທີ XI ກໍຄືການກໍານົດວຽກຈຸດສຸມ ທີ່ສູນກາງຈະໄດ້ຊີ້ນໍາໃນແຕ່ລະ ໄລຍະ ເພື່ອກໍານົດແບບແຜນ ເຄື່ອນໄຫວ ແລະ ວິທີນໍາພາຂອງ ຄະນະບໍລິຫານງານສູນກາງພັກ ໃຫ້ຈະເເຈ້ງ, ເປັນລະບົບ, ມີຈຸດ ສຸມ, ສ້າງຄວາມເຊື່ອໝັ້ນຢ່າງ ໜັກແໜ້ນຂອງສັງຄົມຕໍ່ການນໍາ ພາຂອງພັກ, ສົມທົບຢ່າງກົມກຽວ ລະຫວ່າງການແກ້ໄຂບັນຫາທີ່ ເປັນພື້ນຖານທີ່ໄດ້ຮັບຮອງໃນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກກັບການແກ້ໄຂບັນຫາພົ້ນ ເດັ່ນທີ່ເກີດຂຶ້ນ ໃນແຕ່ລະໄລຍະ ຕາມສະພາບການຕົວຈິງເພື່ອ ເປັນບ່ອນອີງໃຫ້ແກ່ການກໍານົດ ຄວາມຮັບຜິດຊອບ, ສົ່ງເສີມ ຄວາມເປັນເຈົ້າການ, ກ້າຄິດ, ກ້າ ເຮັດ, ກ້າຮັບຜິດຊອບຂອງບັນ ດາສະຫາຍກໍາມະການສູນກາງ ພັກ, ທັງເປັນບ່ອນອີງໃນການຕີລາຄາຄວາມສາມາດນໍາພາຂອງ ກໍາມະການສູນກາງພັກແຕ່ລະສະຫາຍໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບ. ຮັບຮອງເອົາມະຕິ ວ່າດ້ວຍລະ ບອບແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານສູນກາງ ພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິ ການສູນກາງພັກ ສະໄໝທີ XI ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໜ້າທີ່ ວຽກງານໃຫ້ມີປະສິດທິພາບ, ປະ ສິດທິຜົນ ແລະ ຮັບປະກັນການຍົກ ສູງບົດບາດການນໍາພາຂອງພັກ ແລະ ການປະຕິບັດຫຼັກການລວມ ສູນປະຊາທິປະໄຕ, ນໍາພາເປັນໝູ່ ຄະນະ, ບຸກຄົນຮັບຜິດຊອບຢ່າງ ເຂັ້ມງວດ. ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຮອງເອົາແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະ ມານແຫ່ງລັດ 5 ປີ (2021-2025) ເຊິ່ງໄດ້ຜ່ານການປະ ກອບຄວາມເຫັນຫຼາຍເທື່ອ ແລະ ໄດ້ຜ່ານຜູ້ແທນກອງປະຊຸມໃຫຍ່ ທົ່ວປະເທດຄັ້ງທີ XI ຂອງພັກມາ ແລ້ວ ແລະ ກອງປະຊຸມຄົບຄະ ນະຄັ້ງທີ 2 ສະໄໝທີ XI ນີ້ໄດ້ ສືບຕໍ່ກວດຄືນບາງຕົວເລກ ແລະ ບາງຄາດໝາຍໃຫ້ສອດຄ່ອງ ແລະ ສົມບູນຍິ່ງຂຶ້ນເພື່ອນໍາສະເໜີ ຕໍ່ກອງປະຊຸມສະພາແຫ່ງຊາດ ຮັບຮອງເອົາຕາມກົດໝາຍ. ປຶກ ສາຫາລື ແລະ ເປັນເອກະພາບຮັບຮອງເອົາການປັງປຸງກົງຈັກ ການຈັດຕັ້ງຂອງລັດຖະບານ ແລະ ການແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານສູນ ກາງພັກ, ກົມການເມືອງສູນ ກາງພັກ, ຄະນະເລຂາທິການສູນ ກາງພັກສະໄໝທີ XI ເພື່ອແນໃສ່ ເຮັດໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງ ທີ XI ຂອງພັກນໍາໄປສູ່ການຈັດ ຕັ້ງປະຕິບັດຕົວຈິງດ້ວຍຄວາມ ຮັບຜິດຊອບຂອງແຕ່ລະສະຫາຍ ກໍານົດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກຄັ້ງທີ 2 ຍັງ ໄດ້ເນັ້ນໜັກໃຫ້ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງສືບຕໍ່ຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ ເປັນຮູບປະທໍາ ແລະ ໄດ້ຮັບການ ຈັດຕັ້ງປະຕິບັດໃນທຸກຂົງເຂດ ວຽກງານໃຫ້ມີຜົນສໍາເລັດຕາມ ຄາດໝາຍທີ່ວາງໄວ້. ຮຽກຮ້ອງ ໃຫ້ບັນດາສະຫາຍສູນກາງຕ້ອງ ສືບຕໍ່ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີເປັນປຶກແຜ່ນພາຍ ໃນພັກ ແລະ ພາຍໃນຊາດ, ສືບຕໍ່ ນໍາເອົາເນື້ອໃນຈິດໃຈຂອງກອງ ປະຊຸມໃຫຍ່ໄປເຜີຍແຜ່ເຊື່ອມຊຶມ ແລະ ຊີ້ນໍາການຈັດຕັ້ງຜັນຂະ ຫຍາຍໃຫ້ປະກົດຜົນເປັນຈິງຕາມ ສະພາບການຕົວຈິງຂອງຂະແໜງ ການ ແລະ ທ້ອງຖິ່ນ, ເພີ່ມທະວີ ຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ, ປັບປຸງ, ຍົກສູງຄວາມສາມາດ ແລະ ຄຸນນະພາບການ ເຄື່ອນໄຫວ ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບ ມອບໝາຍໃຫ້ສູງຂຶ້ນກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ