ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສູນເຝິກກອງພົນທີ 4 ເປີດຊຸດອົບຮົມ-ຫັດແອບ
ເວລາອອກຂ່າວ: 2021-03-05 09:30:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 294 | ຄວາມນິຍົມ:



ພິທີເປີດຊຸດອົບຮົມ-ຫັດ ແອບການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ປະຈຳປີ 2021 ຂອງສູນເຝິກ ກອງພົນທີ 4 ໄດ້ຈັດຂຶ້ນໃນ ວັນທີ 26 ກຸມພາ 2021 ນີ້, ໂດຍ ການເປັນປະທານຂອງ ສະຫາຍ ພັນໂທ ບຸນຊົມ ເຮືອງສະຫວ່າງ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 4, ມີຄະນະພັກ-ຄະ ນະບັນຊາກົມກອງ, ພະແນກ ການທີ່ກ່ຽວຂ້ອງ, ຄູ-ອາຈານ, ພະນັກງານ-ນັກຮົບທົ່ວກົມກອງ ເຂົ້າຮ່ວມ. ສະຫາຍ ພັນຕີ ຄອນສະໝຸດ ແສນທະວົງ ຮອງຫົວໜ້າການ ທະຫານສູນເຝິກ ກອງພົນທີ 4 ໄດ້ຂຶ້ນຜ່ານແຜນການອົບຮົມ-ຫັດແອບການເມືອງ, ການທະ ຫານ ແລະ ພະລາທິການ-ເຕັກ ນິກ ປະຈຳປີ 2021 ຕາມແຜນ ການແມ່ນແບ່ງອອກເປັນ 3 ພາກ ຄື: ການເມືອງ, ການທະຫານ ແລະ ພະລາທິການ- ເຕັກນິກ, ພາກການເມືອງ 10 ວັນ, ການ ທະຫານ 140 ວັນ, ພະລາທິ ການ-ເຕັກນິກ 10 ວັນ, ໃນການ ອົບຮົມ-ຫັດແອບຈະໄດ້ດຳເນີນ ໄປເປັນເວລາ 160 ວັນ ແບ່ງ ອອກເປັນ 2 ໄລຍະ ຄື: ໄລຍະທີ I ເລີ່ມແຕ່ຕົ້ນເດືອນກຸມພາ ຫາ ພຶດສະພາ ແລະ ໄລຍະທີ II ເລີ່ມແຕ່ເດືອນກໍລະກົດ ຫາ ພະຈິກ 2021. ການອົບຮົມ-ຫັດ ແອບໃນຄັ້ງນີ້, ເພື່ອເຮັດໃຫ້ ນາຍ ແລະ ພົນທະຫານກຳໄດ້ ພາກທິດສະດີ ແລະ ພາກປະ ຕິບັດຕົວຈິງ, ເຮັດໃຫ້ພະນັກ ງານ-ນັກຮົບ ມີຄວາມເຂັ້ມແຂງ ຊຳນິຊຳນານໃນການກຽມພ້ອມ ສູ້ຮົບ ແລະ ຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງ ຂັ້ນເທິງ. ໂດຍ: ບຸນປອນ ເຄນລຳຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ