ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນໃຫ້ພະນັກງານຫຼັກແຫຼ່ງທະຫານແຂວງອັດຕະປື ເອົາໃຈໃສ່ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ
ເວລາອອກຂ່າວ: 2018-12-24 11:49:42 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



ໃນໂອກາດຫ້າງຫາກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີທີ່ຈະມາເຖິງໃນມໍ່ໆນີ້, ໃນວັນທີ 21 ທັນວາ 2018 ນີ້, ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານຫຼັກແຫຼ່ງກອງບັນຊາການທະຫານແຂວງອັດຕະປື ໂດຍໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງກອງບັນຊາການທະຫານແຂວງອັດຕະປື ເອົາໃຈໃສ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກໃຫ້ປາກົດຜົນເປັນຈິງ. ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດກ່າວວ່າ: ຕໍ່ໜ້າສະພາບການທີ່ບັນດາອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີຍັງສືບຕໍ່ດໍາເນີນກົນອຸບາຍມ້າງເພທໍາລາຍມ້າງເພລະບອບໃໝ່ຂອງພວກເຮົາ, ພະນັກງານ-ນັກຮົບທຸກຄົນຕ້ອງພ້ອມກັນຍົກສະຕິລະວັງຕົວປະຕິວັດໃຫ້ສູງ, ມີສະຕິກຽມພ້ອມຕອບຕ້ານ ແລະ ສະກັດກັ້ນທຸກກໍລະນີສະພາບການທີ່ອາດຈະເກີດຂື້ນໃຫ້ທັນເວລາ, ພ້ອມກັນນັ້ນ ກໍຕ້ອງສືບຕໍ່ຫັນລົງກໍ່ສ້ງາຮາກຖານການເມືອງ, ໂຄສະນາສືກສາອົບຮົມປະຊາຊົນໃຫ້ປະຊາຊົນບັນດາເຜົ່າປະກອບສ່ວນເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຮັດໃຫ້ທ້ອງຖິ່ນຂອງຕົນມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງຮຽກຮ້ອງໃຫ້ພະນັກງານຫຼັກແຫຼ່ງໃນກອງບັນຊາການທະຫານແຂວງອັດຕະປື ຈົ່ງຍົກສູງຄວາມສາມັກຄີເປັນເອກະພາບພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ດີ ບົນພື້ນຖານເຄົາລົບຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແລະ ມອບໝາຍໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດຈະແຈ້ງ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງ, ສືບຕໍ່ປັບປຸງກໍ່ສ້າງກົມກອງ, ອະນາໄມສະຖານທີ່ຄ້າຍຄູ, ປະດັບປະດາໃຫ້ມີຄວາມສະອາດຈົບງາມ ເປັນລະບຽບຮຽບຮ້ອຍ ແລະ ສຸມໃສ່ການຫັດແອບສວນສະໜາມ ສະແດງກຳລັງ ເພື່ອກະກຽມໃຫ້ແກ່ງານສະເຫຼີມສະຫຼອງວັນສ້າງຕັ້ງກອທັບປະຊາຊົນລາວຄົບຮອບ 70 ປີໃຫ້ມີບັນຍາດຄືກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍເນື້ອໃນຄວາມໝາຍເລິກເຊິ່ງ ທັງຮັບປະກັນໄດ້ຄວາມສະຫງົບປອດໄພທຸກປະການ. ໂດຍ: ເຄນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ